ຄົນລາວຄິດຈັ່ງໃດກັບວັນວາເລນທາຍ

ຄວາມຮັກເປັນສິ່ງທີ່ດີງາມ ສະຖານທີ່ແຫ່ງໃດມີຄວາມຮັກ ສະຖານທີ່ແຫ່ງນັ້ນຈະເປັນດິນແດນແຫ່ງຄວາມສຸກຄວາມອົບອຸ່ນ ກົງກັນຂ້າມຖ້າສະຖານທີ່ແຫ່ງໃດຂາດເຊິ່ງຄວາມຮັກ ສະຖານທີ່ແຫ່ງນັ້ນກໍຄົງມີແຕ່ການຂ້າຟັນລັນແທງກັນ. ດັ່ງນັ້ນ, ຄວາມຮັກຈຶ່ງເປັນສິ່ງທີ່ສຳຄັນແລະຄວນຈະສົ່ງເສີມໃຫ້ມີຢູ່ກັບມະນຸດທຸກຄົນໃຫ້ລົ້ນຫົວໃຈ.

ເນື່ອງໃນໂອກາດ ວັນວາເລນທາຍລາວໂພດກໍເລີຍໄດ້ຖາມຄວາມຮູ້ສຶກຂອງຄົນລາວຈຳນວນໜຶ່ງເຖິງວັນດັ່ງກ່າວ ດ້ວຍຄຳຖາມທີ່ວ່າ:
1. ຮູ້ສຶກຈັ່ງໃດກັບວັນວາເລນທາຍ?
2. ເຈົ້າຈະມີກິດຈະກຳຫຍັງພິເສດບໍສຳລັບວັນດັ່ງກ່າວນີ້? ຍ້ອນຫຍັງ?
3. ເຈົ້າເຄີຍໄດ້ຮັບຫຼືໄດ້ໃຫ້ຫຍັງກັບຄົນຮັກຂອງເຈົ້າບໍ?
ເຊິ່ງລາຍລະອຽດຂອງຄຳຕອບມີດັ່ງນີ້:


ທ້າວ ອານຸລັກ ພະໄຊສີສຸນົນ ຫຼື ໂຊນ່ານ ນັກຂ່າວ, ນັກຂຽນ ແລະເປັນນັກຮ້ອງວົງແຈັກເກັດ ໄດ້ໃຫ້ຄຳຕອບວ່າ: ວາເລັນທາຍຄືວັນແຫ່ງຄວາມຮັກ ໃນນີ້ບໍ່ໄດ້ໝາຍວຄວາມວ່າສະເພາະແຕ່ ຊູ້ແຟນ ເຊິ່ງລວມເຖິງ ພໍ່ແມ່ພີ່ນ້ອງປ້ອງປາຍຕ່າງໆ ເປັນເທສະການທີ່ສາກົນຈັດ ແລະຄົນລາວເຮົາສ່ວນໜຶ່ງກໍຮ່ວມກິດຈະກຳນີ້ຄືກັນ. ໂດຍປົກກະຕິແລ້ວມັນກໍເປັນວັນທຳມະດາທີ່ບໍ່ມີຫຍັງຕື່ນເຕັ້ນສໍາຫຼັບຄົນໂສດ ແຕ່ສ່ວນຄົນທີ່ມີຄູ່ ມັນເປັນການມອບຂອງຂວັນໃຫ້ແກ່ກັນ. ກິດຈະກໍາໃນວັນທີ 14 ກຸມພາ ມື້ອື່ນ ຊິມີກິດຈະກໍາຢູ່ຮ້ານປີ້ງແຊບ ພ້ອມທັງຈັດມິນິຄອນເສີດ “14 ກຸມພາມາຮັກກັນບໍ່ ໂຄເວີຄອນເທັດ 2018”.

ນາງ ອານິນ ນັກສຶກສາສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ໃຫ້ຄຳຕອບວ່າ: ເປັນວັນພິເສດວັນຫນຶ່ງ ແຕ່ຂ້ອຍບໍ່ເຄີຍໄດ້ຮັບຫລືໃຫ້ຫຍັງຈາກໃຜ ແຕ່ກະບໍ່ໄດ້ມີອະຄະຕິໃດໆກັບວັນແຫ່ງຄວາມຮັກ. ຂ້ອຍມີກິດຈະກຳທຸກປີຄືຂາຍດອກກຸຫລາບແລະຕຸກກະຕາຂອງທີ່ລະນຶກເຊິ່ງຮູ້ສຶກດີທີ່ເຫັນຄົນມາຊື້ນຳ ໃຫ້ຂອງຂວັນກັບຄົນຮັກ, ບໍ່ແມ່ນແຕ່ແຟນຫລືໃຫ້ພໍ່ແມ່ແລະອ້າຍກັບນ້ອງເຊິ່ງກະຮູ້ສຶກດີທີ່ມີວັນນີ້ ເພາະເຮັດໃຫ້ເຮົາສະແດງອອກວ່າ ຮັກກັນ.

ນາງ ສຸກສະດາ ສຸດທິໄຊ ຫຼື ນາມປາກກາ ສາວເມີ້ຍ. ອາຈານສອນ ຈາກຄະນະອັກສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ນັກຂຽນ, ນັກແຕ່ງ, ນັກກະວີທັງຂຽນແລະສົດ ລຸ້ນໜຸ່ມຊື່ດັງຜູ້ໜຶ່ງຂອງລາວ ໄດ້ໃຫ້ຄຳຕອບວ່າ:
1. ສຳລັບຂ້າພະເຈົ້າແລ້ວ ວັນວາເລັນທາຍ ກໍເປັນວັນ ທຳມະດາວັນໜຶ່ງ ບໍ່ເຄີຍມີດອກໄມ້ ຫລືວ່າ ສິ່ງຂອງສຳຫຼັບຄົນຮັກ ເພາະວ່າ ເລືອກທີ່ຈະສະແດງອອກທຸກໆມື້ທຸກວັນມີກັນ ແລະ ກັນດີກວ່າ ຍ້ອນວ່າ ຕ່າງຄົນຕ່າງກໍເຂົ້າອົກເຂົ້າໃຈດີ ອີກຢ່າງກໍຖືກສັ່ງສອນຈາກພໍ່ແມ່ມາຕະຫຼອດວ່າ “ ວັນວາເລັນທາຍ ພໍ່ແມ່ບໍ່ເຄີຍປະຕິບັດມາກ່ອນ ເຫັນແຕ່ຄົນສະໄໝນີ້ລ່ະ! ທີ່ພາກັນເວົ້າຂຶ້ນມາເອງ ”. 2. ວັນດັ່ງກ່າວນີ້ຂ້ອຍບໍ່ໄດ້ເຮັດຫຍັງເປັນພິເສດ, ເຮັດວຽກສອນນັກຮຽນເປັນກະຕິ. ເຖິງຈະມີໃຜ, ໝູ່ຄູ່ຈັດກິດຈະກຳເຮົາກໍບໍ່ໄດ້ເຂົ້າຮ່ວມ ເພາະວ່າ ເຮົາບໍ່ໄດ້ຖືວ່າ ວັນນີ້ສຳຄັນແຕ່ໃດມາ. 3. ບໍ່ເຄີຍໄດ້ຮັບຂອງຂວັນຈາກໃຜເລີຍ ເພາະວ່າຮອດວັນທີ 14 ກຸມພາ ເຮົາກໍບໍ່ໄດ້ສະແດງອອກວ່າຢາກໄດ້ຫຍັງ ແລະ ອີກຢ່າງຄົນຮັກກໍເຂົ້າໃຈຄືກັນວ່າ ພວກເຮົາບໍ່ຕ້ອງໃຫ້ກັນກໍໄດ້ ຂໍໃຫ້ທຸກມື້ຂອງເຮົາ ມີກັນຢູ່ນຳກັນສ່ຳນັ້ນກໍສຸກໃຈ.


ທ່ານ ຈັນສະນິດ ຫຼວງວັນນາ ພະນັກງານຈາກສູນນໍ້າສະອາດ ກົມອະນາໄມແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ບຸກຄົນຊື່ດັງໃນເຟສບຸກຜູ້ໜຶ່ງ ໄດ້ໃຫ້ຄຳຕອບວ່າ:
1. ສຳລັບຄວາມຮູ້ສຶກນີ້ຄື ເສີຍໆ ບໍ່ຕ່າງຫຍັງກັບຄົນລາວ ທີ່ຢູ່ປະເທດລາວ ຮູ້ສຶກຕໍ່ມື້ວັນຊາດຂອງປະເທດອື່ນ, ບໍ່ຕ່າງຫຍັງກັບຄົນຖືສາສະໜາພຸດ ທີ່ເຂົ້າວັດຟັງທຳແທ້ໆ ຮູ້ສຶກຕໍ່ວັນຄຣິສມາສ(ຮູ້ວ່າມີວັນນີ້ແຕ່ບໍ່ໄດ້ມີອາລົມຮ່ວມ). 2. ແຕ່ກໍຄົງຕ້ອງມີກິດຈະກຳຫຍັງພິເສດກັບແຟນແດ່ຈັກເລັກໜ້ອຍ ເພື່ອບໍ່ເປັນການສວນກະແສຈົນເກີນໄປ ປະມານວ່າ ພໍໄດ້ເອົາໃຈເຂົາເຈົ້າເສີຍໆ ຕາມມາລະຍາດ. ແຕ່… ສູງສຸດກໍຊິພາໄປກິນຕໍາໝີ່ ຫຼື ເຂົ້າປຽກຮອບເດິກຮ້ານເດີມຫັ້ນແຫຼະ. 3. ຂອງຂວັນວາເລັນທາຍ ບໍ່ເຄີຍໄດ້ຈາກໃຜຈັກເທື່ອເລີຍ ແຕ່ຄັນເວົ້າເຖິງວ່າເຄີຍໃຫ້ຂອງຂວັນແຟນໃນວັນວາເລັນທາຍນີ້ ຕ້ອງຢ້ອນກັບໄປເມື່ອຕອນອາຍຸ 20 ປີພຸ້ນ ສະໄໝຂີ່ລົດຖີບແພນເທີ່ໄປຫຼິ້ນນຳຜູ້ສາວພຸ້ນແຫຼະ ຕອນນັ້ນຈື່ໄດ້ວ່າ ໄດ້ຊື້ໂບມັດຜົມອັນໜຶ່ງໃຫ້ຜູ້ສາວ ແຕ່ຕໍ່ມາກໍບໍ່ເຄີຍໄດ້ໃຫ້ໃຜອີກ ເພາະຜູ້ທີ່ເຄີຍໃຫ້ຂອງຂວັນຕອນນັ້ນ ສຸດທ້າຍກໍບໍ່ໄດ້ເປັນແຟນກັນ.

ໂຄສົກໄຊອິວ ຫຼື ນາງ ບົວສະຫວັນ ແກ້ວປະສິດ ນັກຈັດລາຍການວິທະຍຸຄົນງາມແລະຊື່ດັງຈາກແຂວງສະຫວັນນະເຂດ ໄດ້ໃຫ້ຄຳຕອບວ່າ: 1.ທໍາມະດາ ຊື່ໆ 2.ບໍ່ເຄີຍມີກິດຈະກຳໃດພິເສດ ບໍ່ເອົາດອກໄມ້ຫລືອິຫຍັງໃຫ້ໃຜອີກ ຍ້ອນເຮົາຄິດວ່າເປັນວັນທໍາມະດາ ຖືກວັນພະຫັດ ເປັນວັນສິນພ້ອມ. 3.ເຄີຍແຕ່ຮັບ ດອກໄມ້ ຂອງຂວັນ ຕຸກກະຕາ ເຮົາບໍ່ໄດ້ຂໍ ເຂົາມາປະໄວ້ໃຫ້ເອງ555+ ແຕ່ບໍ່ເຄີຍເອົາຫຍັງໃຫ້ໃຜໄດ ຍ້ອນບໍ່ໄດ້ໃຫ້ຄວາມສໍາຄັນໃນວັນອະນີ້.

ນາງ ອິນແຕ່ງ ແກ້ວບົວລາ ຫຼື ໝໍລຳອິນແຕ່ງ ໝໍລຳໜຸ່ມຊື່ດັງ ເບີ 1 ຂອງລາວ ເຈົ້າຂອງສຽງເພງ ຜ່ານຊາຍອ້າຍຍັງເອົາ ທີ່ກຳລັງໂດ່ງດັງໃນປັດຈຸບັນ ໄດ້ໃຫ້ຄຳຕອບວ່າ: ຮູ້ສຶກເສີຍໆ ກັບວັນດັ່ງກ່າວນີ້ ຄືເປັນວັນປົກກະຕິທຳມະດາ. ບໍ່ໄດ້ມີກິດຈະກຳໃດໆກ່ຽວກັບວັນນີ້ (ພໍ່ແມ່ບໍ່ພາເຮັດ) ແລະບໍ່ເຄີຍໄດ້ຫຍັງຈາກໃຜໃນວັນນີ້ ແລະກໍບໍ່ໄດ້ຄາດຫວັງຫຍັງອີກ. ແຕ່ວ່າປີຜ່ານນມາເຄີຍໃຫ້ດອກກຸຫຼາບແກ່ອ້າຍນ້ອງທີມງານຄັ້ງດຽວເທົ່ານັ້ນ ໃຫ້ດ້ວຍຄວາມຢາກໃຫ້ຊຶ່ໆ.


ນາງ ນ້ອຍ ທະນະບົວສີ ນັກຂ່າວ, ນັກຂຽນ ແລະບັນນາທິການ ໜັງສືພິມ ໄດ້ໃຫ້ຄຳຕອບວ່າ: ຕົນເອງຮູ້ສຶກເສີຍໆ ກັບວັນວາເລນທາຍ, ບໍ່ເຄີຍມີກິດຈະກຳຫຍັງພິເສດໃນວັນດັ່ງກ່າວນີ້. ແຕ່ວ່າກໍເຄີຍໄດ້ຮັບຂໍ້ຄວາມອວຍພອນຈາກໝູ່ ແຕ່ວ່າບໍ່ໄດ້ຕອບຊໍ້າ ເພາະຮູ້ສຶກບໍ່ໄດ້ສົນໃຈກັບວັນດັ່ງກ່າວນີ້ເລີຍ.

ນັ້ນຄືສ່ວນໜຶ່ງຂອງຄວາມຮູ້ສຶກຂອງຄົນລາວ ທີ່ມີຕໍ່ວັນວາເລນທາຍ ເຊິ່ງສາມາດສະຫຼຸບໄດ້ວ່າໂດຍທົ່ວໄປແລ້ວ ຄົນລາວບໍ່ຄ່ອຍໄດ້ສົນໃຈກັບວັນວາເລນທາຍເລີຍ ທີ່ສົນໃຈແດ່ກໍມີຈຳນວນໜຶ່ງເທົ່ານັ້ນ ກັບໄວໜຸ່ມນ້ອຍທີ່ກຳລັງຫຼິ້ນມ່ວນໆ ໂດຍສະເພາະກໍແມ່ນຖືເອົາໂອກາດນີ້ໄດ້ສະແດງຄວາມຮັກຕໍ່ຄົນທີ່ຕົນກຳລັງມັກຢູ່ທໍ່ນັ້ນ. ສ່ວນຜູ້ທີ່ແຕ່ງງານແລ້ວຫຼືເປັນຜູ້ໃຫຍ່ຂຶ້ນມາແດ່ແລ້ວ ຈະບໍ່ຄ່ອຍສົນໃຈກັບວັນດັ່ງກ່າວນີ້ເລີຍ.