Homeຂ່າວຕ່າງປະເທດສະຫະລັດເຕືອນຕວັກກີຢ່າໂຈມຕີເຂດນັກຮົບເຕີກ ໃນຊີຣີ

ສະຫະລັດເຕືອນຕວັກກີຢ່າໂຈມຕີເຂດນັກຮົບເຕີກ ໃນຊີຣີ

Published on

ລັດຖະບານວໍຊິງຕັນຮຽກຮ້ອງໃຫ້ຕວັກກີຍົກເລີກແຜນປະຕິບັດການທາງການທະຫານໃນເຂດພາກເຫນືອຂອງຊີຣີ ບອກເຕືອນອີກຝ່າຍວ່າກຳລັງເຂົ້າໃຈຜິດ ກ່ຽວກັບແຜນການຈັດຕັ້ງຂອງກອງກຳລັງຄວາມຫມັ້ນຄົງ ຂະນະທີ່ກອງທັບຊີຣີພ້ອມຍິງສະກັດກັ້ນທຸກເມື່ອຫາກເຄື່ອງບິນຂອງທະຫານຕວັກກີລໍ້ານ່ານຟ້າເຂົ້າມາ.

ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດຊີຣີ ກ່າວວ່າ ກອງທັບອາກາດຂອງຊີຣີແມ່ນມີຄວາມພ້ອມສູງສຸດ ແລະ ບໍ່ລັງເລທີ່ຈະຈັດການກັບເຄື່ອງບິນຂອງປະເທດໃດກໍຕາມທີ່ລະເມີດນ່ານຟ້າເຂົ້າມາ ໂດຍສະເພາະການຮຸກຮານ ລໍ້າເສັ້ນເຂົ້າມາພາຍໃນອານາເຂດຂອງເມືອງອາຟຣິນ, ເຂດອະເລບໂປ ທີ່ຕັ້ັງຢູ່ທາງພາກເຫນືອຂອງປະເທດ ແລະ ມີຊາຍແດນຕິດກັບຕວັກກີ, ເມື່ອໃດກໍຕາມທີ່ກອງທັງຕວັກກີເລີ່ມມີການເຄື່ອນໄຫວປະຕິບັດການທາງການທະຫານ ແນ່ນອນຊໍຣີຈະຖືວ່າເປັນການໂຈມຕີອະທິປະໄຕທັນທີ. 

ຖະແຫລງການດັ່ງກ່າວແມ່ນມີຂື້ນຫລັງຈາກກອງທັບຕວັກກີເຂົ້າເຄື່ອນກຳລັງພົນ ແລະ ອາວຸດຈຳນວນຫລວງຫລາຍເຂົ້າມາຕິດເຂດຊາຍແດນທາງຕອນໃຕ້ຂອງແະເທດທີ່ຕິດກັບຊີຣີ. ທາງດ້ານນາຍຍົກລັດຖະມົນຕີ ບິນາລິ ຍິລດິຣິມ ກ່າວຮຽກຮ້ອງໃຫ້ສະຫະລັດລົ້ມເລີກແຜນການຈັດຕັ້ງດັ່ງກ່າວເນື່ອງຈາກຈະເປັນການຂັດແຍ້ງລະຫວ່າງປະເທດໃກ້ຄຽງ.

ແຕ່ທາງດ້ານໂຄສົກກະຊວງການຕ່າງປະເທດສະຫະລັດ ນາງ ອີດເທີລ ເນົາເອີທ໌ ບອກຕໍ່ຕວັກກີວ່າ ກຳລັງເຂົ້າໃຈຜິດ ຕໍ່ສະຖານະການທີ່ເກີດຂື້ນ. ລັດຖະບານ ວໍໍຊິງຕັນຈື່ງຂໍຮຽຮ້ອງ ໃຫ້ລັດຖະບານອັງກາລາ ຍຸຕິການເຄື່ອນໄຫວທາງການທະຫານຕາມແນວພົມແດນ ເພື່ອຫລີກລ້ຽງການປະທະກັນ ເປັນການປ້ອງກັນການເຄື່ອນໄຫວຂອງກຸ່ມ (ISIS) ໃນພື້ນທີ່ ແລະ ຊ່ວຍຄຸ້ມຄອງຄວາມປອດໄພໃຫ້ແກ່ພົນລະເຮືອນຂອງຊີຣີນຳ ປັດຈຸບັນ (SDF) ຄວບຄຸມພື້ນທີ່ເກືອບ 25% ໃນພາກເຫນືອ ແລະ ພາກຕາເວັນອອກຂອງຊີຣີ.

ແຫລ່ງຂ່າວຕ່າງປະເທດ DLN

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...