Homeຂ່າວຕ່າງປະເທດມານດິວ (Republic of Maldives) ປະກາດພາວະຊຸກເສີນ 

ມານດິວ (Republic of Maldives) ປະກາດພາວະຊຸກເສີນ 

Published on

ບັນຫາຄວາມບໍ່ສະຫງົບທາງການເມືອງ ແລະ ສານສູງສຸດທີ່ກຳລັງເກີດຂື້ນໃນ ປະເທດມານດິວ ເຮັດໃຫ້ປະທານປະເທດ ອັບດຸນລາ ຢາມິນ ກາຍູມ ແຫ່ງສາທາລະນະລັດມານດິວ ຕ້ອງປະກາດພາວະສຸກເສີນທົ່ວປະເທດໃຫ້ແກ່ປະຊາຊົນຮູ້ ເປັນເວລາ 15 ມື້ ໃນຊ່ວງໄລຍະວິກິດການຍາດຊິງອຳນາດລະຫວ່າງລັດຖະບານ ແລະ ສານສູງສຸດ.

ທ່ານ ອັບດຸນລາ ຢາມິນ ກາຍູມ ປະທານປະເທດແຫ່ງສາທາລະນະລັດມານດິວ ກ່າວວ່າ: ເຖີງວ່າສິດທິບາງຢ່າງຈະຖືກຈຳກັດ ແຕ່ການເຄື່ອນໄຫວທົ່ວໄປພາຍໃນເຊັ່ນ ການບໍລິການ ແລະ ທຸລະກິດຕ່າງໆ ແມ່ນຈະບໍ່ໄດ້ຮັບຜົນກະທົບ, ຈະມີການຮັບປະກັນຄວາມປອດໄພແກ່ປະຊາຊົນມານດິວ ແລະ ຄົນຕ່າງປະເທດທຸກຄົນທີ່ອາໄສຢູ່ ຫລື ມາທ່ອງທ່ຽວ.

 

ການເຄື່ອນໄຫວລ່າສຸດໃນມານດິວ ສານສູງສຸດມີຄຳສັ່ງໃຫ້ປ່ອຍຕົວນັກໂທດທາງການເມືອງ ແລະ ຄືນຕຳແຫນ່ງໃຫ້ແກ່ສະມາຊິກສະພາ ແຕ່ປະທານປະເທດ ຢາມິນ ປະຕິເສດທີ່ຈະປະຕິບັດຕາມຄຳສັ່ງສານ.

ໄອຍາການສູງສຸດແຫ່ງມານດິວອອກມາແນະນຳໃຫ້ຕຳຫລວດປະຕິບັດຕາມລັດຖະທຳມະນູນ ແລະ ເຕືອນວ່າສານສູງສຸດອາດອອກຄຳສັ່ງຖອນໂຕປະທານປະເທດຢານິນ ອອກຈາກຕຳແຫນ່ງ. ຂະນະດຽວກັນ ທາງດ້ານຜູ້ສະຫນັບສະຫນູນຝ່າຍຄ້ານໄດ້ອອກມາປະທ້ວງຕໍ່ເຫດການນີ້ ຕາມຖະຫນົນຫົນທາງເພື່ອກົດດັນໃຫ້ລັດຖະບານປະຕິບັດຕາມຄຳສັ່ງສານ ແລະ ຮຽກຮ້ອງໃຫ້ປະຊາຄົມນານາຊາດເຮັດທຸກຢ່າງເທົ່າທີ່ເຮັດໄດ້ ເພື່ອໂນ້ມນ້າວໃຫ້ລັດຖະບານປະຕິບັດຕາມຄຳສັ່ງສານ.

ເຫດການດັ່ງກ່າວເຮັດໃຫ້ປະເທດຈີນ, ສະຫາລາຊະອານາຈັກ ແລະ ອິນເດຍ ອອກຄຳເຕືອນເລື່ອງການເດີນທາງເຂົ້າໄປປະເທດມານດິວ ໂດຍຂໍໃຫ້ພົນລະເຮືອນເດີນທາງຢ່າງລະມັດລະວັງ ແລະ ຫລີກລ່ຽງຈຸດທີ່ມີການເດີນທາງການຊຸມນຸມ ຫລື ປະທ້ວງ.

ແຫລ່ງຂ່າວຕ່າງປະເທດ TNA.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...