spot_img
Homeຂ່າວພາຍ​ໃນລັດກຽມປັບຂຶ້ນຄ່າແຮງງານຂັ້ນຕໍ່າຂຶ້ນ

ລັດກຽມປັບຂຶ້ນຄ່າແຮງງານຂັ້ນຕໍ່າຂຶ້ນ

Published on

ນັບເປັນຂ່າວດີສຳລັບຄົນລາວ ຊຶ່ງຂະນະນີ້ລັດຖະບານມີແຜນ ປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ ໂດຍ 3 ອົງການຜູ້ຕາງໜ້າກຳລັງຫາລືຄົ້ນຄວ້າຮ່ວມກັນໃຫ້ຢູ່ໃນລະດັບທີ່ເໝາະສົມກ່ອນ ທີ່ຈະລາຍງານຕໍ່ລັດຖະບານ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ທັງນີ້ຄາດວ່າອັດຕາໃໝ່ຈະກາຍ 1 ລ້ານກີບຕໍ່ຄົນຕໍ່ເດືອນຢ່າງແນ່ນອນ.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານກະຊວງແຮງງານ ແລະສະຫວັດດີການສັງຄົມ ເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະຜ່ານມາ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະສະຫວັດດີການສັງຄົມຕາງໜ້າໃຫ້ລັດຖະບານຮ່ວມກັບ 2 ອົງການຄື ສູນກາງສະຫະພັນກຳມະບານ ລາວ ແລະສະພາການຄ້າ ແລະອຸດສາຫະ ກຳແຫ່ງຊາດລາວ ໄດ້ດຳເນີນການຄົ້ນຄວ້າປັບປຸງຄ່າແຮງງານຂັ້ນຕ່ຳຢູ່ລາວ ມາແລ້ວ 7 ຄັ້ງນັບແຕ່ປີ 1991 ທີ່ 26 ພັນກີບຕໍ່ຄົນຕໍ່ເດືອນ, ມາເປັນ 36.400 ກີບໃນປີ 1997, ປີ 2000 ເປັນ 93.600 ກີບ, ປີ 2005 ມາເປັນ 2,90 ແສນກີບ, ປີ 2009 ມາເປັນ 3,48 ແສນກີບຕໍ່ຄົນຕໍ່ເດືອນ, 6,26 ແສນກີບ ປີ 2011 ແລະຕົກມາໃນປີ 2015 ໄດ້ ປັບຂຶ້ນເປັນ 9 ແສນກີບຕໍ່ຄົນຕໍ່ເດືອນ.

ຜ່ານການຈັດຕັ້ງປະຕິ ບັດອັດຕາ 9 ແສນເປັນເວລາ 3-4 ປີ ມານີ້ ອີງໃສ່ສະພາບເສດຖະກິດ-ສັງຄົມ ແມ່ນມີການພັດທະນາຢ່າງຕໍ່ເນື່ອງ ທັງ ໃຫ້ສອດຄ່ອງກັບຄ່າຄອງຊີບໃນປະຈຸບັນ ໄດ້ມີການສະເໜີພິຈາລະນາປັບປຸງຄ່າ ແຮງງານຂັ້ນຕ່ຳສຸດໃໝ່, ພາຍຫຼັງທີ່ອົງການ 3 ຝ່າຍໄດ້ນໍາສະເໜີນັ້ນ ແລະເຫັນ ດີຮ່ວມກັນຫາລືກັບລັດຖະບານ ໂດຍໄດ້ມອບໜ້າທີ່ໃຫ້ອົງການ 3 ຝ່າຍດຳເນີນການຄົ້ນຄວ້າ ຕາມຄວາມເປັນໄປໄດ້ໃນ ການເພີ່ມຄ່າແຮງງານຕ່ຳສຸດເປັນຕົ້ນ ແມ່ນສູນກາງສະຫະພັນກຳມະບານ ລາວຄົ້ນຄວ້າ ແລະນຳສະເໜີລະດັບຄ່າ ແຮງງານຂັ້ນຕ່ຳສຸດທີ່ຜູ້ອອກແຮງງານຢູ່ ສປປ ລາວ ຄວນໄດ້ຮັບ, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ຄົ້ນ ຄວ້າຕາມຄວາມເປັນໄປໄດ້ ຫຼື ຄວາມອາດສາມາດຕົວຈິງທີ່ຈະເພີ່ມລະດັບຄ່າແຮງງານຂັ້ນຕ່ຳຂຶ້ນຕື່ມໄດ້.

ສ່ວນກະຊວງແຮງງານ ແລະສະຫວັດດີການສັງຄົມ ສຶກສາຄົ້ນຄວ້າຕາມຄວາມເໝາະສົມຮ່ວມກັບບັນດາຂະ ແໜງການຂອງລັດທີ່ກ່ຽວຂ້ອງ ຕົ້ນຕໍແມ່ນກະຊວງອຸດສາຫະກຳ ແລະການຄ້າ, ກະຊວງແຜນການ ແລະການລົງທຶນ, ກະຊວງການເງິນ, ກະຊວງສາທາລະນະສຸກ, ຫ້ອງການ ກອງທຶນປະກັນສັງຄົມແຫ່ງຊາດ, ຄະນະເສດຖະສາດຂອງມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະອື່ນໆ ເພື່ອເບິ່ງຜົນກະ ທົບຕ່າງໆ ທີ່ຈະມີຜົນຕາມມາຕໍ່ລະບົບເສດຖະກິດຂອງປະເທດ ຈາກການເພີ່ມຂຶ້ນຄ່າແຮງງານ ຊຶ່ງເປັນປັດໄຈການຜະລິດທີ່ສຳຄັນອັນໜຶ່ງໃນລະບົບເສດຖະກິດ ເພື່ອໃຫ້ເລີ່ມຈັດຕັ້ງປະຕິບັດພາຍໃນປີ 2018 ນີ້ ທ່ານ ພົງໄຊສັກ ອິນຖາລາດກ່າວ.

ອີງຕາມຂໍ້ມູນຈາກກົມ ຄຸ້ມຄອງແຮງງານ ເປີດເຜີຍວ່າ ໃນທ້າຍ ເດືອນມັງກອນ 2018 ທັງ 3 ອົງການຈະມີການເປີດກອງປະຊຸມປຶກສາຫາລື  ກ່ຽວກັບວຽກງານດັ່ງກ່າວກັນອີກເທື່ອ ໜຶ່ງ ເພື່ອຫາຄວາມເປັນເອກະພາບໃນ ດ້ານຈຳນວນທີ່ເພີ່ມຂຶ້ນ ທັງນີ້ມີຂ່າວທີ່ ບໍ່ເປັນທາງການເປີດເຜີຍໃຫ້ຮູ້ວ່າ ໃນອັດ ຕາຄ່າແຮງງານຂັ້ນຕໍ່າໃໝ່ນີ້ ອາດມີຈຳ ນວນສູງກວ່າ 1 ລ້ານກີບ.

ຂະນະທີ່ໃນໄລຍະຜ່ານມາ, ເຈົ້າໜ້າທີ່ກວດກາແຮງງານທີ່ຖືກແຕ່ງຕັ້ງ 77 ຄົນໄດ້ມີຄວາມເອົາໃຈໃສ່ລົງຊຸກຍູ້ຕິດຕາມ ແລະປະເມີນການຈັດຕັ້ງປະຕິ ບັດກົດໝາຍແຮງງານ ໂດຍສະເພາະການປະຕິບັດຄ່າແຮງງານຂັ້ນຕໍ່າຢູ່ບັນ ດາຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດຢ່າງເປັນປະຈຳ ໃນນັ້ນຈຸດເນັ້ນ ໜັກແມ່ນເລັ່ງໃສ່ຂົງເຂດອຸດສາຫະກຳ, ໂຮງຈັກໂຮງງານ, ໂຄງການກໍ່ສ້າງຂະ ໜາດໃຫຍ່, ເຂື່ອນໄຟຟ້າ ແລະຫົວໜ່ວຍທຸລະກິດຕ່າງໆໄດ້ 3.053 ຫົວໜ່ວຍ, ລວມມີແຮງງານທັງໝົດ 85.056 ຄົນ, ຍິງ 32.505 ຄົນ, ແຮງງານລາວ 67.524 ຄົນ, ຍິງ 28.852 ຄົນ, ໃນນັ້ນ ກວດກາ ແລະຕິດຕາມການຈັດຕັ້ງປະຕິ ບັດກົດ ໝາຍຢູ່ເຂດອຸດສາຫະກຳມີ 2.787 ຫົວໜ່ວຍ, ຂະແໜງກະສິກຳ 423 ຫົວໜ່ວຍ, ຂະແໜງການບໍລິການ 1.963 ຫົວ ໜ່ວຍ, ເງິນເດືອນສະເລ່ຍ ຫຼື ຄ່າແຮງງານຂອງຜູ້ອອກແຮງງານ ຂະແໜງກະສິກຳ 1,100,000ກີບຕໍ່ຄົນ ຕໍ່ເດືອນ, ຂະແໜງອຸດສາຫະກຳແມ່ນ 1,200,000ກີບຕໍ່ຄົນຕໍ່ເດືອນ ແລະຂະແໜງການບໍລິການ 2,500,000ກີບຕໍ່ຄົນຕໍ່ເດືອນ.

 

ແຫລ່ງຂ່າວ: muan.sanook.com

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...