Homeຂ່າວຕ່າງປະເທດຜູ້ນຳສະຫະລັດລົງພື້ນທີ່ເຂົ້າຢ້ຽມຊົມຕົວຢ່າງ 'ກຳແພງທຣໍ້າ'

ຜູ້ນຳສະຫະລັດລົງພື້ນທີ່ເຂົ້າຢ້ຽມຊົມຕົວຢ່າງ ‘ກຳແພງທຣໍ້າ’

Published on

ປະທານາທິບໍດີ ໂດນອລ ທຣໍ້າ ລົງພື້ນທີ່ໃນລັດຄາລີຟໍເນຍ ເພື່ອເບີ່ງຕົວຢ່າງ 8 ແບບຂອງກຳແພງອັນສວຍງາມທີ່ໃນອະນາຄົດຈະກາຍມາເປັນສີ່ງກັ້ນພົມແດນທາງຕອນໃຕ້ລະຫວ່າງອາເມລິກາ ແລະ ເມັກຊິກ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຊານດີເອໂກ, ສະຫະລັດອາເມລິກາ ເມື່ອວັນທີ 13 ມີນາ ວ່າປະທານາທິບໍດີໂດນອລ ທຣໍ້າ ລົງພື້ນທີ່ເມືອງຊານດີເອໂກ ໃນລັດຄາລີຟໍເນຍ ທີ່ມີພົມແດນຕິດກັບພາກໃຕ້ຂອງເມັກຊິກ ເພື່ອເບີ່ງຕົວຢ່າງ 8 ແບບຂອງກຳແພງກັ້ນຢ່າງລະອຽດ ກໍ່ສ້າງໂດຍບໍລິສັດເອກະຊົນ 6 ແຫ່ງທີ່ໄດ້ຮັບການສຳປະທານ ແລະການລົງພື້ນທີ່ຄັ້ງນີ້ຖືວ່າເປັນຄັ້ງທຳອິດຢ່າງເປັນທາງການຂອງທຣໍ້າ ພື້ນທີ່ໆເປັນຖານສຽງຂອງພັກເດໂມແຄຣກ.

ທັງນີ້ ທຣໍ້າກ່າວ່າກຳແພງນີ້ ຈະເປັນກຳແພງດ່ານທຳອິດຂອງການເພີ່ມປະສິດທິພາບດ້ານຄວາມຫມັ້ນຄົງພົມແດນ, ໂຄງການດັ່ງກ່າວຍັງເປັນອຸປະສັກສຳຄັນໃນການຂໍອະນຸມັດງົບປະມານຈາກສະພາຄອງເກຣດ ເພາະມີມູນຄ່າສູງເຖີງ 18.000 ລ້ານໂດລາສະຫະລັດ ຫລື ປະມານ 148.824.000.000.000 ກີບ.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...