Homeຂ່າວຕ່າງປະເທດສະມໍລະພູມເຂດກູຕາ ຕາເວັນອອກນອງເລືອດ ເສຍຊີວິດເພີ່ມ 250ສົບ ພາຍໃນ 2ມື້.

ສະມໍລະພູມເຂດກູຕາ ຕາເວັນອອກນອງເລືອດ ເສຍຊີວິດເພີ່ມ 250ສົບ ພາຍໃນ 2ມື້.

Published on

ຈຳນວນຜູ້ເສຍຊີວິດຈາກການສູ້ຮົບຢ່າງດຸເດືອດໃນເຂດກູຕາ ຕາເວັນອອກ, ເມືອງດາມັສກັສຂອງ ຊີຣີ ເພີ່ມຂື້ນຫລາຍກວ່າ 250 ຄົນ ພາຍໃນໄລຍະເວລາພຽງ 48 ຊົ່ວໂມງ ລະຫວ່າງລັດຖະບານຊີຣີ ແລະກຸ່ມກະບົດ ຫວັງທຳລາຍລ້າງໃຫ້ຫມົດໄປ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງດາມັສກັສ, ປະເທດ ຊີຣີ ໃນວັນທີ 21 ກຸມພາ ວ່າອົງກອນສັງເກດການເພື່ອສິດທິມະນຸດຊີຣີ (SOHR) ລາຍງານຈຳນວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງກອງທັບຊີຣີກັບກອງກຳລັງຝ່າຍຕໍ່ຕ້ານລັດຖະບານ ໃນເຂດກູຕາ ຕາເວັນອອກ, ເຂດປົກຄອງບ່ອນສຸດທ້າຍຂອງຝ່າຍກະບົດທີ່ຢູ່ເມືອງດາມັສກັສ ໃນລະຫວ່າງວັນຈັນຫາວັນອັງຄານທີ່ຜ່ານມານີ້, ຍອດຜູ້ເສຍຊີວິດແມ່ນເພີ່ມຂື້ນຫລາຍກວ່າ 250 ຄົນ ແລະຈຳນວນຜູ້ໄດ້ຮັບບາດເຈັບເພີ່ມຂື້ນອີກຫລາຍກວ່າ 1,200 ຄົນ.

ລາຍງານຂອງ (SOHR) ລະບຸນຳວ່າ ການໂຈມຕີເຂດກຸຕາຕາເວັນອອກສະເພາະວັນອັງຄານທີ່ຜ່ານມາ ສ້າງຄວາມເສຍຫາຍໃຫ້ກັບໂຮງຫມໍໃນພື້ນທີ່ເພີ່ມອີກເປັນ 6 ແຫ່ງ ແລະຫມູ່ບ້ານອີກ 10 ແຫ່ງ, ໄດ້ຮັບຄວາມເສຍຫາຍ ນອກຈາກນີ້ ຄວາມສູນເສຍຕໍ່ຊີວິດໃນເຂດກູຕາ ຕາເວັນອອກຄັ້ງນີ້ຖືວ່າຫລາຍສຸດ.

ຂະນະທີ່ປະຊາຊາດ (UN) ອອກມາຖະແຫລງການຮຽກຮ້ອງໃຫ້ມີການຢຸດຍິງເພື່ອເປີດທາງໃຫ້ແກ່ເຈົ້າຫນ້າທີ່ບັນເທົາທຸກໃນການລຳລຽງຄວາມຊ່ວຍເຫລືອເຂົ້າສູ່ພື້ນທີ່ ແລະນຳຜູ້ໄດ້ຮັບບາດເຈັບສາຫັດອອກໄປຮັກສາ ແຕ່ການຮຽກຮ້ອງຈາກ UN ແມ່ນຍັງບໍ່ທັນໄດ້ຮັບການຕອບສະຫນອງຈາກຝ່າຍໃດ.

 

ແຫລ່ງຂ່າວຕ່າງປະເທດ DLN

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...