spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລາຍລະອຽດເຫດການລົດຮັບ-ສົ່ງນັກກິລາບານເຕະ ປກສ ເກີດອຸບັດຕິເຫດ

ລາຍລະອຽດເຫດການລົດຮັບ-ສົ່ງນັກກິລາບານເຕະ ປກສ ເກີດອຸບັດຕິເຫດ

Published on

ລົດເມໂດຍສານຮັບ-ສົ່ງທັບນັກກິລາບານເຕະຂອງກະຊວງປ້ອງກັນຄວາມສະຫງົບ ທີ່ເດີນທາງໄປແຂ່ງຂັນບານເຕະເປບຊີລາວ ພຣີເມຍລີກ ລະດູການ 2018 ທີ່ຈະພົບກັບທີມຫຼວງພະບາງ ຢູໄນເຕັດ ໂດຍການແຂ່ງຂັນຈະຈັດຂຶ້ນຢູ່ແຂວງຫຼວງພະບາງ ໄດ້ເກີດອຸບັດຕິເຫດຕຳຕະຝັ່ງທາງ ຢູ່ເຂດບ້ານຜາແດງ ເມືອງວັງວຽງ ແຂວງວຽງຈັນ ໃນເວລາ 13:20 ໂມງ ຂອງວັນທີ 8 ມີນາ 2018 ຍ້ອນຖົງລົມລົດແຕກ ເຮັດໃຫ້ຄົນຢູ່ໃນລົດບາດເຈັບສົມຄວນ 6 ຄົນ ສ່ວນຕາຕະລາງການແຂ່ງຂັນບານເຕະນັດນີ້ ແມ່ນໄດ້ເລື່ອນອອກໄປແບບບໍ່ມີກຳນົດ.

ກົມກິລາ ກົມໃຫຍ່ການເມືອງ ກະຊວງ ປກສ ໃຫ້ຮູ້ວ່າ: ລົດໂດຍສານຮັບ-ສົ່ງນັກກິລາ ບານເຕະ ຂອງກະຊວງປ້ອງກັນຄວາມສະຫງົບ ຂອງບໍລິສັດ ນິຍົມຈັນທະລີ ໝາຍເລກທະບຽນ ບຂ 8847 ກຳແພງນະຄອນ ໄດ້ອອກເດີນທາງຈາກນະຄອນຫຼວງວຽງຈັນ ໂດຍມີຜູ້ໂດຍສານເປັນທັບນັກກິລາກະຊວງ ປກສ ພ້ອມຄູຝຶກ ແລະ ພະນັກງານ ລວມທັງໝົດ 32 ຄົນ ໃນວັນທີ 8 ມິນາ 2018 ເພື່ອມຸ່ງໜ້າໄປແຂວງຫຼວງພະບາງ ເພື່ອແຂ່ງຂັນບານເຕະເປັບຊີລາວ ພຣີເມຍລີກ ລະດູການ 2018 ພົບກັບ ຫຼວງພະບາງ ຢູໄນເຕັດ ໃນວັນ 11 ມິນາ 2018; ພໍເດີນທາງໄປຮອດຈຸດເກີດເຫດ ເຂດບ້ານຜາແດງ ເມືອງວັງວຽງ ແຂວງວຽງຈັນ ໃນເວລາ 13:20 ໂມງ ໄດ້ເກີດອຸບັດຕິເຫດລົດເມໂດຍສານຄັນດັ່ງກ່າວ ຖົງລົມແຕກ ເຮັດໃຫ້ລົດເສຍຫຼັກເຈືອກໄປຕໍາຕະຝັງທາງ ສົ່ງຜົນເຮັດໃຫ້ຄົນຢູ່ໃນລົດບາດເຈັບສົມຄວນ 6 ຄົນ ຊື່ ຮ້ອຍຕີ ແສງອາທິດ ສົມວົງ ຜູ້ຮັກສາປະຕູ ບາດເຈັບຄິ້ວແຕກ ຫຍິບ 5 ເຂັມ, ຮ້ອຍຕີ ພະເສົາ ສີມະໂນລາດ ນັກກິລາ ປາກແຕກ, ທ້າວ ກິດສະໜາ ແສງດວງພະຈັນ ນັກກິລາ ຫົວແຕກ, ທ້າວ ຈັນທະຈອນ ທິໂນລາດ ນັກກິລາ ປາກແຕກ, ພະນັກງານຂອງບໍລິສັດແຫ້ວໂອໂຕກຼຸບ 1 ຄົນ ທີ່ເດີນທາງໄປນໍາ ບາດເຈັບຂາ ແລະ ແລະ ແມ່ຂອງ ພັຕ ຂັນຕິລາ ທີ່ເດີນທາງໄປນໍາ ບາດເຈັບບ່າໄຫຼ່ເບື້ອງຂວາກະດູກແຕກ, ສ່ວນລົດເມໂດຍສານເປ່ເພສົມຄວນ ຄື: ໜ້າລົດເບື້ອງຂວາຍຸບເຂົ້າສົມຄວນ, ແວ່ນໜ້າແຕກ ແລະ ປະຕູເບື້ອງຂວາຫັກອອກ.

ສໍາລັບຕາຕະລາງການແຂງຂັນຂອງທີມບານເຕະ ກະຊວງປ້ອງກັນຄວາມສະຫງົບ ທີ່ພົບກັບທີມຫຼວງພະບາງ ຢູໄນເຕັດ ໃນວັນ 11 ມິນາ 2018 ເວລາ 16:00 ໂມງ ແມ່ນຍົກເລີກການແຂ່ງຂັນ, ສ່ວນຄູຝືກ ແລະ ນັກກິລາ ແມ່ນກັບຄືນກົມກອງ. ສໍາລັບທີມບານເຕະ ກະຊວງ ປກສ ໄດ້ແຂ່ງມາແລ້ວ 2 ນັດ; ໃນນັ້ນ, ຊະນະ 1 ເສຍ 1 ຈາກທັງໝົດໃນຕາຕະລາງທີ່ຈະລົງແຂ່ງຂັນ ຂາໄປ 7 ນັດ, ຂາກັບ 7 ນັດ ລວມທັງໝົດ 14 ນັດ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...