spot_img
Homeຂ່າວຕ່າງປະເທດເຫດຍີງນັກຮຽນເສຍຊີວິດ ດັບ 17 ສົບ ທີ່ລັດຟໍລິດາ, ສະຫະລັດອາເມລິກາ

ເຫດຍີງນັກຮຽນເສຍຊີວິດ ດັບ 17 ສົບ ທີ່ລັດຟໍລິດາ, ສະຫະລັດອາເມລິກາ

Published on

ຖືເປັນໂສກອະນາດຕະກຳອັນຮ້າຍແຮງໃນຮອບ 6 ປີ ຂອງສະຫະລັດ ທີ່ ໂຮງຮຽນມັດທະຍົມມາຈໍຣີຕີ້ສະໂຕນແມນດັກລາສ ໃນເມືອງປາກແລນ, ລັດຟໍລິດາ ຂອງວັນທີ 14 ກຸມພາ 2018 ມີຜູ້ເສຍຊີວິດຢ່າງຫນ້ອຍ 17 ຄົນ, ເຈົ້າຫນ້າທີ່ຕຳຫລວດ ແລະ ເຈົ້າຫນ້າທີ່ຫນ່ວຍປະຕິບັດການພິເສດ (SWAT) ໃນລັດຟໍລິດາ ໄດ້ຄວບຄຸມໂຕຜູ້ຕ້ອງສົງໄສຊື່ວ່າ ນິໂຄລອສ ຄຸສ, ນັກຮຽນອາຍຸ 19 ປີ ເປັນນັກຮຽນເກົ່າທີ່ຖືກໄລ່ອອກຈາກໂຮງຮຽນໄປກ່ອນຫນ້ານີ້. ສາມາດຈັບໂຕໄດ້ທັນທີໂດຍບໍ່ຂັດຂືນພາຍຫລັງທີ່ກໍ່ເຫດໄດ້ 1 ຊົ່ວໂມງ. ເຈົ້າຫນ້າທີ່ໃຫ້ການຕໍ່ສື່ມວນຊົນວ່າ ດ້ວຍເຫດຜົນບາງປະການທີ່ບໍ່ສາມາດເປີດເຜີຍຂໍ້ມູນໄດ້.

ນິໂຄລອສ ຄຸສ ໃຊ້ປືນຍາວເປັນອາວຸດ ເລີ່ມກໍ່ເຫດທີ່ດ້ານຫນ້າຂອງໂຮງຮຽນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ກ່ອນຈະເຂົ້າໄປໃນອາຄານຮຽນເປີດສາກຍິງອີກ 12 ຄົນເສຍຊີວິດ ແລະຍັງມີອີກ 2 ຄົນທີ່ເສຍຊີວິດທີ່ໂຮງຫມໍ.

ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ມີລາຍງານເຫດຍິງນັກຮຽນໃນສະຫະລັດລວມແລ້ວ 219 ເທື່ອ ຫລື ສະເລ່ຍປະມານ 1ເທື່ອຕໍ່ອາທິດ.

ແຫລ່ງຂ່າວຕ່າງປະເທດ: TBBC

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...