Homeຂ່າວຕ່າງປະເທດລັດຖະບານຈີນກຽມພັກດັນນະໂຍບາຍການສ້າງງານໃຫ້ພົນລະເມືອງເປັນວຽກງານຫຼັກໃນປີນີ້

ລັດຖະບານຈີນກຽມພັກດັນນະໂຍບາຍການສ້າງງານໃຫ້ພົນລະເມືອງເປັນວຽກງານຫຼັກໃນປີນີ້

Published on

ເມິ່ງ ເວີ່ຍ ໂຄສົກຂອງຄະນະກຳມະການການປະຕິຮູບ ແລະ ພັດທະນາແຫ່ງຊາດຂອງຈີນ (ເອັນດີອາຣ໌ຊີ) ເປີດເຜີຍວ່າ ລັດຖະບານຈີນຕ້ອງຜັກດັນໃນການສ້າງງານໃນປະເທດ ແລະ ການສົ່ງເສີມການເປັນຜູ້ປະກອບການແນວນະໂຍບາຍຫຼັກປະຈຳປີນີ້ ເພື່ອຫຼຸດຈຳນວນປະຊາກອນວ່າງງານເກືອບ 10 ລ້ານຄົນໃນປະເທດ

ໂຄສົກເອັນດີອາຣ໌ຊີ ເສີມວ່າ ໃນປັດຈຸບັນຈຳນວນປະຊາກອນວ່າງງານໃນຈີນຢູ່ທີ່ 9.7 ລ້ານຄົນ ໂດຍສາເຫດການວ່າງງານສ່ວນໜຶ່ງມາຈາກການປັບຫຼຸດການຜະລິດສ່ວນເກີນໃນພາກອຸດສາຫະກຳ ຂະນະທີ່ນັກສຶກສາຈົບໃໝ່ໃນປີນີ້ມີກວ່າ 8.2 ລ້ານຄົນ

ທັງນີ້ ໃນການກະຕຸ້ນການຈ້າງງານ ລັດຖະບານຈະເລັ່ງຜັກດັນພາກອຸດສາຫະກຳໃໝ່ໆເຊັ່ນ: ພາກເທັກໂນໂລຢີ ແລະ ພາກບໍລິການ ໃຫ້ກາຍເປັນກົນໄກໃໝ່ຂັບເຄື່ອນການຂະຫຍາຍຕົວທາງເສດຖະກິດ ໂດຍເມິງລະບຸວ່າ ຈີນຈະອອກນະໂຍບາຍທາງປັດໄຈແວດລ້ອມເພື່ອນສະໜັບສະໜູນເສດຖະກິດດິຈິທັລ ຮວມເຖິງການສົ່ງເສີມພາກອຸດສາຫະກຳບິ໊ກດາຕ້າ ປັນຍາປະດິດ (ເອໄອ) ແລະ ອິນເຕີເນັດໃນຮູບແບບອຸດສາຫະກຳຫຼາຍຂຶ້ນ ນອກຈາກນີ້ລັດຖະບານຈີນຍັງກຽມປັບປຸງນະໂຍບາຍເພື່ອສະໜັບສະໜູນການຈະເລີນເຕີບ ໂຕຂອງບໍລິສັດເອກະຊົນອີກດ້ວຍ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...