Homeຂ່າວຕ່າງປະເທດຍົນໂດຣນສະຫະລັດຖະລົ່ມຍິງຈະຫລວດ 2 ລູກ ໂຈມຕີກຸ່ມຕາລີບັນໃນອາຟະການິດສະຖານ(ວິດີໂອ)

ຍົນໂດຣນສະຫະລັດຖະລົ່ມຍິງຈະຫລວດ 2 ລູກ ໂຈມຕີກຸ່ມຕາລີບັນໃນອາຟະການິດສະຖານ(ວິດີໂອ)

Published on

ສຳນັກຂ່າວເອພີ ລາຍງານຈາກເມືອງຄາບູລ ປະເທດອາຟະການິດສະຖານ ເມື່ອວັນທີ 8 ມີນາ ວ່າ ການໂຈມຕີໃນວັນພູດທີ 7 ມີນາ ມີເປົ້າຫມາຍສະຖານທີ່ແຫ່ງຫນື່ງ ໃນແຂວງຄຸນາຣ໌ ຂອງອາຟະການິດສະຖານ ຢູ່ຫ່າງເຂດແດນປາກິດສະຖານພຽງບໍ່ຮອດກິໂລແມັດ ເຊີ່ງເປັນສະຖານທີ່ໆ ມຸລເລາະ ຟັສລຸລເລາະ ຫົວຫນ້າໃຫຍ່ກຸ່ມຕາລີບັນປາກິດສະຖານ ຂ້າມແດນໄປລົບລີ້. ເຈົ້າຫນ້າທີ່ຂ່າວກອງປາກິດສະຖານເຜີຍວ່າ ໃນລະຫວ່າງການໂຈມຕີ ຄາດວ່າ ຟັສລຸລເລາະ ແມ່ນບໍ່ໄດ້ຢູ່ບ່ອນນັ້ນ ແຕ່ຫາກແມ່ນລູກຊາຍຂອງເຂົາທີ່ເສຍຊີວິດຢູ່ທີ່ນັ້ນ. ຜູ້ບັນຊາການຮົບລະດັບສູງ 3 ຄົນ ຂອງກຸ່ມຕາລີບັນປາກິດສະຖານ ກ່າວຍືນຢັນການໂຈມຕີ ແລະ ຄວາມສູນເສຍຕາມລາຍງານ.

ເບື້ອງຕົ້ນທາງການສະຫະລັດຍັງບໍ່ອອກຄວາມຄິດເຫັນໃດໆໃນເລື່ອງນີ້ເຊັ່ນດຽວກັນກັບກອງກຳລັງນາໂຕ ເຈົ້າຫນ້າທີ່ອາຟະການິດສະຖານ ຫລື ລັດຖະບານປາກິດສະຖານ ຍັງບໍ່ແນ່ຊັດວ່າສົບຜູ້ເສຍຊີວິດຈາກການໂຈມຕີຂອງຍົນໂດຣນເມື່ອວັນພຸດ ຈະຖືກນຳກັບຂ້າມຊາຍແດນສູ່ປາກິດສະຖານເພື່ອເຮັດພິທີຝັງສົບຫລືບໍ ລັດຖະບານປາກິດສະຖານໄດ້ຮ້ອງຂໍຕໍ່ທາງການສະຫະລັດ ແລະ ອາຟະການິດສະຖານມາຫລາຍປີ ໃຫ້ຈັດການ ຟັສລຸລເລາະ ແລະ ຜູ້ນຳລະດັບສູງລາຍອື່ນໆຂອງກຸ່ມຕາລີບັນປາກິດສະຖານ ຊື່ງເຂື່ອກັນວ່າລົບລີ້ຢູາໃນອາຟະການິດສະຖານ ແລະ ຂ້າມຊາຍແດນກັບໄປໂຈມຕີໃນປາກິດສະຖານເລື້ອຍໆ.

ກຸ່ມຕາລີບັນເປັນກຸ່ມກໍ່ການຮ້າຍອິດສະລາມ ແລະ ກຸ່ມການເມືອງຊື່ງປົກຄອງພື້ນທີ່ສ່ວນໃຫຍ່ຂອງປະເທດອາຟະການິດສະຖານ ແລະ ເມືອງຫລວງຄາບູລ.

 

 

 

ແຫລ່ງຂ່າວຕ່າງປະເທດ TDN

ຮຸບພາບປະກອບ REUTERS

ວິດີໂອປະກອບ Voh

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...