Homeບໍລິການເບ້ຍແຫ່ງຄວາມສຳເລັດ

ເບ້ຍແຫ່ງຄວາມສຳເລັດ

Published on

ການຕັດສິນໃຈທີ່ຈະປູກໃບຢາບໍ່ແມ່ນເລື່ອງງ່າຍສຳລັບຊາວສວນໃນລາວ. ຕົ້ນທຶນໃນການປູກໃບຢາໃນໄລຍະທຳອິດ ແມ່ນສູງກວ່າການປູກພືດຊະນິດອື່ນເຊັ່ນ: ການປູກເຂົ້າ, ສາລີ ຫຼື ພືດຕະກຸນຖົ່ວອື່ນໆ. ໃນຄວາມເປັນຈິງແລ້ວ, ຕົ້ນທຶນໃນການປູກໃບຢາແມ່ນສູງກວ່າເກືອບສອງເທົ່າເມື່ອທຽບກັບການປູກພືດຊະນິດອື່ນ. ນັ້ນເປັນສາເຫດທີ່ ບໍລິສັດຢາສູບລາວຈໍາກັດ, ຜູ້ທີ່ຮັບຊື້ໃບຢາຈາກຊາວສວນ, ໄດ້ໃຫ້ການຊ່ວຍເຫຼືອດ້ານປຸ໋ຍ ແລະ ອຸປະກອນທີ່ຈໍາເປັນຕ່າງໆ. ບໍລິສັດໄດ້ມອບໃຫ້ກ່ອນໃນລັກສະນະການໃຫ້ກູ້ຍືມ, ແລະ ຈະຫັກເອົາຄືນເມື່ອຊາວສວນນໍາໃບຢາມາຂາຍໃຫ້.

ເຖິງແມ່ນວ່າ ການປູກໃບຢາຈະມີຄ່າໃຊ້ຈ່າຍສູງ, ແຕ່ຜົນຕອບແທນກໍ່ສູງຂຶ້ນຕາມກັນ. ຊາວສວນມັກຈະໄດ້ກຳໄລເຖິງສອງເທົ່າຈາກການປູກໃບຢາ ເມື່ອທຽບກັບຜົນກຳໄລຈາກການປູກເຂົ້າ ຫຼື ໝາກແຕງ. ນີ້ເປັນສາເຫດວ່າເປັນຫຍັງຊາວສວນຫຼາຍໆຄົນໃນຈໍານວນຊາວສວນກວ່າ 1500 ຄົນ ໄດ້ປູກໃບຢາສະໜອງໃຫ້ບໍລິສັດຢາສູບລາວຈໍາກັດ ເປັນເວລາຫຼາຍກວ່າ 15 ປີແລ້ວ.

 

 

 

 

ບົດຄວາມອ້າງອີງຈາກ: ວາລະສານຈຳປາເມືອງລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...