Homeຂ່າວຕ່າງປະເທດລັດເຊຍທົດສອບຍິງຈະຫລວດ ເຊື່ອວ່າມີປະສິດທິພາບສູງກວ່າທີ່ໃຊ້ໃນປະຈຸບັນ

ລັດເຊຍທົດສອບຍິງຈະຫລວດ ເຊື່ອວ່າມີປະສິດທິພາບສູງກວ່າທີ່ໃຊ້ໃນປະຈຸບັນ

Published on

ທາງການລັດເຊຍປະສົບຄວາມສຳເລັດໃນການທົດສອບຍິງຈະຫລວດສະກັດກັ້ນມິດໄຊສ໌ຮູ່ນໃຫມ່ ຈາກຖານລັບໃນກຽກກິດສະຖານ ເຊື່ອວ່າມີປະສິດທິພາບສູງກວ່າຈະຫລວດທີ່ໃຊ້ໃນປະຈຸບັນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການລັດເຊຍຢືນຢັນເຖີງຄວາມປະສົບຜົນສຳເລັດໃນການທົດສອບຍິງຈະຫລວດສະກັດມິດໄຊສ໌ ຂອງລະບົບປ້ອງກັນຂີປະນາວຸດຮຸ່ນໃຫມ່ ພ້ອມທັງເຜີຍແຜ່ວິດີໂອຄຣິບຊ່ວງເວລາທີ່ມິດໄຊສ໌ປ່ອຍອອກຈາກທໍ່ເກັບມິດໄຊສ໌ໃຕ້ດິນ ຫລື ໄຊໂລ (Silo), ຖານລັບສຸດຍອດໃນທົ່ງຫິມະຂອງກຽກກິດສະຖານ.ຕາມລາຍງານຂອງຫນັງສືພິມ ‘ເຣດ ສະຕາ’ ຂອງກະຊວງກະລາໂຫມລັດເຊຍ. ອັນເດຣ ປຮິດຄອດໂຕ, ຮອງຜູ້ບັນຊາການກອງກຳລັງສະເພາະກິດທາງອາກາດ ແລະ ມິດໄຊສ໌ ແຫ່ງກອງທັບອາກາດລັດເຊຍ ລະບຸວ່າ ພວກເຂົາປະສົບຄວາມສຳເລັດໃນການທົດສອບຍິງມິດໄຊສ໌ລະບົບປ້ອງກັນທາງອາກາດທີ່ຜ່ານການປັບປຸງຍົກລະດັບໃຫມ່ ທັງໄລຍະທຳການ, ຄວາມຊັດເຈນ ແລະ ອາຍຸການໃຊ້ງານທີ່ດົນກວ່າອາວຸດທີ່ມີຢູ່ໃນປະຈຸບັນຫລາຍເທົ່າ.

ຈະຫລວດຂອງລະບົບປ້ອງກັນທາງອາກາດຮຸ່ນໃຫມ່ນີ້ຍີງໄປໄດ້ໄກເຖີງ 99,7793 ກິໂລແມັດ ແລະ ສາມາດສະກັດຂີປະນາວຸດທີ່ຍິງເຂົ້າມາໃນໄລຍະຄວາມສູງບໍ່ເກີນ 30,5775 ກິໂລແມັດ, ອອກແບບມາເພື່ອປົກປ້ອງລັດຖະບານ ແລະ ຫ້ອງການສຳນັກງານຕ່າງໆ. ລັດເຊຍຍັງບອກເພີ່ມເຕີມວ່າ ຈະຫລວດມິດໄຊສ໌ນີ້ສ້າງຈາກວັດສະດຸທີ່ຜະລິດພາຍໃນປະເທດເທົ່ານັ້ນ ບໍ່ມີການນຳເຂົ້າຊີ້ນສ່ວນວັດຖຸຈາກປະເທດອື່ນເລີຍ ຢ່າງໃດກໍຕາມບໍ່ມີການເປີດເຜີຍຂໍ້ມູນເຸຖີງຊື່ຂອງມິດໄຊສ໌ຮຸ່ນໃຫມ່ແຕ່ຢ່າງໃດ.

ແຫລ່ງຂ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...