spot_img
Homeນານາສາລະແກວ່ງແຂນ ນອກຈາກຫຼຸດພຸງແລ້ວ ຍັງຊ່ວຍປົວພະຍາດໄດ້ຫຼາຍຢ່າງ

ແກວ່ງແຂນ ນອກຈາກຫຼຸດພຸງແລ້ວ ຍັງຊ່ວຍປົວພະຍາດໄດ້ຫຼາຍຢ່າງ

Published on

ຫຼາຍຄົນຄົງສົງໄສ “ພຽງແຕ່ຢືນແກວ່ງແຂນຊື່ໆ ຈະໄດ້ຜົນລັບທີ່ດີເລີດແກ່ຮ່າງກາຍໄດ້ຈັ່ງໃດ?” ຄຳຖາມນີ້ເປັນຄຳຖາມທີ່ດີຫຼາຍແລະຕອບຢູ່ນີ້ເລີຍວ່າ ບໍ່ພຽງແຕ່ພຸງຍຸບລົງເທົ່ານັ້ນ ແຕ່ການແກວ່າງແຂນຍັງມີປະໂຫຍດຫຼວງຫຼາຍ ຢາກຮູ້ວ່າຄືຫຍັງ ແລະວິທີການແກວ່ງແຂນທີ່ຖືກຕ້ອງເຮັດຈັ່ງໃດແລະມັນໄດ້ຫຍັງແດ່ ມາອ່ານນຳກັນເລີຍ.
1. ຊ່ວຍໃຫ້ເລືອດລົມໄຫຼວຽນໄດ້ສະດວກ
ແພດຈີນບູຮານເຊື່ອວ່າ ສິ່ງທີ່ເປັນບັນຫາສຸຂະພາບພາຍໃນຮ່າງກາຍເກີດມາຈາກ “ເລືອດລົມ” ເປັນຫຼັກ ເພາະຖ້າຫາກເລືອດລົມພາຍໃນຮ່າງກາຍຂອງເຮົາຜິດປົກກະຕິ ພະຍາດຕ່າງໆ ຫຼວງຫຼາຍກໍຈະຫຸ້ມລຸມເຂົ້າມາ ແຕ່ “ການແກວ່າງແຂນ” ນີ້ລະທີ່ຈະຊ່ວຍໃຫ້ເລືອດລົມພາຍໃນຮ່າງກາຍໄຫຼວຽນໄດ້ສະດວກດີຂຶ້ນ ແລະບໍ່ຕິດຂັດງ່າຍໆ ເຊິ່ງແນ່ນອນວ່າຈະຊ່ວຍປ່ຽນສະພາບອະໄວຍະວະທີ່ຜິດປົກກະຕິໃຫ້ກັບມາເປັນແຂງແຮງອີກຢ່າງແນ່ນອນ.
2. ລະບົບນໍ້າເຫຼືອງເຮັດວຽກໄດ້ດີຂຶ້ນ
ບໍລິເວນຂີ້ແຮ້ ຄື ຈຸດຊຸມນຸມຂອງຕ່ອມນໍ້າເຫຼືອງ ການກະຕຸ້ນໃຫ້ນໍ້າເຫຼືອງໄຫຼວຽນດີຂຶ້ນດ້ວຍການແກວ່ງແຂນ ພ້ອມໆໄປກັບການຫາຍໃຈເລິກໆ ຈະຊ່ວຍໃຫ້ຕ່ອມນໍ້າເຫຼືອງໄດ້ເຄື່ອນໄຫວ ແລະເຮັດໃຫ້ນໍ້າເຫຼືອງໄຫຼວຽນໄປທົ່ວຮ່າງກາຍໄດ້ດີຍິ່ງຂຶ້ນ ເມື່ອລະບົບນໍ້າເຫຼືອງເຮັດວຽກໄດ້ດີ ມ້າມ ຕ່ອມທອນຊິນ ຕ່ອມໂທມັສ ທໍ່ນໍ້າເຫຼືອງ ເຊິ່ງເປັນລະບົບທີ່ຮ່າງກາຍສ້າງຂຶ້ນມາເພື່ອທຳຄວາມສະອາດ ຂົນຖ່າຍຂອງເສຍແລະສານພິດທີ່ສະສົມໃນຮ່າງກາຍ ກໍຈະເຮັດວຽກໄດ້ດີຂຶ້ນພ້ອມ.
3. ເພິ່ມພູມຄຸ້ມກັນຮ່າງກາຍ
ເມື່ອລະບົບນໍ້າເຫຼືອງດີ ການສ້າງເມັດເລືອດຂາວແອນຕີ້ບໍດີ້ຂອງລະບົບພູມຄຸ້ມກັນກໍຈະເຮັດວຽກໄດ້ດີຂຶ້ນ ເຮັດໃຫ້ອາຫານເຈັບປ່ວຍທີ່ທ່ານກຳລັງເປັນຢູ່ທຸເລົາລົງ ຫຼືມີສຸຂະພາບທີ່ແຂງແຮງຫຼາຍຂຶ້ນໄດ້ນັ້ນເອງ.
4. ຊ່ວຍຫຼຸດນໍ້າໜັກ
ການເຄື່ອນໄຫວຮ່າງກາຍໄປມາ ຍ່ອມເຮັດໃຫ້ທ່ານໃຊ້ພະລັງງານໄດ້ຫຼາຍຍິ່ງຂຶ້ນ ເຜົາຜານພະລັງງານໄດ້ດີ ແລະຊ່ວຍຫຼຸດຄວາມອ້ວນໄດ້ນັ້ນເອງ. ແກວ່ງແຂນຕິດຕໍ່ກັນພຽງ 10 ນາທີ ກໍຊ່ວຍຫຼຸດພຸງໄດ້ແລ້ວ.
5. ຫຼຸດຄວາມດັນເລືອດສູງ ຫຼຸດການສະສົມຂອງໄຂມັນ ຮັກສານໍ້າຕານໃນກະແສເລືອດ ຊະລໍການເສື່ອມຂອງເຂົ່າ ແລະຫຼຸດອາການປວດຄໍ ບ່າໄຫຼ່ ຈາກພະຍາດອັອບຟິດຊິນໂດຣມ.
6.ຫຼຸດໄຂມັນກ້ອງແຂນ
ຖ້າໃຜມີທ້ອງແຂນຍານ ໄຂມັນມັນຢ່ອນ ຢາກຫຼຸດແຂນດ້ວຍການແກວ່ງແຂນກໍສາມາດເຮັດໄດ້ ແຕ່ໃຫ້ເພິ່ມນໍ້າຫນັກດ້ວຍດຳເບວຫຼືຕຸກນໍ້າຂະໜາດພໍດີມືເຂົ້າໄປ ຮັບຮອງວ່າທັງສຸຂະພາບດີແລ້ວມີແຂນແຮວໄດ້ແນ່ນອນ.
ການແກວ່ງແຂນຕິດຕໍ່ກັນພຽງ 10 ນາທີ ບໍ່ແມ່ນໃຫ້ປະໂຫຍດຕໍ່ທ່ານພຽງເລື່ອງການອອກກຳລັງກາຍເທົ່ານັ້ນ ແຕ່ຫາກຕ້ອງການບັນເທົາໂລກໄພ ໄຂ້ເຈັບ ຫຼຸດຄວາມດັນເລືອດ ຫຼຸດໄຂມັນ ຮັກສາລະດັບນໍ້າຕານໃນເລືອດ ຊະລໍການເສື່ອມຂອງເຂົ່າ ຫຼຸດອາການປວດຄໍ ປວດບ່າໄຫຼ່ ຄວນຈະຕ້ອງເຮັດຕິດຕໍ່ກັນໃຫ້ດົນແລະເຮັດເລື້ອຍໆ.
ການກຽມໂຕກ່ອນແກວ່ງແຂນ
1. ນຸ່ງເຄື່ອງທີ່ບໍ່ຄັບຫຼືຮັດແໜ້ນເກີນໄປ
2. ອົບອຸ່ນຮ່າງກາຍດ້ວຍການສັ່ນແຂນ, ສັ່ນມື ແລະຕີນຈັກເລັກຫນ້ອຍ ພ້ອມໝຸນຫົວ ເພື່ອໃຫ້ກ້າມຊີ້ນແລະຮ່າງກາຍຜ່ອນຄາຍ ແລະພ້ອມຕໍ່ການແກວ່ງແຂນ ການກຽມພ້ອມທີ່ດີຈະຊ່ວຍໃຫ້ໄດ້ຮັບປະໂຫຍດຈາກການແກວ່ງແຂນຫຼາຍຂຶ້ນ.
ການແກວ່ງແຂນໃຫ້ໄດ້ປະໂຫຍດຕ້ອງເຮັດຢ່າງຖືກວິທີ ດັ່ງຕໍ່ໄປນີ້:
1. ຢືນກົງ ຕີນທັງສອງຂ້າງແຍກອອກຈາກກັນປະມານເທົ່າກັບບ່າໄຫຼ່ ປ່ອຍມືທັງ 2 ເບື້ອງລົງຂ້າງກະໂຕ ບໍ່ຄຶງ ແຕ່ຮຽງນິ້ວມືໃຫ້ຕິດກັນ ປິ່ນອົ້ງມືໄປທາງຫຼັງ.
2. ແວບທ້ອງນ້ອຍເຂົ້າ  ແອວຕັ້ງຊື່ ຢຽດຫຼັງ ຜ່ອນຄາຍກະດູກລຳຄໍ ຫົວ ແລະປາກ
3. ຈິກປາຍຕີນໄປກັບພື້ນ ສ່ວນສົ້ນຕີນກໍໃຫ້ອອກແຮງຢຽບລົງພື້ນໃຫ້ແໜ້ນ ແຮງຈົນຮູ້ສຶກວ່າກ້າມຊີ້ນທີ່ຄໍແຄ່ງແລະທ້ອງຕຶງ.
4. ສາຍຕາເບິ່ງຊື່ໄປຍັງຈຸດໃດຈຸດໜຶ່ງ ຕັ້ງສະມາທິໃຫ້ດີ ປົດປ່ອຍຄວາມກັງວົນຫຼືຄວາມນຶກຄິດຕ່າງໆ ອອກໃຫ້ໝົດ ລວມສະມາທິເອົາໄວ້ທີ່ຕີນເທົ່ານັ້ນ.
5. ຍົກມືແກວ່ງແຂນໄປທາງໜ້າຄ່ອຍໆ ແກວ່ງແຂນໃຫ້ເຮັດມຸມກັບກະໂຕປະມານ 30 ອົງສາ ນັບຈຳນວນຄັ້ງໄປເລື້ອຍໆ ຢ່າລືມອອກແຮງສົ້ນຕີນແລະແຂນນຳ ສ່ວນເວລາແກວ່ງແຂນກັບໄປທາງຫຼັງໃຫ້ອອກແຮງຫຼາຍແດ່ ໂດຍໃຫ້ຄວາມສູງຂອງແຂນເຖິງກະໂຕປະມານ 60 ອົງສາ.
ຈະເຫັນໄດ້ວ່າ ການແກວ່ງແຂນຢູ່ກັບທີ່ກໍມີປະໂຫຍດບໍ່ໜ້ອຍ ດີກວ່ານັ່ງເພິນໆເບິ່ງໂທລະທັດ ປາກຫຍໍ້າເຂົ້າໜົມຫຼາຍເທົ່າ ເຮັດກໍໄດ້ພຽງການອອກກຳລັງກາຍ ແຕ່ຖ້າເຮັດຫຼາຍກໍຊ່ວຍປ້ອງກັນພະຍາດໄດ້ເປັນຢ່າງດີ ຖ້າມືຂອງທ່ານກຳລັງວ່າງຢູ່ກໍມາແກວ່ງແຂນໄປພ້ອມກັບເຮົາ ຈະໄດ້ມີທັງຫຸ່ນທີ່ສວຍງາມໄປພ້ອມໆ ກັບສຸຂະພາບດີໆ ທີ່ຫາຊື້ບໍ່ໄດ້ຈາກໃສເລີຍ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...