Homeຂ່າວຕ່າງປະເທດMH370 ຍົນທີ່ຫາຍສາບສູນ ຖ້າພົບເຫັນ ມາເລເຊຍຍອມຈ່າຍເງີນໃຫ້

MH370 ຍົນທີ່ຫາຍສາບສູນ ຖ້າພົບເຫັນ ມາເລເຊຍຍອມຈ່າຍເງີນໃຫ້

Published on

ຍັງຈື່ກັນບໍວ່າເຮືອບິນ ຂອງຖ້ຽວບິນ MH370 ທີ່ຫາຍສາບສູນໄປຈາກຈໍເລດ້າ ໃນຂະນະທີ່ກຳລັງເດີນທາງໄປຍັງປັກກີ່ງ ແລະ ລູກເຮືອລວມທັງຫມົດ 239 ຄົນ ເດີນທາງອອກຈາກເມືອງຫລວງກົວລາລຳເປີ, ມາເລເຊຍ ປັດຈຸບັນນີ້ຍັງບໍ່ມີໃຜສາມາດອອກມາຕອບໄດ້ວ່າເຄື່ອງບິນດັ່ງກ່າວແມ່ນຢູ່ໃສ?

ທາງການຂອງປະເທດ ມາເລເຊຍ ລົງນາມຂໍ້ຕົກລົງກັບບໍລິສັດ ສຳຫລວດໃຕ້ພື້ນທະເລຂອງ ປະເທດສະຫະລັດອາເມລິກາວ່າ ຈະຈ່າຍເງີນໃຫ້ຖ້າຫາກພົບຮ່າງເຮືອບິນ MH370 ທີ່ເປັນປິດສະຫນາການຫາຍໄປຢ່າງສາບສູນ ເປັນເວລາເກືອບ 4 ປີແລ້ວ.

ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ຂອງມາເລເຊຍ ຫຼຽວຕຽງໄຫລ ໄດ້ຖະແຫລງຂ່າວໃນມື້ນີ້ວ່າ ທາງການມາເລເຊຍໄດ້ເຮັດຂໍ້ຕົກລົງກັບບໍລິສັດ ສຳຫລວດໃຕ້ພື້ນທະເລ Ocean Infinity ທີ່ມີສຳນັກງານຕັ້ງຢູ່ເມືອງ Houston, ປະເທດສະຫະລັດອາເມລິກາ ທີ່ຮັບປາກວ່າຈະບໍ່ຄິດຄ່າໃຊ້ຈ່າຍໃດໆ ຖ້າຫາກບໍ່ພົບຮ່າງເຄື່ອງບິນທີ່ຫາຍໄປ ຕັ້ງແຕ່ວັນທີ 8 ມີນາ 2014 ໂດຍຈະຄົ້ນຫາໃນຫນ້ານໍ້າເປົ້າຫມາຍ 25,000 ຕາລາງກິໂລແມັດເຫນືອຂື້ນໄປຈາກນ່ານນໍ້າ ອົດສະຕາລີ, ມາເລເຊຍ ແລະ ຈີນ. ໄດ້ມີການຮ່ວມກັນຄົ້ນຫາມາແລ້ວ 120,000 ຕາລາງກິໂລແມັດ ແລະ ຢຸດສະຫງັກລົງໄປເມື່ອເດືອນ ມັງກອນ ປີກ່ອນ, ໃນການຄົ້ນຫານີ້ຄາດວ່າຈະໃຊ້ເວລາທັງຫມົດ 90 ວັນ.

ເຮືອທີ່ນຳໃຊ້ເຂົ້າໃນການຄົ້ນຫານີ້ມີຊື່ວ່າ ເຮືອຊີເບດຄອນສະຕັກເຕີ ຂອງບໍລິສັດສຳຫລວດໃຕ້ພື້ນທະເລ Ocean Infinity ໄດ້ເດີນທາງໄປຍັງນ່ານນໍ້າເປົ້າຫມາຍແລ້ວ ເນື່ອງຈາກສະພາບລົມຟ້າອາກາດໃນມະຫາສະຫມຸດອິນເດຍຕອນໃຕ້ກຳລັງເປັນໃຈ, ມີຕົວແທນ65 ຄົນຂອງກອງທັບເຮືອມາເລເຊຍເຂົ້າຮ່ວມໃນການຄົ້ນຫາ ບໍລິສັດຈະໄດ້ຮັບຄ່າຈ້າງ 20 ລ້ານໂດລາສະຫະລັດ ຫລື ປະມານ 165 ຕື້ກີບ.

ແຕ່ທາງການຂອງມາເລເຊຍໄດ້ກຳນົດເພີ່ມຂື້ນອີກວ່າຖ້າພົບຊາກເຮືອບິນໃນນ່ານນໍ້າ 5,000 ຕາລາງກິໂລແມັດ ຈະເພີ່ມມູນຄ່າໃນການຊອກຫາໃຫ້ເປັນ 30 ລ້ານໂດລາສະຫະລັດ ( 248ຕື້ກີບ )

ຖ້າພົບເຫັນໃນນ່ານນໍ້າ 10,000 ຕາລາງກິໂລແມັດ ຈະເພີ່ມໃຫ້ເປັນ 50 ລ້ານໂດລາສະຫະລັດ (414 ຕື້ກີບ).

ແລະຖ້າພົບເຫັນໃນນ່ານນໍ້າ 25,00 ຕາລາງກິໂລແມັດແມ່ນຈະເພີ່ມໃຫ້ເປັນ 70ລ້ານໂດລາສະຫະລັດ ຫລື ປະມານ 579 ຕື້ກີບ.

ເປົ້າຫມາຍຫລັກແມ່ນເພື່ອຄົ້ນຫາຊາກເຄື່ອງບິນ ກ່ອງບັນທຶກຂໍ້ມູນ, ກ່ອງບັນທຶກສຽງໃນຫ້ອງນັກບິນ (ກ່ອງດຳ) ແລ້ວຫາຫລັກຖານທີ່ມີນໍ້າຫນັກເພື່ອມາຢັ້ງຢືນຕໍ່ເຫດການໃນຄັ້ງນັ້ນ.

ສຳນັກຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...