Homeຂ່າວພາຍ​ໃນອຸຕຸເຕືອນ 6-9 ມີນານີ້ ລະວັງຟ້າຮ້ອງ, ຟ້າຜ່າ, ລົມພັດ ແລະໝາກເຫັບຕົກ

ອຸຕຸເຕືອນ 6-9 ມີນານີ້ ລະວັງຟ້າຮ້ອງ, ຟ້າຜ່າ, ລົມພັດ ແລະໝາກເຫັບຕົກ

Published on

ກົມອຸຕຸນິຍົມແລະອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ອອກແຈ້ງເຕືອນໃຫ້ລະວັງ ລົມພັດແຮງ, ຝົນຕົກ, ຟ້າເຫຼື້ອມ ແລະໝາກເຫັບ ໃນລະຫວ່າງວັນທີ 6-9 ມີນາ 2018 ນີ້.

ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນ ຈາກປະເທດຈີນຈະມີກຳລັງປານກາງແຜ່ລົງມາປົກຄຸມພາກເໜືອຂອງປະເທດລາວອີກຄັ້ງໃໝ່ ສົມທົບກັບກະແລລົມຕາເວັນຕົກພັດປົກຄຸມພາກເໜືອ ແລະກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງຫາພາກໃຕ້ ໃນໄລຍະວັນທີ 6-9 ມີນາ 2018 ນີ້ ເຊິ່ງຈະເຮັດໃຫ້ເກີດມີລົມພັດແຮງ, ຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະໝາກເຫັບຕົກຢູ່ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ ແລະຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່, ອາຄານຫຼືສິ່ງປຸກສ້າງທີ່ບໍ່ໄດ້ມາຕະຖານ ພ້ອມທັງຕິດຕາມຂ່າວພະຍາກອນອາກາດ ແລະນໍ້າ ຈາກກົມອຸຕຸນິຍົມແລະອຸທຸກກະສາດຢ່າງໃກ້ຊິດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...