Homeຂ່າວທ້ອງຖິ່ນຢູ່ ສປປ.ລາວ ຈີນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຫຼາຍທີ່ສຸດ ມູນຄ່າເຖິງ 10 ຕື້ໂດລາ

ຢູ່ ສປປ.ລາວ ຈີນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຫຼາຍທີ່ສຸດ ມູນຄ່າເຖິງ 10 ຕື້ໂດລາ

Published on

ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 2 ກຸມພາ 2018 ທີ່ຜ່ານມາວ່າ: ສປປ.ລາວ ແລະ ສປ.ຈີນ ໄດ້ມີການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ໂດຍລັດຖະບານຈີນ ໄດ້ສະໜອງທຶນ ແລະ ໃຫ້ທຶນສະໜັບສະໜູນແກ່ ສປປ.ລາວ ລວມມູນຄ່າເຖິງ 10 ຕື້ກວ່າໂດລາສະຫະລັດ.

ໃນໂອກາດກອງປະຊຸມເວທີປຶກສາຫາລືການຮ່ວມມືລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ເມື່ອວັນສຸກທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ການຮ່ວມມືໃນການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ລະຫວ່າງລາວ-ຈີນ ແມ່ນບັນຫາໜຶ່ງທີ່ສຳຄັນ ແລະ ນອນຢູ່ໃນກອບການຮ່ວມມືທີ່ທັງສອງປະເທດໄດ້ຕົກລົງກັນຢູ່ໃນສັນຍາມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່.

ໂດຍການຮ່ວມມືດັ່ງກ່າວ, ໃນໄລຍະຜ່ານມາ ຖືວ່າຢູ່ໃນອັນດັບຕົ້ນໆ ມາຮອດປັດຈຸບັນ ລາວ-ຈີນ ໄດ້ມີການຮ່ວມມືພັດທະນາອຸດສາຫະກຳພະລັງງານໄຟຟ້າ, ເຊິ່ງມີໂຄງການທີ່ຢູ່ໃນໄລຍະດຳເນີນການຜະລິດແລ້ວ 9 ໂຄງການຄື: ໂຄງການນ້ຳລິກ 1 ແລະ 2, ໂຄງການນ້ຳງື່ມ 5, ໂຄງການນ້ຳງຽບ 2, ໂຄງການນ້ຳອູໄລຍະທີ 1 (ນ້ຳອູ 2,5,6), ນ້ຳມັງ 1, ນ້ຳໄຜ່, ນ້ຳແບ່ງ ແລະ ພວມກຳລັງກໍ່ສ້າງອີກ 10 ກວ່າໂຄງການ. ນອກນີ້ຍັງມີການຮ່ວມມືກໍ່ສ້າງສາຍສົ່ງໄຟຟ້າ 230 KV ແລະ 500 KV ຈຳນວນ 8 ໂຄງການ.

ສຳລັບການຮ່ວມມືດ້ານບໍ່ແຮ່ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມາຮອດປັດຈຸບັນ ມີ 52 ໂຄງການຂອງຜູ້ລົງທຶນທີ່ໄດ້ຮັບອະນຸຍາດ ຈາກລັດຖະບານລາວ ທີ່ພວມດຳເນີນການຂຸດຄົ້ນ ແລະ ປຸງແຕ່ງ. ພ້ອມດຽວກັນກໍ່ຍັງມີ 20 ກວ່າໂຄງການ ຢູ່ໃນໄລຍະດຳເນີນການສຳຫຼວດ, ໃນການສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ເຊິ່ງບັນດາໂຄງການພັດທະນາໃກ້ປະຕິບັດຢ່າງຖືກຕ້ອງ ຕາມສັນຍາ ແລະ ລະບຽບກົດໝາຍຂອງ ສປປ.ລາວ.

ທ່ານ ຄຳມະນີ ອິນທິລາດ ຍັງໄດ້ກ່າວຕື່ມອີກວ່າ: ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນັບມື້ນັບເພີ່ມຂຶ້ນ ດ້ວຍອັດຕາສູງ ໃນແຕ່ລະປີການລົງທຶນກໍ່ໄດ້ເພີ່ມຂຶ້ນ. ປັດຈຸບັນ ຈີນກາຍເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ ສປປ.ລາວ ໃນນີ້ຂະແໜງພະລັງງານ ແລະ ບໍ່ແຮ່ຫຼາຍກວ່າໝູ່.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...