Homeຂ່າວພາຍ​ໃນເປີດແລ້ວ ສູນຄົ້ນຄວ້າພາສາລາວ

ເປີດແລ້ວ ສູນຄົ້ນຄວ້າພາສາລາວ

Published on

ພິທີໄຂສູນຄົ້ນຄວ້າພາສາລາວຢ່າງເປັນທາງການ ຈັດຂຶ້ນໃນ ວັນທີ 19/1/2018 ທີ່ມະຫາວິທະຍາໄລແຫ່ງຊາດ.

ເປັນຄວາມຄອງຄອຍຂອງຜູ້ຫ່ວງພາສາລາວ ກໍຄືຄົນລາວທຸກຄົນທັງໃນແລະນອກປະເທດ ທີ່ປະສົງຢາກໃຫ້ມີສຳນັກງານຫຼືອົງການໃດໜຶ່ງເກີດຂຶ້ນ ເພື່ອເຮັດໜ້າທີ່ຄົ້ນຄວ້າ, ບັນຍັດ, ກຳນົດຫຼັກການ ແລະປະກາດໃຊ້ພາສາລາວ ໃຫ້ເປັນເອກະພາບກັນທົ່ວສັງຄົມລາວ. ດັ່ງນັ້ນ, ການເປີດສູນຄົ້ນຄວ້າພາສາລາວ ຈຶ່ງນັບວ່າເປັນນິມິດທີ່ດີສຳລັບພາສາລາວ ທີ່ກ້າວໄປອີກຂັ້ນໜຶ່ງ ໃນການແກ້ໄຂປາກົດການຫຍໍ້ທໍ້ກ່ຽວກັບການນຳໃຊ້ພາສາລາວໃຫ້ຖືກຕ້ອງ ມີລະບຽບຫຼັກການ ມີຄູບາອາຈານຜູ້ຫຼັກນັກປາດ ບາດນີ້ຊິບໍ່ໄດ້ປະປ່ອຍໃຫ້ພາສາປະຈຳຊາດເສຍບົດເສຍບາດ ຊະຊາຍຕາມໃຈແລ້ວແຕ່ຊິໃຊ້ຊິຂຽນ ຄືຮູ້ຄືເຫັນນຳກັນຜ່ານມານັ້ນ…

ທ່ານ ທອງໃບ ໂພທິສານ ໃນນາມປະທານສະມາຄົມນັກປະພັນລາວ ກໍຄືສາລາກະວີ “ງົວແລະກວຽນ” ສັງວຽນນັກປະພັນນັກກະວີ ຫົວໜ້າກົມມໍລະດົກ ກະຊວງ ຖວ ເຊິ່ງເປັນຜູ້ໜຶ່ງທີ່ວົນວຽນຢູ່ກັບການນຳໃຊ້ພາສາລາວ ກໍຄືເປັນຜູ້ໜຶ່ງທີ່ກັງວົນໃຈຕໍ່ການນຳໃຊ້ພາສາລາວທີ່ຜິດ, ພ້ຽນ ແລະບໍ່ເປັນເອກະພາບໃນໄລຍະທີ່ຜ່ານມາ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີເປັນຢ່າງຍິ່ງກັບການກຳເນີດເກີດຂື້ນຂອງ “ສູນຄົ້ນຄວ້າພາສາລາວ” ດັ່ງກ່າວ.

ແຫຼ່ງຂ່າວ: ສາລາກະວີ ງົວແລະກວຽນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...