Homeຂ່າວຕ່າງປະເທດລັດຖະບານມັສກັສ ແລະ ຕວັກກີປະນາມແຜນການຂອງສະຫະລັດ ໃນການຈັດຕັ້ງ ກອງກຳລັງຊາຍແດນ ໂດຍຢືນຢັນວ່າຈະທຳລາຍໃຫ້ສີ້ນຊາກ

ລັດຖະບານມັສກັສ ແລະ ຕວັກກີປະນາມແຜນການຂອງສະຫະລັດ ໃນການຈັດຕັ້ງ ກອງກຳລັງຊາຍແດນ ໂດຍຢືນຢັນວ່າຈະທຳລາຍໃຫ້ສີ້ນຊາກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງດາມັສກັສ, ປະເທດຊີຣີ ເມື່ອວັນທີ 16 ມັງກອນ ວ່າກະຊວງການຕ່າງປະເທດຊີຣີ ອອກຖະແຫລງການເມື່ອວັນຈັນ ຕໍ່ການປະນາມແຜນການຂອງສະຫະລັດທີ່ກຳລັງລວບລວມສະມາຊິກນັກຮົບທ້ອງຖີ່ນໃຫ້ໄດ້ປະມານ 30,000 ຄົນ ສ່ວນໃຫຍ່ແມ່ນເປັນສະມາຊິກຂອງກອງກຳລັງປະຊາທິປະໄຕຊີຣີ (SDF) ເປັນການຮວມຕົວລະຫວ່າງກອງກຳລັງປ້ອງກັນ ຊາວເຕີກ (YGP) ເພື່ອຈັດຕັ້ງເປັນ ກອງກຳລັງຄວາມຫມັ້ນຄົງ ໃຫ້ປະຈຳການຕາມເຂດຊາຍແດນທາງເຫນືອຂອງຊີຣີ ທີ່ຕິດກັບພາກໃຕ້ຂອງຕວັກກີ, ທັງນີ້ຖືວ່າເປັນການເຈດຕະນາຮຸກຮານ ແລະ ໂຈມຕີອະທິປະໄຕ ບູລະນາພາບແຫ່ງດິນແດນ ອີກທັງຍັງເປັນການລະເມີດກົດຫມາຍລະຫວ່າງປະເທດຢ່າງຮ້າຍແຮງ.

ລັດຖະບານດາມັສກັສ, ປະເທດຊີຣີ ຖະແຫລງການເຕືອນວ່າ ບຸກຄົນສັນຊາດຊີຣີ ໃດກໍຕາມທີ່ເຂົ້າຮ່ວມກັບກອງກຳລັງດັ່ງກ່າວ ຈະຖືວ່າເປັນການກໍ່ກະບົດຕໍ່ແຜ່ນດິນ ແລະ ຈະຖືກດຳເນີນຄະດີຕໍ່ກົດຫມາຍ ພ້ອມທັງຢືນຢັນວ່າກອງທັບຊີຣີ ຈະຂັບໄລ່ກອງກຳລັງຂອງສະຫະລັດອອກໄປຈາກປະເທດໃຫ້ໄດ້.

ຮອງລັດຖະມົນຕີ ກະຊວງການຕ່າງປະເທດລັດເຊຍ ເຊີເກ ລາຟຣອຟ ໄດ້ໃຫ້ຄວາມເຫັນຕໍ່ທາງສະຫະລັດວ່າ ສະຫະລັດກຳລັງລະເມີດຄວາມເປັນເອກະລາດຂອງຊີເຣຍຢ່າງຊັດເຈນ ແລະ ຕັ້ງຄຳຖາມວ່າ ລັດຖະບານວໍຊິງຕັນຫວັງໃຊ້ນະໂຍບາຍນີ້ປູທາງສູ່ການແບ່ງແຍກຊີຣີ ໃນອະນາຄົດໄປຈົນເຖີງພື້ນທີ່ບາງສ່ວນຂອງອີລັກ ແລະ ຕວັກກິນໍາຫລືບໍ?

ດ້ານປະທານາທິບໍດີເຣເຊບ ເທັບຢິບ ເອີໂດກັນ ແຫ່ງອັງກາຣາ, ປະເທດຊີຣີ ກ່າວວ່າ ສະຫະລັດຍອມຮັບຢ່າງເປີດເຜີຍແລ້ວວ່າມີແຜນການຈັດຕັ້ງກອງກໍາລັງກໍ່ການຮ້າຍຕາມຊາຍແດນທາງເຫນືອຂອງຊີຣີ ທີ່ຕິດກັບພາກໃຕ້ຂອງຕວັກກີ ດັ່ງນັ້ນ, ພາລະກິດສຳຄັນນັບຈາກນີ້ຂອງກອງທັບຕວັກກີກໍຄື ການທຳລາຍກອງກຳລັງທີ່ວ່ານີ້ໃຫ້ດັບສີ້ນ. ທັງນີ້ລັດຖະບານອັງກາຣາຖືວ່າ (YGP) ເປັນກຸ່ມກໍ່ການຮ້າຍ ແລະ ເປັນພວກດຽວກັນກັບພັກງັນເດີດີສຕັນ (PKK) ທີ່ມີກອງກຳລັງກໍ່ສົງຄາມກັບລັດຖະບານມາຍາວນານກວ່າ 3 ທົດສະວັດເພື່ອແບ່ງແຍກດິນແດນທາງຕອນໃຕ້ຂອງຕວັກກີ.

ຢ່າງໃດກໍຕາມຕໍ່ຖະແຫລງການຂອງກອງທັບ ສະຫະລັດວິຈານຕໍ່ຖ້ອຍຄໍາຖະແຫລງການຂອງຜູ້ນໍາຕວັກກີໃນເລື່ອງນີ້ວ່າ ບໍ່ເມາະສົມ ເນື່ອງຈາກການມີກອງກຳລັງຄວາມຫມັ້ນຄົງທີ່ແຂງແກ່ນຕາມແນວຊາຍແດນທາງເຫນືອຂອງຊີຣີ ຈະເປັນການປ້ອງກັນການເຄື່ອນໄຫວຂອງກຸ່ມ (ISIS) ໃນພື້ນທີ່ ແລະ ຊ່ວຍຄຸ້ມຄອງຄວາມປອດໄພໃຫ້ແກ່ພົນລະເຮືອນຂອງຊີຣີນຳ ປັດຈຸບັນ (SDF) ຄວບຄຸມພື້ນທີ່ເກືອບ 25% ໃນພາກເຫນືອ ແລະ ພາກຕາເວັນອອກຂອງຊີຣີ.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...