Homeຂ່າວທ້ອງຖິ່ນເຈົ້າເມືອງ ຈຳພອນ ຂໍຄວາມຮ່ວມມື ແຈ້ງຂໍ້ມູນການໄປຂໍທານຂອງປະຊາຊົນ

ເຈົ້າເມືອງ ຈຳພອນ ຂໍຄວາມຮ່ວມມື ແຈ້ງຂໍ້ມູນການໄປຂໍທານຂອງປະຊາຊົນ

Published on

ເມື່ອບໍ່ດົນມານີ້, ທ່ານ ສຸທິ ຜີວສຸລິມາດ ເຈົ້າເມືອງ ຈຳພອນ ໄດ້ເຮັດໜັງສືສະເໜີ ສະບັບໜຶ່ງມາຍັງເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ ເພື່ອຂໍຄວາມຮ່ວມມື ຊ່ວຍໃນການລາຍງານ ແລະ ແຈ້ງຂໍ້ມູນຂອງການ ໄປຂໍທານຂອງປະຊາຊົນ ທີ່ເຄື່ອນໄຫວຫາເລາະຂໍທານຢູ່ແຕ່ລະເມືອງ ແລະ ຢູ່ພະແນກການອ້ອມຂ້າງແຂວງ ອັນເປັນການສ້າງພາບພົດບໍ່ງາມ ແລະ ຄວາມລະອາຍໃຫ້ອຳນາດ ການປົກຄອງ ທ້ອງຖິ່ນ ແຕ່ລະຂັ້ນຂອງເມືອງບໍ່ໜ້ອຍ. ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະຢຸດເຊົາການໄປຂໍທານຂອງປະຊາຊົນ, ກຸ່ມຄົນ ຫລື ບຸກຄົນ ທີ່ໄປຂໍທານໃຫ້ຢຸດເຊົາການເຄື່ອນໄຫວ ແລ້ວຫັນແນວຄວາມຄິດ ໄປຕາມທິດທາງ ການດຳລົງຊີວິດ ເພິ່ງຕົນເອງ, ກຸ້ມຕົນເອງ ທັງສ້າງຄວາມເຂັ້ມແຂງດ້ວຍຕົນເອງ.


ເມື່ອທ່ານໃດຫາກພົບເຫັນ ຫລື ໄດ້ຮັບຂໍ້ມູນວ່າມີຄົນຂອງ ເມືອງຈຳພອນ ຫາກໄປຂໍທານໃນທ້ອງຖິ່ນດັ່ງກ່າວ ກໍ່ຂໍໃຫ້ຊ່ວຍສອບສວນຄວາມເປັນຈິງ ແລ້ວປະສານມາຍັງຫ້ອງ ການປົກຄອງ ເມືອງຈຳພອນ ດ້ວຍເລກໝາຍໂທລະສັບ 041 311382 ເພື່ອຈະນຳຕົວຜູ້ກ່ຽວ ມາທຳການສຶກສາອົບຮົມ ເຕັກເຕືອນ ແລະ ໃຊ້ມາດຕະການໃຫ້ຢຸດເຊົາ
.

ຖ້າເວົ້າເຖິງຄົນໄປຂໍທານ ຢູ່ທ້ອງຖີ່ນອື່ນ ຫລາຍຄົນກໍມັກຈະເອີ່ຍເຖິງ ວ່າແມ່ນຄົນບ້ານຄຳປາ ແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ. ຈາກການເກັບກຳຂໍ້ມູນໃນເບື້ອງຕົ້ນໄລຍະ 2-3 ປີຜ່ານມາ ມີປະຊາຊົນ 22 ຄອບຄົວ ຍັງພົບກັບຄວາມທຸກຍາກຂາດເຂີນ ແລະ ມີການເຄື່ອນໄຫວໄປຂໍທານທ້ອງຖິ່ນອື່ນແທ້. ຈາກການຊຸກຍູ້ຊ່ວຍເຫລືອຢ່າງໃກ້ສິດ ຕິດແທດຈາກ ອຳນາດການ ປົກຄອງ ຂອງແຂວງ, ເມືອງຈຳພອນ ແລະ ນັກທຸລະກິດ ກໍຄື ທ່ານ ເກຍ ອູ໋ສິດທິເດດ ເຮັດໃຫ້ການດຳລົງຊີວິດ ຂອງປະຊາຊົນບ້ານດັ່ງກ່າວດີຂຶ້ນ, ໃນນີ້ອຳນາດການປົກຄອງ ແຕ່ລະຂັ້ນໄດ້ລົງທຶນ ພັດທະນາພື້ນຖານໂຄງລ່າງເປັນຮູບປະທຳ, ເຮືອນຊານ ບ້ານຊ່ອງໄດ້ຖືກຈັດສັນ, ເນື້ອທີ່ການຜະລິດ ແມ່ນໄດ້ຖືກສະໜອງຈັດສັນ ໃຫ້ປະຊາຊົນໄດ້ທໍາການ ຜະລິດແຕ່ລະຄອບຄົວ, ໄດ້ສ້າງໂຮງຮຽນ, ໂຮງໝໍພາຍໃນບ້ານຂຶ້ນໃໝ່ ສາມາດໃຫ້ການບໍລິການ ຂອງປະຊາຊົນໄດ້ຢ່າງທົ່ວເຖິງ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...