spot_img
Homeຂ່າວນໍ້າຖ້ວມປະຊາຊົນບ້ານບໍ່ເຫຼັກເດືອດຮ້ອນ ໂຮງງານສົ່ງກິ່ນເໝັນ! ວອນເຈົ້າໜ້າທີ່ເຂົ້າໄປກວດກາແກ້ໄຂ

ປະຊາຊົນບ້ານບໍ່ເຫຼັກເດືອດຮ້ອນ ໂຮງງານສົ່ງກິ່ນເໝັນ! ວອນເຈົ້າໜ້າທີ່ເຂົ້າໄປກວດກາແກ້ໄຂ

Published on

ໂຮງງານທີ່ສົ່ງກິ່ນເໝັນ ແລະ ກະທົບຕໍ່ສິ່ງແວດລ້ອມ ທີ່ເກີດ ຈາກໂຮງງານປຸງແຕ່ງ ຍັງເກີດຂຶ້ນໃຫ້ເຫັນໃນສັງຄົມເລື້ອຍມາ, ເນື່ອງຈາກຄວາມມັກງ່າຍຂອງຜູ້ປະກອບການ ຄິດວ່າໄດ້ກຳໄລມື້ນີ້ແລ້ວກໍ່ພໍ ບໍ່ຄິດເຖິງທຸລະກິດໃນໄລຍະຍາວ . ຄືດັ່ງ ໂຮງງານຕົ້ມ, ກັ່ນນໍ້າມັນດໍາ ເພື່ອມາເປັນນໍ້າມັນກາຊວນ ຢູ່ບ້ານ ບໍ່ເຫຼັກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ທີ່ຂະບວນການຜະລິດກະທົບຕໍ່ລະບົບນິເວດໃກ້ຄຽງ ຈົນປະຊາຊົນບໍລິເວນອ້ອມຂ້າງທົນບໍ່ໄຫວ ຮ້ອງຮຽນຜ່ານສື່ພວກເຮົາ. ຈາກກໍລະນີດັ່ງກ່າວ ທີມຂ່າວໜັງສື ພິມເສດຖະກິດ ການຄ້າ ກໍ່ໄດ້ມີການລົງໄປເບິ່ງພື້ນທີ່ຕົວຈິງທີ່ ບ້ານ ບໍ່ເຫຼັກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ແຕ່ບໍ່ໄດ້ພົບເຈົ້າຂອງໂຮງງານ ຜ່ານການສອບຖາມອໍານາດການປົກຄອງບ້ານ ກໍ່ຄືນາຍບ້ານ ແລະ ປະຊາຊົນໃນບ້ານ ໃຫ້ຂໍ້ມູນວ່າ: ໂຮງງານທີ່ປະຊາຊົນຮ້ອງຟ້ອງວ່າໄດ້ຮັບຜົນກະທົບຈາກກິ່ນເໝັ້ນນີ້ ເປັນໂຮງງານຕົ້ມກັ້ນນໍ້າມັນດຳ ເຊິ່ງດຳເນີນການຜະລິດໂດຍນັກທຸລະກິດ ປະເທດເພື່ອນບ້ານ. ໄດ້ເລີ່ມສົ່ງກິ່ນຂິວເໝັນ ແລະ ປ່ອຍນໍ້າເປື້ອນ ນັບແຕ່ ປີ 2017 ຜ່ານມາ ໂດຍສະເພາະແມ່ນໃນລະດູຝົນ ຂະບວນການຜະລິດ ສົ່ງຜົນກະທົບຕໍ່ລະບົບນິເວດຢ່າງໜັກ ເຊັ່ນ: ເວລາຝົນຕົກນໍ້າຈະລົ້ນບໍ່ບຳບັດນໍ້າເປື້ອນ ຂອງໂຮງງານ ລົງໃສ່ນາ ແລະ ເນື້ອທີ່ ການຜະລິດຂອງປະຊາຊົນຢູ່ຕອນລຸ່ມ ເຮັດໃຫ້ສັດນໍ້າ ໃນເຂດດັ່ງກ່າວບໍ່ສາມາດເອົາມາປຸງແຕ່ງເປັນອາຫານໄດ້ເນື່ອງຈາກມີກິ່ນຂິວ. ຕໍ່ການແກ້ໄຂບັນຫາດັ່ງກ່າວ ທ່ານນາຍບ້ານຍັງໃຫ້ຮູ້ຕື່ມອີກວ່າ: ໃນປີຜ່ານມາກໍ່ໄດ້ມີພະນັກງານ ພະແນກສິ່ງແວດລ້ອມນະຄອນຫຼວງວຽງຈັນ ກໍ່ຄືເຈົ້າຫນ້າທີ່ກ່ຽວຂ້ອງ ຂອງເມືອງໄດ້ລົງມາຕິດຕາມ ແລະ ກວດກາໂຮງງານດັ່ງກ່າວເຖິງ 3 ຄັ້ງ ເຊິ່ງຜ່ານການກວດກາ ໂຮງງານດັ່ງກ່າວແມ່ນຍັງບໍ່ໄດ້ຕາມມາດຕະຖານເຊັ່ນ: ບໍ່ບຳບັດນໍ້າເປື້ອນ, ທໍ່ຄວັນຂອງເຕົ້າເຜົາ ຈະຕ້ອງໄດ້ມີການປັບປຸງຄືນໃໝ່.

ຢ່າງໃດກໍ່ຕາມ ນອກຈາກໂຮງງານຕົ້ມ, ກັ່ນນໍ້າມັນດໍາ ເພື່ອມາເປັນນໍ້າມັນກາຊວນ ທີ່ປະຊາຊົນຮ້ອງຮຽນມານີ້ແລ້ວ ປະຊາຊົນຍັງພາໄປເບິ່ງອີກ 2 ໂຮງງານ ຄື: ໂຮງງານປຸງແຕ່ງຢາງທີ່ໃຊ້ແລ້ວ ແລະ ໂຮງງານ ກັ່ນນໍ້າມັນດຳ ອີກໂຮງງານ ທີ່ສົ່ງຜົນກະທົບຕໍສິ່ງແວດລ້ອມໃນບ້ານດັ່ງກ່າວ. ສະເພາະໂຮງງານກັ່ນນໍ້າມັນດຳ ສຸກສາຄອນ ປັດຈຸບັນທາງພະແນກອຸດສາຫະກຳ ແລະ ການຄ້າ ແລະ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ໄດ້ສັ່ງໃຫ້ໂຮງງານດັ່ງກ່າວຢຸດຕິການຜະລິດຊົ່ວຄາວ ແຕ່ເດືອນພະຈິກ 2017 ເນື່ອງຈາກໂຮງງານບໍ່ໄດ້ມາດຕະຖານ ແລະ ກະທົບຕໍ່ສິ່ງແວດລ້ອມ ແຕ່ເຈົ້າຂອງໂຮງງານໄດ້ຂໍທຳການຜະລິດໃຫ້ໝົດວັດຖຸດິບທີ່ຍັງເຫຼືອເປັນເວລາ 20 ວັນ. ແຕ່ມາຮອດປັດຈຸບັນກໍ່ກາຍເວລາ 20 ວັນແລ້ວ ໂຮງງານດັ່ງກ່າວກໍ່ຍັງທຳການຜະລິດຢູ່. ທັງນີ້, ທີ່ຜ່ານມາບັນຫາດ້ານສິ່ງແວດລ້ອມ ລັດຖະບານໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ໂດຍສະເພາະ ການສົ່ງເສີມອຸດສາຫະກຳປຸງແຕ່ງສີຂຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຄວາມຍືນຍົງ. ເຊິ່ງໃນຮອບປີ 2017 ຜ່ານມາ ກໍ່ມີໂຮງງານຈໍານວນໜຶ່ງ ທີ່ດຳເນີນທຸລະກິດ ໂດຍບໍ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍເປັນຕົ້ນແມ່ນ ດຳເນີນທຸລະກິດຂຶ້ນມາແລ້ວໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ພາໃຫ້ເກີດມີຜົນກະທົບຕໍ່ສິ່ງແວດລ້ອມ – ສັງຄົມ ລັດກໍ່ໄດ້ສັ່ງປິດກິດຈະການໄປແລ້ວຫຼາຍໂຮງງານ.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ, ລາວພັດທະນາ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...