Homeຂ່າວພາຍ​ໃນແຈ້ງການ ຈາກທາງທະນາຄານ ANZ ເຖີງລູກຄ້າລາຍຍ່ອຍໃນ ສປປ ລາວ

ແຈ້ງການ ຈາກທາງທະນາຄານ ANZ ເຖີງລູກຄ້າລາຍຍ່ອຍໃນ ສປປ ລາວ

Published on

ລາຍງານຈາກທາງທະນາຄານ ANZ ໃນວັນທີ 8 ກຸມພາ 2018,ວ່າດ້ວຍຫນັງສືແຈ້ງການຈາກທາງທະນາຄານກ່ຽວກັບການຢຸດໃຫ້ການບໍລິການ ແລະ ຜະລິດຕະພັນສຳລັບລູກຄ້າລາຍຍ່ອຍໃນ ສປປ ລາວ ເພື່ອສຸມໃສ່ການໃຫ້ບໍລິການລູກຄ້າທຸລະກິດ ແລະ ທຸລະກິດລະຫວ່າງປະເທດໃນ ສປປ ລາວ.

ການແຈ້ງການນີ້ແມ່ນສືບຕໍ່ຈາກການແຈ້ງການໃນເດືອນຕຸລາ 2016 ຂອງການຂາຍທຸລະກິດການບໍລິການລູກຄ້າລາຍຍ່ອຍ ແລະ ການບໍລິການຄວາມໝັ້ນຄົງທາງການເງິນຂອງ ANZ ໃນ 5 ປະເທດອາຊຽນ ໃຫ້ກັບທະນາຄານພັດທະນາສິງກະໂປ, ແລະ ຫຼັງຈາກນັ້ນແມ່ນການຢຸດໃຫ້ບໍລິການລູກຄ້າລາຍຍ່ອຍໃນຫວຽດນາມ ແລະ ຟີລິບປິນ.

ສະນັ້ນ, ທາງ ANZ ຈື່ງຂໍແຈ້ງການໃຫ້ລູກຄ້າທີ່ມີບັນຊີກະແສລາຍວັນ, ບັນຊີຝາກປະຢັດ, ບັນຊີຝາກມີກໍານົດ, ບັນຊີແອັດເວີກ ແລະ ຕູ້ນິລະໄພກັບທະນາຄານ ເອເອັນແຊັດ ລາວ ທີ່ນັບຖື ນັດໝາຍນໍາທາງທະນາຄານເອເອັນແຊັດເພື່ອປິດບັນຊີດັ່ງກ່າວ ໂດຍທ່ານສາມາດຕິດຕໍ່
+856 30 7738434, +856 30 7738435, +856 30 7738436,
+856 30 7738437, +856 30 7738438 ຫຼື Clientservices.laos@anz.com

ກ່ອນວັນທີ 23 ມີນາ 2018. ການຢຸດເຊົາການບໍລິການລູກຄ້າລາຍຍ່ອຍໃນລາວຄັ້ງນີ້ແມ່ນບໍ່ມີຜົນກະທົບຕໍ່ລູກຄ້າປະເພດທຸລະກິດ ແລະ ລູກຄ້າທຸລະກິດການຄ້າລະຫວ່າງປະເທດຂອງທະນາຄານ.

ຖ້າຫາກທ່ານມີຂໍ້ສົງໄສ ຫຼື ຕ້ອງການລາຍລະອຽດເພີ່ມເຕີມຕໍ່ກັບແຈ້ງການນີ້ສາມາດເຂົ້າເບິ່ງລາຍລະອຽດໃນເວັບໄຊຂອງເຮົາໄດ້ www.anz.com/laosretaillao.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...