spot_img
Homeຂ່າວການພັດທະນາລາວ-ໄທນາມກໍ່ສ້າງໂຄງການທາງລົດໄຟ ໄລຍະ II (ຕອນ​ທີ 2)

ລາວ-ໄທນາມກໍ່ສ້າງໂຄງການທາງລົດໄຟ ໄລຍະ II (ຕອນ​ທີ 2)

Published on

ພິທີ​ເຊັນ​ສັນຍາ​ຄວາມ​ເຂົ້າໃຈ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ໄທ ໄລຍະ II (ຕອນ​ທີ 2) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມັງກອນ 2018​ຜ່ານ​ມາ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ຮ່ວມ​ລົງ​ນາມ​ລະຫວ່າງ ທ່ານ ແສງ​ທະວີ​ໃສ ມະ​ລີ​ວັນ ຮອງ​ຫົວໜ້າ​ກົມ​ທາງ​ລົດໄຟ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ ສົບ​ໂຊກ ສີ​ສາຄອນ ປະທານ​ທີ່​ປຶກສາ​ຜູ້ຕາງໜ້າ​ບໍລິສັດ​ເອ​ຊຽນ​ອິນ​ຈີ​ເນຍ​ຣິງ​ຄອນ​ຊາວ​ຕັນ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ.

ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ໄທ ໄລຍະ II ເປັນ​ໂຄງການ​ໂດຍ​ອີງ​ຕາມ​ສັນຍາ​ກູ້​ຢືມ ແລະ ຊ່ວຍເຫຼືອ​ລະຫວ່າງ​ລັດຖະບານ ແຫ່ງ ​ສປປ ລາວ ແລະ ລັດຖະບານ ແຫ່ງ ລາຊະ​ອານາຈັກ​ໄທ ຜ່ານ​ອົງການ​ພັດທະນາ​ເສດຖະກິດ​ກັບ​ປະເທດ​ເພື່ອນ​ບ້ານ​ຂອງ​ໄທ ຫຼື (NEDA) ລວມ​ມູນ​ຄ່າ​ທັງ​ໝົດ 1.650 ລ້ານ​ບາດ (ສະກຸນ​ເງິນ​ໄທ) ໃນ​ນັ້ນ 70% ເປັນ​ເງິນ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ແລະ 30% ເປັນ​ເງິນ​ຊ່ວຍເຫຼືອ ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ໄທ ໄລຍະ II ໄດ້​ແບ່ງ​ອອກ​ເປັນ 2 ຕອນ​ຄື: ຕອນ​ທີ 1 ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ໃນ​ວັນ​ທີ 27 ກັນຍາ 2013 ໄດ້​ສຳເລັດ​ການ​ກໍ່ສ້າງ​ໃນ​ເດືອນ​ກັນຍາ 2015 ໄດ້​ມອບ-ຮັບ ແລະ ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 23 ມີນາ 2017 ລວມ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 655.319.474 ກວ່າ​ບາດ ຊຶ່ງ​ການ​ກໍ່ສ້າງ​ປະກອບ​ມີໜ້າ​ວຽກ​ກໍ່ສ້າງ​ລະບົບ CY ກໍ່ສ້າງ​ລະບົບ​ລາງ​ຫຼີກ ປັບປຸງ​ຍົກ​ລະດັບ​ລະບົບ​ສັນຍານ ແລະ ໂທລະ​ຄົມມະນາຄົມ​ຢູ່​ສະຖານີ​ລົດໄຟ​ທ່າ​ນາ​ແລ້ງ ກໍ່ສ້າງ​ຫ້ອງການ​ກົມ​ລົດໄຟ ແລະ ເຮືອນ​ພັກ​ພະນັກງານ ໂດຍ​ໄດ້​ຮັບ​ການ​ຕົກລົງ​ເຫັນ​ດີ​ຂອງ​ຄະນະ​ນຳກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ແລະ ການ​ເຫັນ​ດີ​ຕໍ່​ສັນຍາ​ເງິນ​ກູ້​ຂອງ​ອົງການ NEDA ຕາມ​ໜັງສື​ສະບັບ​ເລກ​ທີ​ຂອງ​ອົງການ NEDA 440/2017 ລົງ​ວັນ​ທີ 31 ພຶດສະພາ 2017 ກົມ​ທາງ​ລົດໄຟ​ໃນ​ນາມ​ເປັນ​ເຈົ້າ​ຂອງ​ໂຄງການ ​ໄດ້​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ໄທ ໄລຍະ II (ຕອນ​ທີ 2) ຊຶ່ງ​ມີ​ມູນ​ຄ່າ​ທັງ​ໝົດ 994.680.525 ກວ່າ​ບາດ ໃນ​ນັ້ນ ມີ​ເງິນ​ວ່າ​ຈ້າງ​ບໍລິສັດ​ທີ່​ປຶກສາ​ໂຄງການ​ຈຳນວນ 50 ລ້ານ​ບາດ ປະກອບ​ມີໜ້າ​ວຽກ​ຄື: ເລີ່ມ​ແຕ່​ສະຖານີ​ລົດໄຟ​ທ່າ​ນາ​ແລ້ງ​ຫາ​ສະຖານີ​ວຽງ​ຈັນ ບ້ານ​ຄຳ​ສະຫວາດ ເມືອງ​ໄຊ​ເຊດ​ຖາ ກໍ່ສ້າງ​ທາງ​ລົດໄຟ​ຍາວ 7,5 ກິໂລແມັດ ພ້ອມ​ດ້ວຍ​ລະບົບ​ລາງ​ຫຼີກ ກໍ່ສ້າງ​ອາຄານ​ສະຖານີ​ວຽງ​ຈັນ ກໍ່ສ້າງ​ທາງ​ເຂົ້າ​ຫາ​ສະຖານີ​ວຽງ​ຈັນ ຍາວ 2 ກິໂລແມັດ ກໍ່ສ້າງ​ການ​ຕິດ​ຕັ້ງ​ລະບົບ​ສັນຍານ ແລະ ໂທລະ​ຄົມມະນາຄົມ ລະບົບ​ສາ​ທາ​ລະ​ນຸ​ປະ​ໂພກ​ຕ່າງໆ​ອີກຈຳນວນ​ໜຶ່ງ.

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...