Homeຂ່າວທ້ອງຖິ່ນຄວາມຄືບໜ້າຄະດີຢຶດເສືອ 3 ໂຕ ທີ່ຄຳມ່ວນ

ຄວາມຄືບໜ້າຄະດີຢຶດເສືອ 3 ໂຕ ທີ່ຄຳມ່ວນ

Published on

ໃນວັນທີ 12 ມັງກອນ 2018 ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງຄຳມ່ວນໄດ້ຮັບການແຈ້ງຈາກ ປກສ ເມືອງຍົມມະລາດ ແລະກອງຫຼອນບ້ານແກ້ງ ເຫຼັກວ່າໄດ້ກັກຢຶດເສືອໂຄ່ງຈຳນວນ 3 ໂຕ ຊຶ່ງແຕ່ລະໂຕແມ່ນຢູ່ໃນສະພາບທີ່ຕາຍແລ້ວ ແລະຖືກຄົວເອົາເຄື່ອງໃນອອກຈົນໝົດ.

ຕໍ່ກໍລະນີດັ່ງກ່າວໂດຍທ່ານ ຄຳແກ້ວ ລັດຖະຍອດ ຫົວໜ້າກອງກວດກາປ່າໄມ້ແຂວງຄຳມ່ວນໄດ້ຖະແຫຼງໃຫ້ຮູ້ວ່າ: ໃນຈຳນວນເສືອທີ່ຢຶດໄດ້ໂຕທີ 1 ມີນ້ຳໜັກ 165 ກິໂລກະກຣາມ ຢູ່ໃນສະພາບແຂ້ວແຕກຄ້າຍກັບຖືກທຸບ ຫຼື ງັດຈາກວັດຖຸຂອງແຂງ ແລະໜ້າຜາກຖືກປາດເອົາໜັງອອກ, ໂຕທີ 2 ມີນ້ຳ ໜັກ 151 ກິໂລກຣາມ, ແຂ້ວເບື້ອງຊ້າຍຫັກ 2 ເຫຼັ້ມແລະເລັບເບື້ອງຂວາ 1 ເລັບ ຖືກທອດອອກ, ໂຕທີ 3 ນ້ຳໜັກ 118 ກິໂລກຣາມ ສະພາບແມ່ນຍັງຄົບ ນອກຈາກເຄື່ອງໃນທີ່ຖືກຄົວອອກໄປ.

ຫຼັງຈາກນັ້ນເຈົ້າໜ້າທີ່ກອງກວດກາ ປ່າໄມ້ໂດຍສົມທົບກັບ ປກສ ແຂວງໄດ້ ນຳເອົາເສືອດັ່ງກ່າວໄປໄວ້ທີ່ຕູ້ແຊ່ແຂງທີ່ຟາມເສືອຂອງບໍລິສັດວິນາ-ສາຄອນ ບ້ານນ້ຳດິກເມືອງຫີນບູນເພື່ອເກັບຮັກ ສາໄວ້ເປັນຫຼັກຖານ ແລະລໍຖ້າໃນການດຳເນີນຄະດີຕໍ່ຜູ້ກະທຳຜິດ.

ຜ່ານການສອບສວນເບື້ອງຕົ້ນຂອງ ເຈົ້າໜ້າທີ່ໄດ້ຊາບຊື່ຜູ້ຕ້ອງຫາແມ່ນທ້າວ ປໍວ່າງ ຫ້ວຍຢາງ ຊຶ່ງເປັນປະຊາຊົນຢູ່ບ້ານທົ່ງແປເມືອງຄຳເກີດແຂວງບໍລິຄຳໄຊ.ຜູ້ກ່ຽວໃຫ້ການວ່າຕົນເອງພຽງແຕ່ ເປັນຜູ້ຮັບຈ້າງຂົນສົ່ງ-ເຄື່ອນຍ້າຍເສືອ ຈຳນວນດັ່ງກ່າວໂດຍມີເປົ້າໝາຍຈະນຳສົ່ງອອກນອກປະເທດ, ສ່ວນວ່າເສືອທັງ 3 ໂຕນັ້ນເປັນຂອງໃຜແລະໄດ້ມາຈາກໃສແມ່ນຍັງບໍ່ຮູ້ລາຍລະອຽດທີ່ແທ້ຈິງ, ໃນວັນທີ 29 ມັງກອນຜ່ານມາທ່ານນາງ ຫຼອມຄຳແສງ ຈັນອຸດົມ ຮອງຫົວ ໜ້າກົມກວດກາປ່າໄມ້ກະຊວງກະສິກຳ ແລະປ່າໄມ້ໄດ້ລົງມາສົມທົບກັບກອງກວດກາປ່າໄມ້ແຂວງຄຳມ່ວນເພື່ອປຶກສາຫາລື ແລະເກັບກຳຂໍ້ມູນການດຳ ເນີນຄະດີການລັກລອບຊື້-ຂາຍ, ເຄື່ອນຍ້າຍເສືອໂຄ່ງດັ່ງກ່າວພ້ອມທັງຊີ້ນຳໃຫ້ເຈົ້າໜ້າທີ່ປະຕິບັດຕາມຂັ້ນຕອນຂອງກົດໝາຍ ຊຶ່ງປະຈຸບັນຜູ້ກະທໍາຜິດແມ່ນຢູ່ ໃນຂັ້ນຕອນການດຳເນີນຄະດີຂອງເຈົ້າໜ້າທີ່.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...