Homeຂ່າວຕ່າງປະເທດເຮືອບິນຮົບລີເບຍ ຕຳຕຶກໃກ້ກັບລັດຖະສະພາ ເສຍຊີວິດ 3 ຄົນ

ເຮືອບິນຮົບລີເບຍ ຕຳຕຶກໃກ້ກັບລັດຖະສະພາ ເສຍຊີວິດ 3 ຄົນ

Published on

 

ເຮືອບິນຮົບກອງທັບລີເບຍ ຜິດພາດທາງເຕັກນິກ ຕຳຕຶກສູງໃກ້ກັບລັດຖະສະພາແຫ່ງໃໝ່ ປະຊາຊົນເສຍຊີວິດ 3 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍານີ້ວ່າ ເກີດເຫດເຮືອບິນຮົບຂອງກອງທັບລີເບຍ ຕົກໃນເມືອງ

Tobruk ທາງພາກຕາເວັນອອກຂອງປະເທດ ໂດຍເຫດການດັ່ງກ່າວ ເກີດຈາກການຜິດພາດທາງເຕັກນິກ ກ່ອນທີ່

ຈະບິນຕຳເຂົ້າຕຶກຫໍພັກ ໃກ້ກັບອາຄານລັດຖະສະພາຂອງລີເບຍ ແລ້ວເກີດເຫດໄຟລຸກຖ້ວມ ເປັນເຫດເຮັດໃຫ້ມີຜູ້

ເສຍຊີວິດ 3 ຄົນ ໂດຍໃນຈຳນວນນີ້ເປັນເດັກນ້ອຍອີກ 1 ຄົນ.

 

ທັງນີ້ ເຮືອບິນທີ່ປະສົບເຫດ ຖືກຄວບຄຸມໂດຍກອງກຳລັງທີ່ຈົງຮັກພັກດີຕໍ່ ອາດີດນາຍພົນຄາລີຟະ ຮາບຕາ ຜູ້ນຳ

ກອງທັບຄົນກ່ອນ ທີ່ກຳລັງຕໍ່ສູ້ກັບກອງກຳລັງອິດສະລາມ ທີ່ເຊື່ອມໂຍງກັນກັບກອງກຳລັງທີ່ຍຶດເມືອງຫຼວງຕຣິໂບລີ

ເມື່ອອາທິດທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...