Homeຂ່າວຕ່າງປະເທດເດັກຊາຍເດັກຊາຍ ອິນໂດເນເຊຍອອກໄຂ່ 2 ປີ ນັບໄດ້ 20 ໜ່ວຍ

ເດັກຊາຍເດັກຊາຍ ອິນໂດເນເຊຍອອກໄຂ່ 2 ປີ ນັບໄດ້ 20 ໜ່ວຍ

Published on

ເວັບໄຊເດລີເມລລາຍງານເມື່ອວັນທີ 22 ກຸມພາ ວ່າ ເດັກຊາຍ ອິນໂດເນເຊຍໄວອາຍຸ 14 ປີ ທີ່ມີຊື່ວ່າ ອັດມາລ (Akmal) ສາມາດອອກໄຂ່ໄດ້ ເຮັດໃຫ້ແພດເຖິງຂັ້ນຕະລຶງ ໂດຍພາບເອັກຊເລເຜີຍໃຫ້ເຫັນມີວັດຖຸຄ້າຍໄຂ່ຢູ່ໃນທ້ອງຂອງເດັກຊາຍຢ່າງຊັດເຈນ

ຕາມການລາຍງານລະບຸວ່າ ເດັກຊາຍ ອັດມາລ ອາໃສຢູ່ເມືອງ ໂກວາ ແຂວງ ສຸລາເວສີໃຕ້ ປະເທດອິນໂດເນເຊຍ ເລີ່ມອອກໄຂ່ເມື່ອປີ 2016 ຈົນຮອດຕອນນີ້ນັບໄຂ່ໄດ້ 20 ໜ່ວຍແລ້ວ ພໍ່ຂອງອັດມາລກ່າວວ່າ ໄຂ່ທີ່ອອກມານັ້ນມີແຕ່ໄຂ່ແດງລ້ວນໆ ບໍ່ມີໄຂ່ຂາວປົນ

ເພາະເຫດນີ້ຈິ່ງເຮັດໃຫ້ທ້າວ ອັດມາລຕ້ອງເຂົ້າຮັບການຜ່າຕັດຮັກສາຕົວທີ່ໂຮງໝໍຫຼາຍເທື່ອ ແຕ່ເລື່ອງນີ້ຖືວ່າເປັນເລື່ອງທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນໂລກ ຈິ່ງບໍ່ມີໃຜສາມາດອະທິບາຍໄດ້ວ່າເລື່ອງນີ້ເກີດຂຶ້ນໄດ້ແນວໃດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...