Homeຂ່າວທ້ອງຖິ່ນລາວ-ໄທ ສືບຕໍ່ແກ້ໄຂປັນຫາແຮງງານເຄື່ອນຍ້າຍ ປັບສະຖານະພາບແຮງງານລາວ

ລາວ-ໄທ ສືບຕໍ່ແກ້ໄຂປັນຫາແຮງງານເຄື່ອນຍ້າຍ ປັບສະຖານະພາບແຮງງານລາວ

Published on

ໃນ​ວັນ​ທີ 26 ກຸມພາ 2018 ທີ່​ນະຄອນຫລວງ​ວຽງ​ຈັນ, ​ກະຊວງ​ແຮງ​ງານ​ ​ແລະ ສະຫວັດດີ​ການ​ສັງຄົມຂອງ​ລາວ ​ແລະ ກະຊວງ​ແຮງ​ງານ​ຂອງ​ໄທ ​ ໄດ້​ພົບ​ປະ​ສອງ​ຝ່າຍ​​ ​ເພື່ອ​ປຶກສາ​ຫາລື​ ​ແລະ ສືບ​ຕໍ່​ຮ່ວມ​ມື​​ແກ້​ໄຂ​ບັນຫາ ກ່ຽວ​ກັບແຮງ​ງານ​ເຄື່ອນ​ຍ້າຍ ຝ່າຍ​ລາວ​ນຳ​ໂດຍ​ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ພ້ອມ​ດ້ວຍ​ຄະນະ, ຝ່າຍ​ໄທ​ ນຳ​ໂດຍ​ທ່ານ ພົນຕຳຫລວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການກະຊວງແຮງງານ ແຫ່ງ ຣາຊະນາຈັກໄທ ພ້ອມ​ດ້ວຍ​ຄະນະ. ທັງ​ນີ້, ​ກໍ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ໂດຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ ຂອງ​ບັນທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມືດ້ານແຮງ​ງານ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ​ເພື່ອ​ຫັນ​​ເອົາ​ແຮງ​ງານ ​ທີ່​ຜິດ​ກົດໝາຍ ​ໃຫ້​ເຂົ້າ​ສູ່​ລະບຍບກົດໝາຍ​ຫລາຍ​ຂຶ້ນ.

ພາຍຫລັງສຳ​ເລັດ​ ການ​ປັບ​ສະຖານະ​ພາບ​ ແຮງ​ງານ​ລາວ ​ ທີ່​ເຮັດ​ວຽກ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ຢູ່​ປະ​ເທດ​ໄທ ໃນ​ທ້າຍ​ເດືອນມິຖຸນາ 2018, ຖ້າ​ຫາກ​ຍັງ​ມີ​ແຮງ​ງານ​ລາວ ທີ່​ຍັງ​ບໍ່​ທັນ​ໄດ້​ປັບ​ສະຖານະ​ພາບ ​ແມ່ນ​ໃຫ້​ເດີ​ນທາງ​ກັບປະ​ເທດ ​ເພື່ອ​ດຳ​ເນີນ​ເອກະສານ​ ໃຫ້​ຖືກຕ້ອງ​ໂດຍ​ຜ່ານລະບົບ MOU. ນອກຈາກ​ນີ້​ທາງ​ການ​ລາວ​ ຍັງ​ໄດ້​ສະ​ເໜີ​ໃຫ້​ຝ່າຍ​ໄທ​ ສະໜອງ​ຂໍ້​ມູນ​ແຮງ​ງານ​ລາວ ທີ່​ດຳ​ເນີນ​ການ​ປັບ​ສະຖານະ​ພາບ​ ຍັງ​ບໍ່ທັນ​ແລ້ວ​ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ຝ່າຍ​ລາວ ​ໃນ​ການ​ວາງ​ແຜນ​ຈັດ​ຕັ້ງ​ປະຕິບັດ ​ໃຫ້​ທັນ​ກັບກຳນົດ​ເວລາ ​ແລະ ​ໃຫ້​ມີ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ແຮງ​ງານ​ລາວ ​ທີ່​ໄປ​​ເຮັດ​ວຽກ​ຢູ່​ປະ​ເທດ​ໄທ.

ການ​ຫາລື​ຄັ້ງ​ນີ້, ​​ແມ່ນ​ເພື່ອ​ກຽມ​ຮັບ​ມື ມາດ​ຕະການ​ທີ່​ດີ ​ແລະ ເພື່ອ​ຊອກ​ວິທີ​ແກ້​ໄຂ ​ບັນ​ຫາ​ຮ່ວມ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ, ຊຶ່ງ​ການ​ຮ່ວມ​ມື​ຂອງ​ສອງ​ ກະຊວງແຮງ​ງານລາວ ​ແລະ ​ໄທ ຈະ​ສືບ​ຕໍ່​ແກ້​ໄຂ​ບັນຫາ​ແຮງ​ງານ. ທັງ​ນີ້, ​ກໍ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ທັງ​ສອງ​ຊາດ​ ລາວ-​ໄທ ​ໂດຍ​ສະ​ເພາະ​ ແມ່ນ​ຊາວ​ຜູ້​ອອກ​ແຮງ​ງານ ໄດ້​ຮັບ​ການ​ປົກ​ປ້ອງ​ທາງ​ດ້ານ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​, ເພື່ອ​ໃຫ້​ມີ​ການ​ເຄື່ອນ​ຍ້າຍ​​ແບບ​ປອດ​ໄພ, ພ້ອມ​ທັງ​ໄດ້​ມີ​ໂອກາດ​ ພັດທະນາ​ສີມື ມີ​ວຽກ​ເຮັດ​ງານ​ທຳທີ່​ໜັ້ນຄົງ, ມີ​ສະຫວັດດີ​ການ​ດີ ​ແລະ ​ໄດ​ຮັບ​ຄວາມ​ຍຸດຕິ​ທຳ. ​

ແຫລ່ງຂ່າວ : ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...