Homeຂ່າວຕ່າງປະເທດລັດເຊຍຕິດຕັ້ງ ລະບົບຂີປະນາວຸດ S400 ຮຸ່ນໃຫມ່

ລັດເຊຍຕິດຕັ້ງ ລະບົບຂີປະນາວຸດ S400 ຮຸ່ນໃຫມ່

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງມອສກູ, ປະເທດລັດເຊຍ ເມື່ອວັນທີ 14 ມັງກອນ 2018 ອ້າງອີງຈາກລາຍງານຂອງສຳນັກຂ່າວອາໄອເອ ແລະ ອິນເຕີແຟັກ ຂອງລັດຖະບານມອສກູ ວ່າກອງທັບລັດເຊຍນຳລະບົບຂີປະນາວຸດປ້ອງກັນໄພທາງອາກາດ S400 ຮຸ່ນລ່າສຸດ ຊື່ເຄື່ອງແມ່ນ ໄທຣອໍາ ຊຶ່ງສາມາດສະກັດເປົ້າຫມາຍທາງອາກາດພາຍໃນລັດສະຫມີ 400 ກິໂລແມັດ ໄປຕິດຕັ້ງທີ່ສາທາລະນະລັດ ໄຄລເມຍ ທາງຕອນເຫນືອຂອງທະເລດຳ ແລະ ປະກາດໃຫ້ໄຄລເມຍເປັນສ່ວນຫນື່ງຂອງລັດເຊຍໃນເດືອນ ມີນາ 2014 ອີກດ້ວຍ.

ບໍລິເວນທີ່ລັດເຊຍ ນຳລະບົບດັ່ງກ່າວໄປຕິດຕັ້ງ ແມ່ນເມືອງ ເຊວາສໂຕໂພລ ຊື່ງເປັນເມືອງສຳຄັນຂອງໄຄລເມຍ ຕັ້ງຢູ່ແຄມຊາຍຝັ່ງ ແລະ ເປັນສະຖານທີ່ຕັ້ງຂອງຖານທັບເຮືອແຫ່ງສຳຄັນຂອງລັດເຊຍຕັ້ງແຕ່ສະໄຫມຈັກກະພັດ ນີ້ຖືວ່າເປັນເຄື່ອງທີ 2 ຕໍ່ຈາກການຕິດຕັ້ງທີ່ເມືອງເຟໂອໂດເຊຍ ຊື່ງເປັນເມືອງອີກແຫ່ງຫນື່ງທີ່ຕັ້ງຢູ່ທາງຕາເວັນອອກສຽງເຫນືອຂອງແຄມມະຫາສະຫມຸດໄຄລເມຍ.

ການເຄື່ອນໄຫວດັ່ງກ່າວຂອງລັດເຊຍແມ່ນເລີ່ມມາໄດ້ 1 ເດືອນແລ້ວ ຫລັງລັດຖະບານສະຫະລັດປະກາດແຜນການສົ່ງເສີມສັກກາຍະພາບທາງການທະຫານຂອງລັດຖະບານຄຽບຟ໌ ໃນໄລຍະຍາວ ດ້ວຍການປັບປຸງຂີດຄວາມສາມາດດ້ານການປ້ອງກັນຕົວເອງ ໃຫ້ແກ່ກອງທັບອູແກຣນ ເພື່ອການປົກປ້ອງອະທິປະໄຕ ແລະ ບູລະນະພາບແຫ່ງດິນແດນ ໃຫ້ຫລູດພົ້ນຈາກໄພຄຸກຄາມ ແລະ ການຮຸກຮານ ຈາກພາຍນອກ ໃນຂະນະທີ່ສົງຄາມກາງເມືອງໃນຂົງເຂດດອນບາສ ຫລື ພາກຕາເວັນອອກຂອງອູແກຣນ ຍຶດເຍື້ອມາຕັ້ງແຕ່ເດືອນ ເມສາ 2014 ແລະ ມີຜູ້ເສຍຊີວິດແລ້ວຫລາຍກວ່າ 10,000 ຄົນ.

ປະເທດລັດເຊຍນຳໃຊ້ລະບົບດັ່ງກ່າວເພື່ອເປັນການປ້ອງກັນໄພທາງອາກາດ ພາຍຫລັງທີ່ ສະຫະລັດປະກາດເພີ່ມຄວາມສະຫນັບສະຫນູນທາງການໃຫ້ແກ່ກອງທັບອູແກຣນ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...