Homeຂ່າວຕ່າງປະເທດເຮືອບິນສາຍການບິນອັນໂຕນອຟ ແອລາຍ ຂອງລັດເຊຍຕົກ ຄາດເສຍຊີວິດຫມົດລຳ 71 ຄົນ

ເຮືອບິນສາຍການບິນອັນໂຕນອຟ ແອລາຍ ຂອງລັດເຊຍຕົກ ຄາດເສຍຊີວິດຫມົດລຳ 71 ຄົນ

Published on

ເຮືອບິນໂດຍສານແບບ ເອເອັນ-148 ສາຍການບິນອັນໂຕນອຟ ແອລາຍ ຂອງລັດເຊຍ ຕົກໃກ້ເມືອງອາກູໂນໂວ ຫລັງບິນຂື້ນຈາກສະຫນາມບິນໃນເມືອງຫລວງມອສກູ ມຸ່ງຫນ້າໄປຍັງເມືອງອອຣກສ໌ ຄາດເສຍຊີວິດຫມົດລຳ 71 ຄົນ

ສື່ຂ່າວໃນລັດເຊຍລາຍງານວ່າ ເຄື່ອງບິນໂດຍສານແບບ ເອເອັນ-148 ຂອງສາຍການບິນອັນໂຕນອຟ ແອລາຍ ຂອງລັດເຊຍ ປະສົບອຸປະຕິເຫດຕົກໃກ້ເມືອງອາກູໂນໂວ ໄປທາງຕາເວັນອອກສຽງໃຕ້ປະມານ 80 ກິໂລແມັດ ຫລັງຈາກບິນຂື້ນຈາກສະຫນາມບິນໃນເມືອງຫລວງມອສກູ ມຸ່ງຫນ້າໄປຍັງເມືອງອອຣກສ໌ ແຖບເທືອກເຂົາອູຣາລ ທາງຕາເວັນອອກສຽງໃຕ້ຂອງປະເທດ ເຮືອບິນດັ່ງກ່າວຫາຍໄປຈາກຈໍເຣດາພຽງ 2 ນາທີ. ຄາດວ່າຜຸ້ໂດຍສານ ແລະ ລູກເຮືອເທີງເຮືອບິນຈະເສຍຊີວິດທັງຫມົດ ສ່ວນສາເຫດຂອງອຸປະຕິເຫດຄັ້ງນີ້ແມ່ນຍັງບໍ່ຮູ້ແນ່ຊັດ.

ສຳນັກຂ່າວຕ່າງປະເທດ TNA

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...