Homeຂ່າວຕ່າງປະເທດມະຫາວິທະຍາໄລສົງແຫ່ງທຳອິດຂອງໂລກ ຈະເປີດສອນອີກເທື່ອໜຶ່ງ ຫຼັງຈາກປິດມາໄດ້ 821 ປີ

ມະຫາວິທະຍາໄລສົງແຫ່ງທຳອິດຂອງໂລກ ຈະເປີດສອນອີກເທື່ອໜຶ່ງ ຫຼັງຈາກປິດມາໄດ້ 821 ປີ

Published on

 

ມະຫາວິທະຍາໄລນາລັນທາ ມະຫາວິທະຍາໄລສົງແຫ່ງທຳອິດຂອງໂລກ ເຊິ່ງຖືກກໍ່ຕັ້ງໃນປີ ພ.ສ 998 (ຄ.ສ 455)

ກຳລັງຈະເປີດການສອນໃໝ່ອີກເທື່ອໜຶ່ງ ໃນເດືອນກັນຍານີ້ ຫຼັງຈາກປິດມາກ່ວາ 821 ປີ.

 

ວັນທີ 1 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວບີບີຊີຂອງອັງກິດ ໄດ້ລາຍງານວ່າ ມະຫາວິທະຍາໄລ ນາລັນທາ ເຊິ່ງ

ເປັນມະຫາວິທະຍາໄລສົງແຫ່ງທຳອິດຂອງໂລກ ໃນແຄ້ວນມະຄະທະ ປະເທດອິນເດຍ ເຊິ່ງກໍ່ຕັ້ງຂຶ້ນໃນປີ ພ.ສ

998 (ຄ.ສ 455) ແຕ່ຖືກກອງທັບຕຸລະກີທຳລາຍ ໃນປີ ພ.ສ 1736 (ຄ.ສ 1193) ກຳລັງຈະກັບມາເປີດການຮຽນ

ການສອນຄືນໃໝ່ອີກເທື່ອໜຶ່ງ ຫຼັງຈາກເວລາຜ່ານໄປ 821 ປີ.

 

ລາຍງານຂ່າວໄດ້ລະບຸວ່າ ມະຫາວິທະຍາໄລ ນາລັນທາ ອັນເປັນສະຖານທີ່ສຶກສາຂອງບັນດານັກຄິດນັກສຶກສາ

ຫຼາຍພັນຄົນໃນອະດີດ ກຳລັງຈະຖືກສ້າງຂຶ້ນໃໝ່ອີກເທື່ອໜຶ່ງ ໃນວິທະຍາເຂດໃໝ່ ທີ່ຫ່າງຈາກສະຖານທີ່ຕັ້ງເກົ່າ

ໄປປະມານ 15 ກິໂລແມັດ ໂດຍໃນສົກສຶກສາໃໝ່ ເຊິ່ງຈະເລີ່ມຕັ້ງແຕ່ເດືອນກັນຍາປີນີ້ ແມ່ນມີນັກສຶກສາກ່ວາ

ພັນຄົນ ຈາກ 40 ປະເທດ ທີ່ສົ່ງເອກະສານມາສະໝັກເຂົ້າຮຽນ, ແຕ່ມີພຽງ 15 ຄົນເທົ່ານັ້ນ ທີ່ໄດ້ຮັບການຄັດ

ເລືອກ ເຊິ່ງປະກອບດ້ວຍນັກສຶກສາຈາກຍີ່ປຸ່ນ ແລະ ພູຖານ ປະເທດລະຄົນ ແລະ ອີກ 13 ຄົນ ແມ່ນມາຈາກອິນ

ເດຍທັງໝົດ ເຊິ່ງມີການດຳເນີນການສອນໂດຍເຈົ້າໜ້າທີ່ພຽງ 11 ຄົນເທົ່ານັ້ນ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...