Homeຂ່າວພາຍ​ໃນອະນຸກຳມະການເປີດປະມູນ "ນໍ້າດື່ມ" ເຊິ່ງເປັນຊັບສິນຂອງພີເອັສ ມູນຄ່າກວ່າ 1 ພັນລ້ານກີບ

ອະນຸກຳມະການເປີດປະມູນ “ນໍ້າດື່ມ” ເຊິ່ງເປັນຊັບສິນຂອງພີເອັສ ມູນຄ່າກວ່າ 1 ພັນລ້ານກີບ

Published on

ມື້ວານນີ້ (20 ກຸມພາ 2018) ຄະນະກຳມະການປະມູນ ແລະ ຂາຍສິນຄ້າ ຂອງອະນຸກຳມະການກວດກາການເຄື່ອນໄຫວ, ຖານະການເງິນ ແລະ ຊັບສິນຂອງບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ (PS) ໄດ້ອອກໜັງສືເຊີນມວນຊົນເຂົ້າຮ່ວມການປະມູນຊັບສິນຂອງບໍລິສັດ ພີເອັສ ເຊິ່ງສິນຄ້າທີ່ນຳມາປະມູນແມ່ນ ນໍ້າດື່ມລາວ ມູນຄ່າຕໍ່າສຸດ 1 ພັນ 3 ຮ້ອຍ ລ້ານກີບ.

ໃນໜັງສືເຊີນດັ່ງກ່າວ ລະບຸວ່າ ລາຍການນໍ້າດື່ມລາວທີ່ຈະນຳມາປະມູນນັ້ນ ປະກອບດ້ວຍນໍ້າດື່ມລາວ 4 ຂະໜາດຄື 250 ມິນລີລິດ, 350 ມິນລີລິດ, 600 ມິນລີລິດ ແລະ 1,500 ມິນລີລິດ ຈຳນວນກວ່າ 133,000 ແກັດ ເຊິ່ງຜູ້ທີ່ສົນໃຈສາມາດເຂົ້າໄປເບິ່ງສິນຄ້າໂຕຈິງໄດ້ທີ່ບໍລິສັດຕັ້ງແຕ່ວັນທີ 21-27 ກຸມພາ ໃນໂມງລັດຖະການ.

ທັງນີ້ ໃນແຈ້ງການໄດ້ກຳນົດວັນປິດຮັບຊອງປະມູນໃນວັນທີ 28 ກຸມພາ 2018 ເວລາ 09:00 ໂມງ ແລະ ເປີດຊອງປະມູນໃນເວລາ 10:00 ໂມງຂອງມື້ດຽວກັນ.

ສຳລັບ ຄະນະກຳມະການກວດກາການເຄື່ອນໄຫວ, ຖານະທາງການເງິນ ແລະ ຊັບສິນຂອງບໍລິສັດພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ນັ້ນ ໄດ້ຮັບການແຕ່ງຕັ້ງຂຶ້ນໃນວັນທີ 25 ທັນວາ 2017 ພາຍຫຼັງທີ່ເກີດເຫດຊຸມນຸມຂອງບັນດາສະມາຊິກທີ່ໄດ້ເອົາເງິນໄປຮ່ວມທຶນກັບບໍລິສັດ ເພື່ອກົດດັນໃຫ້ປະທານບໍລິສັດສົ່ງເງິນຄືນ.

 

ແຫລ່ງຂ່າວ : ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...