Homeຂ່າວພາຍ​ໃນໄຟຟ້າຈຳປາສັກເຈັບຫົວ ໜີ້ໄຟຟ້າເກືອບ 50 ຕື້ ສ່ວນໃຫຍ່ແມ່ນພາກລັດ!

ໄຟຟ້າຈຳປາສັກເຈັບຫົວ ໜີ້ໄຟຟ້າເກືອບ 50 ຕື້ ສ່ວນໃຫຍ່ແມ່ນພາກລັດ!

Published on

 

ໜີ້​ສິນ​ຄ່າ​ກະ­ແສ​ໄຟ­ຟ້າ ​ຍັງ​ກາຍ­ເປັນ​ບັນ­ຫາ​ທີ່​ສືບ­ຕໍ່ ​ເຮັດ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ທີ່​ສາ­ຂາ​ຈຳ­ປາ​ສັກ ຕ້ອງ

​ເຈັບ​ຫົວ­ຕໍ່​ໄປ ຫຼັງ​ປະ­ຈຸ​ບັນ​ຍອດ​ເພີ່ມ​ຂຶ້ນ​ສູງ​ເກືອບ 50 ຕື້​ກີບ ໂດຍ​ສ່ວນ​ໃຫຍ່​ແມ່ນ​ໜີ້​ຂອງ​ຫ້ອງ­ການ​ຕ່າງໆ​ຂອງ

​ພາກລັດ; ໃນ​ຂະ­ນະ​ທີ່​ຫົວ­ໜ້າ​ແຜນ­ການ​ຢ້ຳ ຫາກ​ລັດ​ອະ­ນຸ­ມັດ​ງົບ­ປະ­ມານ​ຄ່າ​ໄຟ­ຟ້າ​ໃຫ້​ແລ້ວ ຄວນ​ຜ່ານ​ລັດ​ວິ​ສາ

​ຫະ​ກິດໄຟ­ຟ້າ​ລາວ​ໂດຍ​ກົງ.

 

ທ່ານ ພູ​ທົງ ຫຼວງ​ໄຊ​ຍະ​ລາດ ຫົວ­ໜ້າແຜນ­ການ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ສາ­ຂາ​ຈຳ­ປາ​ສັກ, ໄດ້​ເປີດ­ເຜີຍ

​ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເສດ­ຖະ­ກິດŒ – ສັງ­ຄົມ​ປະ­ຈຳ​ແຂວງ​ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ບັນ­ຫາ​ການ​ຕິດ​ໜີ້​ສິນ​ຄ່າ​ກະ­ແສ​ໄຟ

­ຟ້າ​ຂອງ​ລູກ​ຄ້າ​ຢູ່​ແຂວງ​ຈຳ­ປາ​ສັກ​ ແມ່ນ​ຍັງ​ມີ​ທ່າ​ອຽງ​ສູງ​ຂຶ້ນ ຊຶ່ງ​ມັນ​ໄດ້​ກາຍ­ເປັນ​ບັນ­ຫາ​ທີ່​ແກ່­ຍາວ ແລະ ຍັງ​ບໍ່​ທັນ

​ສາ­ມາດ​ແກ້​ໄຂ​ໄດ້, ເນື່ອງ​ຈາກ​ສ່ວນ​ໃຫຍ່​ແມ່ນ​ໜີ້​ຂອງ​ບັນ­ດາ​ຫ້ອງ­ການ​ຕ່າງໆ​ຈາກ​ພາກ​ລັດ ເຮັດ​ໃຫ້​ລັດ​ວິ​ສາ​ຫະ

​ກິດ​ໄຟ­ຟ້າ​ລາວ​ສາຂາ​ຈຳ­ປາ​ສັກ​ ມີ​ໜີ້​ສິນ​ຮອດ​ທ້າຍ​ເດືອນ​ມິ­ຖຸ­ນາ 2014 ສູງ​ເຖິງ 47 ຕື້​ກວ່າ​ກີບ, ໃນ​ນັ້ນ ໜີ້​ຂອງ​

ຫ້ອງ­ການ​ຕ່າງໆ​ຂອງ​ລັດ­ຖະ­ບານ 32 ຕື້​ກວ່າ​ກີບ, ຮອງ​ລົງ​ມາ​ແມ່ນ​ອຸດ­ສາ­ຫະ­ກຳ 5 ຕື້​ກວ່າ​ກີບ ແລະ ກະ​ສີ​ກຳ 4 ຕື້​

ກວ່າ​ກີບ.

 

ບັນ­ຫາ​ດັ່ງ­ກ່າວ​ໄດ້​ສົ່ງ​ຜົນ​ກະ­ທົບໂດຍ​ກົງ ​ຕໍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ, ໂດຍ​ສະ­ເພາະ​ແມ່ນ​ເຮັດ​ໃຫ້​ແຜນ­ການ​ເກັບລາຍ​

ຮັບ​ບໍ່​ໄດ້​ຕາມ​ແຜນ­ການ​ທີ່​ວາງ​ໄວ້, ຄື​ໃນ 6 ເດືອນ​ຕົ້ນ​ປີ​ ສາ­ຂາ​ຈຳ­ປາ​ສັກ ໄດ້​ພິມ​ບິນ​ອອກ​ທັງ​ໝົດ​ມີ​ມູນ​ຄ່າ 87 ຕື້​

ກີບ, ປະ­ຕິ­ບັດ​ຕົວ​ຈິງ​ໄດ້​ພຽງ​ແຕ່ 80 ຕື້​ກີບ, ສາ­ເຫດ​ທີ່​ບໍ່​ໄດ້​ຕາມ​ແຜນ​ເນື່ອງ​ມາ​ຈາກ​ຫ້ອງ­ການ​ຕ່າງໆ​ຈາກ​ພາກ​ລັດ

­ຖະ­ບານ ​ແມ່ນ​ມີ​ຄວາມ​ຈຳ­ເປັນ​ຕ້ອງ­ການ​ຊົມ­ໃຊ້​ໄຟ­ຟ້າ​ສູງ ແຕ່​ຜັດ​ມີ​ງົບ­ປະ­ມານ​ຈຳ­ກັດ​ໃນ​ການ​ຊຳ­ລະ, ຖ້າ​ມີ​ບາງ

​ຫ້ອງ­ການ​ກໍ​ໄປ​ໝຸນ​ໃຊ້​ໃສ່​ວຽກ​ອັນ​ໃໝ່​ທີ່​ມີ​ຄວາມ​ຈຳ­ເປັນ​ກວ່າ.

 

ຢ່າງ­ໃດ​ກໍ​ຕາມ ທ່ານ ພູ​ທົງ ຫຼວງ​ໄຊ​ຍະ​ລາດ ຢ້ຳ​ວ່າ​ມັນ​ເຖິງ​ເວ­ລາ​ແລ້ວ​ທີ່​ຈະ​ຕ້ອງ​ໄດ້​ຊ່ວຍ​ກັນ​ແກ້​ໄຂ, ໂດຍ​ສະ­ເພາະ​

ແມ່ນ​ພາກ­ສ່ວນ​ຫ້ອງ­ການ​ຕ່າງໆ​ຂອງ​ພາກ​ລັດ​ ຕ້ອງ​ໄດ້​ຄຳ­ນຶງ​ເຖິງ​ຄວາມ​ຈຳ­ເປັນ​ໃນ​ການ​ຊົມ­ໃຊ້​ໄຟ­ຟ້າ​ໃຊ້​ແນວ­ໃດ

​ໃຫ້​ເກີດ​ຜົນ​ປະ­ໂຫຍດ​ ຕໍ່​ຫ້ອງ­ການ​ກໍ​ຄື​ສ່ວນ​ລວມ, ເປັນ­ຕົ້ນ​ແມ່ນ​ການ​ນຳ​ໃຊ້​ອຸ­ປະ­ກອນ​ໄຟ­ຟ້າ​ຕ້ອງ​ປິດ​ທຸກ​ເທື່ອ​ເວ

­ລາເລີກ​ການ, ບໍ່​ສົມ­ຄວນ​ທີ່​ສຸດ​ການ​ເປີດ​ແອ ຫຼື ພັດ​ລົມ​ປະ​ໄວ້​ໃນ​ເວ­ລາ​ພັກ​ທ່ຽງ​ເພາະ ມັນ​ເປັນ​ການ​ສູນ​ເສຍ​ລ້າ​ບໍ່​ໄດ້­

ຜົນ​ປະ­ໂຫຍດ, ທີ່​ສຳ­ຄັນ​ທີ່​ສຸດ​ເມື່ອ​ລັດ​ອະ­ນຸ­ມັດ​ງົບ­ປະ­ມານ​ຄ່າ​ໄຟ­ຟ້າ​ແລ້ວ​ ສົມ­ຄວນ​ຕ້ອງ​ຜ່ານ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ

​ລາວໂດຍ​ກົງ​ໃນ​ການ​ຊຳ­ລະ​ສະ​ສາງ, ເພື່ອ​ປ້ອງ​ກັນ​ການ​ນຳ​ໃຊ້​ເງິນ​ໄປ​ໝຸນ​ໃຊ້​ແນວ​ໃໝ່.

 

ສຳ­ລັບ​ວຽກ​ງານ​ການ​ສະ­ໜອງ​ໄຟ­ຟ້າ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ສາ­ຂາ​ຈຳ­ປາ ສັກ ປະ­ຈຸ​ບັນ​ແມ່ນ​ໄດ້​ແລ້ວ​ທັງ​ໝົດ

603ບ້ານ, ເທົ່າ​ກັບ 93% ຂອງ ຄົວ​ເຮືອນ​ທັງ​ໝົດ ຊຶ່ງ​ປະ­ຕິ­ບັດ​ໄດ້​ເກີນ​ແຜນ​ຂອງ​ລັດ­ຖະ­ບານ ແລະ ຄາດ​ວ່າ ຮອດ​ປີ

2015 ຈະ​ສາ­ມາດ​ຕອບ​ສະ­ໜອງ​ໄຟ­ຟ້າ​ໃຫ້​ປະ­ຊາ­ຊົນ​ໄດ້​ໂດຍ​ພື້ນ­ຖານ.

 

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...