Homeຂ່າວພາຍ​ໃນໄທແຈ້ງຂໍ້ຫາຟອກເງິນ 2 ອ້າຍນ້ອງເຕ້ຍສິລິ ກຽມຂົນເງິນຈາກໄທເຂົ້າລາວ 98 ລ້ານບາດ

ໄທແຈ້ງຂໍ້ຫາຟອກເງິນ 2 ອ້າຍນ້ອງເຕ້ຍສິລິ ກຽມຂົນເງິນຈາກໄທເຂົ້າລາວ 98 ລ້ານບາດ

Published on

ສຳນັກງານປ້ອງກັນແລະປາບປາມການຟອກເງິນ ຂອງໄທໄດ້ແຈ້ງຄວາມກັບກອງບັນຊາການຕຳຫຼວດຈັງຫວັດໜອງຄາຍ ຮ້ອງທຸກກ່າວໂທດສອງອ້າຍນ້ອງຊາວລາວ ທີ່ຂົນເງິນ 98 ລ້ານບາດ ກຽມຂ້າມມາຍັງປະເທດລາວ ເມື່ອທ້າຍປີ 2017 ຫຼັງສອບສວນພົບວ່າເຂົ້າຂ່າຍກະທຳຜິດຖານຟອກເງິນ ເປັນຄະດີອາຍາທີ່ຍອມຄວາມບໍ່ໄດ້ ສ່ຽງຕິດຄຸກ 1-10 ປີ.

ເມື່ອວັນທີ 6 ກຸມພາ 2018 ເຈົ້າໜ້າທີ່ ສຳນັກງານປ້ອງກັນແລະປາບປາມການຟອກເງິນ ຫຼື ປປງ ຂອງໄທ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດຈັງຫວັດໜອງຄາຍ ຮ້ອງທຸກກ່າວໂທດໃຫ້ດຳເນີນຄະດີກັບ ທ້າວ ສຸບັນ ເຕ້ຍສິລິ ແລະ ທ້າວ ຄຳບອນ ເຕ້ຍສິລິ ສອງອ້າຍນ້ອງລາວທີ່ຊຸກເຊື່ອງເງິນຈຳນວນ 98 ລ້ານບາດໄວ້ໃນລົດ ແລະກຽມເອົາອອກຈາກປະເທດໄທ ເຂົ້າມາຍັງປະເທດລາວ ທາງດ່ານຊາຍແດນຂົວມິດຕະພາບລາວ-ໄທ (ວຽງຈັນ-ໜອງຄາຍ) ແລ້ວຖືກເຈົ້າໜ້າທີ່ດ່ານພາສີຝັ່ງໜອງຄາຍຈັບໄດ້ ເມື່ອວັນທີ 12 ທັນວາ 2017 ທີ່ຜ່ານມາ.

ຄະດີນີ້ຫຼັງເກີດເຫດເຈົ້າໜ້າທີ່ດ່ານພາສີໜອງຄາຍໄດ້ອາຍັດເງິນທັງໝົດໄວ້ ແລ້ວດຳເນີນການຕາມກົດໝາຍ ກັບຄົນລາວທັງສອງຄົນ ໂດຍທັງສອງໄດ້ຍອມຮັບວ່າ ເປັນເງິນຂອງຄອບຄົວທີ່ເຮັດທຸລະກິດຮັບແລກປ່ຽນເງິນຕາຕ່າງປະເທດຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ເອົາເງິນໂດລາສະຫະລັດໄປແລກປ່ຽນເປັນເງິນບາດຢູ່ທະນາຄານແຫ່ງໜຶ່ງໃນຈັງຫວັດໜອງຄາຍ ແລະລະຫວ່າງການດຳເນີນການເຈົ້າໜ້າທີ່ ປປງ ໄດ້ຮ່ວມສອບສວນນຳ.

ທ່ານ ສຸນທະລາ ພົນໄຕ ຜູ້ອຳນວຍການສ່ວນຂໍ້ມູນຄະດີແລະມາດຕະການພິເສດທາງກົດໝາຍ ສຳນັກງານ ປປງ (ໄທ) ກ່າວວ່າ ໄດ້ຮັບມອບໝາຍຈາກເລຂາທິການ ປປງ ໃຫ້ມາຮ້ອງທຸກກ່າວໂທດກັບສອງພີ່ນ້ອງຄົນລາວ ເນື່ອງຈາກໄດ້ສອບສວນຂໍ້ເທັດຈິງເຊື່ອໄດ້ວ່າທັງສອງຄົນມີມູນໃນການກະທຳຄວາມຜິດ ຕາມພະລາຊະບັນຍັດປ້ອງກັນແລະປາບປາມການຟອກເງິນ(ໄທ) ມາດຕາ 3(7) ຄວາມຜິດກ່ຽວກັບການລັກລອບໜີພາສີຕາມກົດໝາຍວ່າດ້ວຍພາສີອາກອນ ແລະ ມາດຕາ 5 ກ່ຽວກັບການໂອນ ຮັບໂອນ ຫຼືປ່ຽນສະພາບຊັບສິນທີ່ກ່ຽວກັບການກະທຳຄວາມຜິດເພື່ອຊຸກເຊື່ອງຫຼືປົກປິດແຫຼ່ງທີ່ມາຂອງຊັບສິນນັ້ນ ຫຼືກະທຳດ້ວຍປະການໃດໆ ເພື່ອປົກປິດຫຼືອຳພາງລັກສະນະທີ່ແທ້ຈິງການໄດ້ມາ ແຫຼ່ງທີ່ຕັ້ງ ການຈຳໜ່າຍ ການໂອນ ການໄດ້ສິດໃໆ ເຊິ່ງຊັບສິນທີ່ກ່ຽວກັບການກະທຳຄວາມຜິດ ໂດຍມີອັດຕາໂທດໃນຖານຟອກເງິນ ຕ້ອງໂທດຕັດອິດສະຫຼະພາບຕັ້ງແຕ່ 1-10 ປີ ຫຼືປັບໃໝຕັ້ງແຕ່ 20,000 – 200,000 ບາດ ຫຼື ທັງຕັດອິດສະຫຼະພາບທັງປັບໃໝ.

ທັງນີ້ ເຈົ້າໜ້າທີ່ ປປງ (ໄທ) ມີຂໍ້ມູນວ່າທັງສອງຄົນມີພຶດຕິການເຂົ້າຂ່າຍການຟອກເງິນ ແຕ່ບໍ່ສາມາດເປີດເຜີຍຂໍ້ມູນໄດ້ ເຊິ່ງຄະດີນີ້ມີມູນຖານຂອງການພິຈາລະນາຄວາມຜິດອາຍາຖານຟອກເງິນ ໃນການເອົາເງິນເຊິ່ງເປັນຂອງຕ້ອງຈຳກັດເຂົ້າ-ອອກນອກປະເທດ ໂດຍບໍ່ຜ່ານຂັ້ນຕອນຕາມກົດໝາຍ ເປັນຄວາມຜິດຖານລັກລອບໜີພາສີຕາມ ມາດຕາ 3(7) ໂດຍຊັບສິນທີ່ກ່ຽວກັບການກະທຳຄວາມຜິດ ເປັນຊັບສິນທີ່ໄດ້ໃຊ້ໃນການກະທຳຄວາມຜິດມູນານລັກລອບໜີພາສີ ຈຶ່ງເປັນຊັບສິນທີ່ກ່ຽວກັບກະທຳຄວາມຜິດຕາມກົດໝາຍຟອກເງິນ.

ແລະທ້າວ ສຸບັນ ກັບ ທ້າວ ຄຳບອນ ໄດ້ສົມຄົບແລະຮ່ວມກັນປ່ຽນສະພາບຊັບສິນທີ່ກ່ຽວກັບການກະທຳຄວວາມຜິດເພື່ອຊຸກເຊື່ອງ ປົກປິດ ຫຼືອຳພາງລັກສະນະທີ່ແທ້ຈິງ ການໄດ້ມາເຊິ່ງຊັບສິນທີ່ກ່ຽວກັບການກະທຳຄວາມຜິດຫຼືໄດ້ມາ ຄອບຄອງ ໂດຍຮູ້ໃນຂະນະໄດ້ມາຄອບຄອງວ່າເປັນຊັບສິນທີ່ກ່ຽວກັບການກະທຳຄວາມຜິດ ຈຶ່ງຜິດຖານສົມທົບແລະຮ່ວມກັນຟອກເງິນ ເຊິ່ງເປັນອາຍາແຜ່ນດິນ ບໍ່ສາມາດຍອມຄວາມໄດ້.

ແຫຼ່ງຂ່າວ: ໄທລັດອອນລາຍ

ຂ່າວທີ່ກ່ຽວຂ້ອງ: 

ໄທຈັບ 2 ອ້າຍນ້ອງຊາວລາວຂົນເງິນອອກນອກປະເທດຫຼາຍກວ່າ 98 ລ້ານບາດ
ຄວາມຄືບໜ້າຄະດີຢຶດເງິນ 98 ລ້ານບາດຈາກສອງອ້າຍນ້ອງຊາວລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...