spot_img
Homeຂ່າວຕ່າງປະເທດກອງກຳລັງລັດຖະບານຊີຣີ ເປີດສາກໂຈມຕີທາງອາກາດບຸກເຂດທີ່ຫມັ້ນສຸດທ້າຍຂອງກຸ່ມກະບົດ

ກອງກຳລັງລັດຖະບານຊີຣີ ເປີດສາກໂຈມຕີທາງອາກາດບຸກເຂດທີ່ຫມັ້ນສຸດທ້າຍຂອງກຸ່ມກະບົດ

Published on

ກອງກຳລັງລັດຖະບານຊີຣີ ເປີດສາກໂຈມຕີທາງອາກາດຖະລົ່ມເຂດກູຕາ ຕາເວັນອອກ ເຂດທີ່ຫມັ້ນສຸດທ້າຍຂອງກຸ່ມກະບົດໃກ້ເມືອງດາມັສກັສຢ່າງຫນັກ ຖືວ່າເປັນການໂຈມຕີຄັ້ງຮຸນແຮງທີ່ສຸດໃນຮອບຫລາຍປີ ແລະ ເຮັດໃຫ້ມີພົນລະເຮືອນເສຍຊີວິດແລ້ວຢາງຫນ້ອຍ 94 ຄົນ ແລະ ບາດເຈັບ 300ກວ່າຄົນ.

ອົງກອນສັງເກດການເພື່ອສິດທິມະນຸດຊີຣີ (SOHR) ເປັນຜູ້ລາຍງານຍອດຜູ້ເສຍຊີວິດດັ່ງກ່າວ ແຕ່ຍັງຄົງບໍ່ມີການຢືນຢັນຕົວເລກຜູ້ເສຍຊີວິດເປັນທາງການ ຫລາຍຝ່າຍຄາດການວ່າກອງກຳລັງລັດຖະບານຊີຣີເປີດສາກໂຈມຕີທາງອາກາດໃນຄັ້ງນີ້ ເພື່ອເປີດທາງໃຫ້ກອງກຳລັງພາກພື້ນດິນບຸກເຂົ້າໄປໃນເຂດກູຕາ ຕາເວັນອອກ. ໃນເຂດນີ້ມີພົນລະເຮືອນອາໄສຢູ່ຈຳນວນ 400,000 ຄົນ, ບໍລິເວນນີ້ແມ່ນຖືກລັດຖະບານຊີຣີປິດລ້ອມມາຕັ້ງແຕ່ປີ 2013 ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຕົກຢູ່ໃນສະພາບຂາດແຄນຢ່າງຫນັກ ທັງອາຫານ, ນໍ້າດື່ມ, ເຊື້ອເພີງ, ຢາປົວພະຍາດ ແລະ ສີ່ງຈຳເປັນຕ່າງໆ. ເຈົ້າຫນ້າທີ່ຜູ້ຫນື່ງຂອງສະຫະປະຊາຊາດໄດ້ຮ້ອງຂໍໃຫ້ມີການຢຸດຍີງ ເພາະສະຖານະການແມ່ນຮ້າຍແຮງຫລາຍ ພົນລະເຮືອນຜູ້ບໍລິສຸດຕ້ອງມາເສຍຊີວິດ ແລະ ໄດ້ຮັບຄວາມເດືອດຮ້ອນຢ່າງຫນັກຈາກເຫດການນີ້.

ແຕ່ທາງດ້ານລັດຖະມົນຕີຕ່າງປະເທດຂອງລັດເຊຍ, ເຊີເກ ລາຟຣອຟ ກ່າວປະຕິເສດຕໍ່ລາຍງານຂ່າວດັ່ງກ່າວວ່າ ສະພາບການເປັນຢູ່ຂອງປະຊາຊົນໃນເຂດກູຕາ ຕາເວັນອອກ ແລະ ເມືອງອິດຣິບ ຂອງຊີຣີ ບໍ່ໄດ້ຂາດແຄນດັ່ງທີ່ສະຫະປະຊາຊາດກ່າວໄວ້ແຕ່ຢ່າງໃດ.

 

 

ແຫລ່ງຂ່າວຕ່າງປະເທດ BBC

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...