Homeຂ່າວຕ່າງປະເທດວາເລັນທາຍ ' ມື້ຕ້ອງຫ້າມ ' ໃນຫລາຍປະເທດ

ວາເລັນທາຍ ‘ ມື້ຕ້ອງຫ້າມ ‘ ໃນຫລາຍປະເທດ

Published on

ໃນຂະນະທີ່ຫລາຍໆປະເທດຕ້ອນຮັບວັນວາເລັນທາຍ ຫລື ວັນແຫ່ງຄວາມຮັກໃນມື້ນີ້ ພ້ອມທັງສະຫລອງວັນແຫ່ງຄວາມຮັກຢ່າງຫວານຊື່ນ ແຕ່ກົງກັນຂ້າມກັບບັນດາປະເທດທີ່ຖືວ່າ ວັນແຫ່ງຄວາມຮັກ ທີ 14 ກຸມພາ ເປັນມື້ຕ້ອງຫ້າມທີ່ສົ່ງເສີມຄ່ານິຍົມທາງເພດທີ່ບໍ່ເຫມາະສົມ.

ປີນີ້ຖືວ່າເປັນປີທີ 2 ແລ້ວທີ່ທາງການປາກີດສະຖານ ຫ້າມປະຊາຊົນເຄື່ອນໄຫວທຸລະກິດ ຫລື ຄ້າ-ຂາຍ ສິນຄ້າກ່ຽວກັບວັນວາເລັນທາຍ ລວມທັງຫ້າມຊື່ມວນຊົນນຳສະເຫນີເລື່ອງລາວກ່ຽວກັບມື້ນີ້ ເພາະຖືວ່າເປັນສີ່ງທີ່ຂັດຕໍ່ຫລັກການຂອງສາສະຫນາອິດສະລາມ ທີ່ຄົນສ່ວນໃຫຍ່ໃນປະເທດນັບຖື.

ກ່ອນຫນ້ານີ້ທີ່ ປະທານປະເທດ ມັນນູນ ຮຸນເຊນ ຂອງປາກິດສະຖານ ປະກາດໃຫ້ນັກສຶກສາງົດການສະເຫລີມສະຫລອງເທສະການວັນແຫ່ງຄວາມຮັກ, ອີກທັງທາງການທ້ອງຖີ່ນຫ້າມປະຊາຊົນສະເຫລີມສະຫລອງໃນມື້ນີ້ ແລະ ໃຫ້ຕຳຫລວດອອກກວດກາລົງພື້ນທີ່ຫ້າມຮ້ານຄ້າຈຳຫນ່າຍກາດອວຍພອນ ແລະ ສີ່ງຂອງທີ່ກ່ຽວຂ້ອງກັບວັນແຫ່ງຄວາມຮັກ.

ອີກຫລາຍປະເທດທີ່ຄົນສ່ວນໃຫຍ່ນັບຖືສາສະຫນາອິດສະລາມກໍ່ຕໍ່ຕ້ານວັນແຫ່ງຄວາມຮັກເຊັ່ນກັນ ໂດຍອົງກອນສາສະຫນາໃນອາຣັບບີ ຊາອຸດິດ ຫ້າມປະຊາຊົນສະຫລອງວັນວາເລັນທາຍ ເພາະເປັນທີ່ຮູ້ກັນດີວ່າຮ້ານຂາຍດອກໄມ້ທີ່ນີ້ ຈະໃຫ້ບໍລິການສົ່ງຊໍ່ດອກໄມ້ໃນຕອນເດີກເພື່ອຫລີກລ້ຽງການກວດຈັບ.

ຂະນະທີ່ປະເທດອິນໂດເນເຊຍ ຊື່ງເປັນປະເທດມຸດສະລິມໃຫຍ່ທີ່ສຸດໃນໂລກ ໂດຍກຸ່ມອານຸລັກນິຍົມໃຫ້ເຫດຜົນວ່າ ວັນວາເລັນທາຍສົ່ງເສີມພຶດຕິກຳມີເພດສຳພັນແບບຊົ່ວຄັ້ງຄາວ ແລະ ການດື່ມສີ່ງມຶນເມົາ. ແຕ່ເຖີງຢ່າງໃດກໍຕາມ ວັນວາເລັນທາຍກໍຍັງເປັນທີ່ນິຍົມໃນອິນໂດເນເຊຍ ແລະ ຫ້າມສະເພາະທີ່ເຂດແຂວງ ອາເຈະ ຊື່ງບັງຄັບໃຊ້ກົດຫມາຍອິດສະລາມ. ສ່ວນໃນປະເທດອິນເດຍ, ເຖີງແມ່ນວ່າຈະມີການສະເຫລີມສະຫລອງວັນແຫ່ງຄວາມຮັກຢ່າງແພ່ຫລາຍ ແຕ່ທາງພັກການເມືອງຫລາຍໆພັກວິຈານວ່າວັນແຫ່ງຄວາມຮັກນີ້ສົ່ງເສີມຄ່ານິຍົມຕາເວັນຕົກທີ່ບໍ່ມີຄວາມພຶງປະສົງ.

ເຊັ່ນດຽວກັນກັບໃນປະເທດ ອີຣານທີ່ວັນແຫ່ງຄວາມຮັກແມ່ນໄດ້ຮັບຄວາມນິຍົມເພີ່ມຂື້ນຈາກຄົນຫນຸ່ມສາວ ແຕ່ທີ່ປະເທດແຫ່ງນີ້ກໍ່ມີການປາບປາມການສະຫລອງເທສະການວາເລັນທາຍ ໂດຍທາງການແຈ້ງວ່າ ວັນແຫ່ງຄວາມຮັກແມ່ນການສົ່ງເສີມວັດທະນາທຳຕາເວັນຕົກທີ່ ‘ ເສື່ອມຊາມ ‘.

ແຫລ່ງຂ່າວຕ່າງປະເທດ TBBC

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...