spot_img
Homeຂ່າວຕ່າງປະເທດສະຫະລັດຫວັ່ນເຫດການ 9/11 ຫລັງເຮືອບິນໃນລິເບຍສູນຫາຍ 11 ລຳ

ສະຫະລັດຫວັ່ນເຫດການ 9/11 ຫລັງເຮືອບິນໃນລິເບຍສູນຫາຍ 11 ລຳ

Published on

 

 

ສະຫະລັດຫວັ່ນ ກອງກຳລັງກໍ່ການຮ້າຍອາດທຳການສະຫຼອງ 13 ປີ ຕຶກເວີນເທຣດຖະຫຼົ່ມ ດ້ວຍການກໍ່ເຫດຊ້ຳ

ຫຼັງພົບເຮືອບິນໃນລິເບຍເສຍ 11 ລຳ.

 

ເມື່ອວັນທີ 3 ກັນຍາ 2014 ທີ່ຜ່ານມາ ເວັບຂ່າວໄດລີເມວຂອງອັງກິດລາຍງານວ່າ ເຈົ້າໜ້າທີ່ທາງການສະຫະລັດ

ໄດ້ເຕືອນກຳລັງກໍ່ການຮ້າຍອິດສະລາມ ທີ່ອາດກໍ່ການຮ້າຍສະຫຼອງ 13 ປີ ເຫດການເຮືອບິນຕຳຕຶກເວີນເທຣດ

ໃນວັນທີ 11 ກັນຍານີ້ ຫຼັງຈາກເຮືອບິນກ່ວາ 11 ລຳ ຖືກກຸ່ມກໍ່ການຮ້າຍຍຶດ ແລະ ຫາຍໄປຈາກສະໜາມບິນຕຣິ

ໂປລີ ປະເທດລິເບຍ ເມື່ອທ້າຍເດືອນສິງຫາທີ່ຜ່ານມາ.

 

ລາຍງານຂ່າວໄດ້ລະບຸວ່າ ເຮືອບິນພານິດຂອງສາຍການບິນ ທີ່ດຳເນີນການໂດຍລັດຖະບານລິເບຍ ໄດ້ຖືກຫາຍ

ສາບສູນໄປເມື່ອເດືອນສິງຫາທີ່ຜ່ານມາ ລວມແລ້ວກ່ວາ 11 ລຳ ຫຼັງຈາກທີ່ກອງກຳລັງຫົວຮຸນແຮງ ລິບຽນ ດອນ

ໄດ້ເຂົ້າຍຶດສະໜາມບິນຕຣິໂປລີ ຈິ່ງເປັນເຫດໃຫ້ຫວັ່ນວິຕົກວ່າ ເຮືອບິນທັງ 11 ລຳທີ່ສູນຫາຍໄປນັ້ນ ອາດຈະຖືກ

ນຳມາໃຊ້ໃນການກໍ່ການຮ້າຍ ຮູບແບບດຽວກັນກັບເຫດການຕຶກເວີນເທຣດຖະຫຼົ່ມ ໃນມະຫານະຄອນນິວຢອກ

ສະຫະລັດອາເມຣິກາ ທີ່ເກີດຂຶ້ນໃນວັນທີ 11 ກັນຍາ 2001.

 

ດັ່ງນັ້ນ ວັນທີ 11 ກັນຍາ 2014 ທີ່ຈະມາເຖິງນີ້ ຈິ່ງເປັນມື້ທີ່ໜ້າຈັບຕາເບິ່ງສະຖານະການ ແລະ ຄວນມີການເຝົ້າ

ລະວັງເປັນຢ່າງດີ ຂອງເຈົ້າໜ້າທີ່ຄວາມໝັ້ນຄົງຂອງສະຫະລັດ ເພາະມີຄວາມເປັນໄປໄດ້ວ່າ ກຸ່ມກໍ່ການຮ້າຍຈະ

ກໍ່ເຫດວິນາດສະກຳ ເພື່ອສະຫຼອງ 13 ປີ ເຫດການ 9/11 ແລະ ບໍ່ພຽງເທົ່ານັ້ນ ໃນມື້ວັນທີ 11 ກັນຍາ 2014 ນີ້ ກໍຍັງ

ເປັນມື້ທີ່ຄົບຮອບ 2 ປີ ຂອງການໂຈມຕີສະຖານກົງສຸນສະຫະລັດອາເມຣິກາ ໃນເມືອງຫຼວງເບງກາຊີຂອງລີເບຍ

ອີກດ້ວຍ ໂດຍເຫດການໃນຄັ້ງນັ້ນ ໄດ້ເຮັດໃຫ້ເຈົ້າໜ້າທີ່ຊາວອາເມຣິກັນ ເສຍຊີວິດໄປ 4 ລາຍ.

 

ຢ່າງໃດກໍຕາມ ທາງການສະຫະລັດເອງ ຍັງບໍ່ໄດ້ຢືນຢັນເລື່ອງການຫາຍສາບສູນໄປຂອງເຮືອບິນພານິດທັງ 11 ລຳ

ຢ່າງເປັນທາງການ, ແຕ່ເຈົ້າໜ້າທີ່ຈາກສຳນັກງານການຂ່າວຂອງສະຫະລັດໄດ້ເປີດເຜີຍວ່າ ຕອນນີ້ກຳລັງຢູ່ໃນ

ລະຫວ່າງການຄົ້ນຫາເຮືອບິນຢູ່.

 

ທັງນີ້ ສະໜາມບິນຕຣິໂປລີຂອງລີເບຍ ໄດ້ຖືກປິດມາແລ້ວ 2 ເດືອນກ່ອນ ເນື່ອງຈາກກອງກຳລັງກໍ່ການຮ້າຍໄດ້

ບຸກຍຶດຕັ້ງແຕ່ໄລຍະກາງເດືອນກໍລະກົດທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...