Homeຂ່າວເຫດການພາຍໃນ 10 ເດືອນ ລັດປັບໃໝລົດບັນທຸກນ້ຳໜັກເກີນກວ່າ 2 ພັນຄັນ!

ພາຍໃນ 10 ເດືອນ ລັດປັບໃໝລົດບັນທຸກນ້ຳໜັກເກີນກວ່າ 2 ພັນຄັນ!

Published on

 

10 ເດືອນ​ຂອງ​ສົກ​ງົບ­ປະ­ມານນີ້​ ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ສາ­ມາດ​ກວດ­ກາລົດ​ໄດ້ 8 ພັນ​ກວ່າ​ຄັນ ​ໃນ​ນັ້ນ​ລົດ​ບັນ­ທຸກນ້ຳ­

ໜັກ​ເກີນ​ມີ​ກວ່າ 2 ພັນ​ຄັນ ອັນ​ເປັນສາ­ເຫດ​ໜື່ງ​ເຮັດ​ໃຫ້​ທາງ​ຫຼາຍ​ເສັ້ນ​ໄດ້ຮັບ​ຄວາມ​ເປ່​ເພ​ໄວ​ກວ່າ​ເວ­ລາ​ອັນ​ຄວນ.

ເມື່ອ​ບໍ່​ດົນ​ມາ​ນີ້​ປະ­ຊາ­ຊົນ​ຢູ່​ບ້ານໜອງ​ທາ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງວຽງ​ຈັນ ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ສະ­ພາກ່ຽວ

​ກັບ​ການ​ກວດ­ກາ​ລົດ 1% ບໍ່​ທັນ​ລະອຽດ ​ຍັງ​ມີ​ຊ່ອງ​ວ່າງ ແລະ ການ​ຊັ່ງ​ນ້ຳໜັກ​ລົດ​ມີ​ການ​ຕໍ່​ລອງ​ຈ່າຍ​ສິນ​ບົນ​ໃຫ້ເຈົ້າ​

ໜ້າ­ທີ່​ ຕໍ່​ບັນ­ຫາ​ນີ້​ ທ່ານ ນາງ ວິ­ໄລ​ຄຳ ໂພ​ສາ​ລາດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ຊີ້

ແຈງ​ວ່າ: ເລື່ອງ​ການ​ກວດ­ກາ ແລະ ຄຸ້ມຄອງ​ລົດ​ປ້າຍ 1% ນັ້ນ ພະ​ແນກ​ໂຍ­ທາ​ທິການ ແລະ ຂົນ­ສົ່ງໄດ້​ປຶກ­ສາ​ຫາ­ລື​ນຳ

ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ໄດ້​ນຳ​ສະ­ເໜີໃຫ້​ຂັ້ນ​ເທິງ​ເພື່ອ​ຫາ​ວິ­ທີ​ແກ້​ໄຂ.

ສ່ວນ​ເລື່ອງ​ມີ​ການ​ຕໍ່​ລອງ​ລາ­ຄາ​ປັບໃໝນັ້ນ​ ທາງ​ຜູ້​ປະ­ກອບ​ການ​ຂົນ­ສົ່ງ​ ແມ່ນມີ​ການ​ໄດ້​ຕໍ່​ລອງ​ກັບ​ພະ­ນັກ­ງານ​ແທ້

ເພາະ­ວ່າ​ອັດຕາ​ການ​ປັບ​ໃໝ​ເຫັນ​ວ່າ​ສູງຫຼາຍ​ເກີນ​ຄວນ ຈິ່ງ​ບໍ່​ສາ­ມາດ​ປະ­ຕິ­ບັດ​ໄດ້ ສ່ວນ­ວ່າ​ພະ­ນັກ­ງານ​ຮັບ​ສິນ​ບົນ​

ນັ້ນ ​ທາງພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຕິດ­ຕາມ​ກວດ­ກາພະ­ນັກ­ງານ​ຢ່າງ​ເຂັ້ມ​ງວດ

ແລະ ກວດ­ກາຢ່າງ​ຕໍ່​ເນື່ອງ​ໃນ​ໄລ­ຍະ​ຜ່ານ​ມາ ​ຍັງ​ບໍ່​ທັນມີ​ພາກ­ສ່ວນ​ໃດ​ສົ່ງ​ຂ່າວ​ມາ​ຫາ​ທາງ​ພະແນກ ຍທຂ ຂອງ​ພວກ​

ເຮົາ​ເທື່ອ.

ທ່ານ ນາງ ວິ­ໄລ​ຄຳ ໂພ​ສາ​ລາດ ຊີ້ແຈງ​ຕື່ມ​ວ່າ: ໃນ 10 ເດືອນ​ຂອງ​ງົບ​ປະມານ​ສົກ​ປີ 2013- Œ2014 ສາ­ມາດ​ກວດ­ກາ​ຕິດ

​ຊັ່ງລົດ​ບັນ­ທຸກ​ໜັກ​ໄດ້​ທັງ​ໝົດ 8.524 ຄັນ ໃນ​ນັ້ນ​ມີ​ລົດ​ນ້ຳ­ໜັກ​ບໍ່​ເກີນ 5.921 ຄັນ ແລະ ມີ​ລົດ​ບັນ­ທຸກ​ໜັກ​ເກີນ

2.603 ຄັນ ເທົ່າ​ກັບ 30,5% ຂອງ​ລົດ​ທີ​ໄດ້​ຜ່ານການ​ກວດ­ກາ ແລະ ໄດ້​ປັບ​ໃໝ​ຕໍ່​ຜູ້​ລະເມີດ​ບັນ­ທຸກ​ນ້ຳ­ໜັກເກີນ​ໄດ້

​ເງິນ​ເຂົ້າ​ກອງທຶນ​ບູ­ລະ­ນະ​ຮັກ­ສາ​ທາງ​ຫຼວງ​ຈຳ­ນວນ 760 ກວ່າ​ລ້ານ​ກີບ ​ທຽບ­ໃສ່​ຕົວ​ເລກ​ແຜນການ​ປະ­ຕິ­ບັດ​ໄດ້

128,95%.

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...