spot_img
Homeວັນນະກຳເລື່ອງສັ້ນຮັກໃສໃສ...ຫົວໃຈມັດທະຍົມ ຕອນທີ 18

ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 18

Published on

ຕອນທີ 18 ເຕັ້ນ K-Pop ໜ້າສານພະພູມ

ທີ່ຫ້ອງ 6/3 ກ່ອນຄູຈະເຂົ້າຫ້ອງ ມັງກອນໄດ້ສະກິດຫຼັງມາລີ 2-3 ຄັ້ງແລ້ວມາລີກໍ່ຫັນລັງມາເບິ່ງມັງກອນ
ມາລີ: ມີຫຍັງ
ມັງກອນຂັບປື້ມກະຕູນຂຶ້ນມາຈາກໜ້າໂຕະແລ້ວຍື່ນໃຫ້ມາລີ: ມື້ວານນີ້ຂ້ອຍໄປຮ້ານໜັງສືຈື່ໄດ້ວ່າເຈົ້າມັກອ່ານກະຕູນ ຂ້ອຍລອງອ່ານເບິ່ງເລື່ອງນີ້ມ່ວນດີຂ້ອຍເລີຍຊື້ມາຝາກ
ມາລີ: ໜ້າຮັກທີ່ສຸດ
ເກສອນ: ແລ້ວຂອງເຂົາເດະ
ມັງກອນ: ບໍ່ມີ
ເກສອນຫັນກັບໄປດ້ວຍໃບໜ້ານ້ອຍໃຈ
ມັງກອນ: ມາລີວັນເຊົານີ້ວ່າງບໍ່
ມາລີ: ບໍ່ຮູ້ເທື່ອ! ມີຫຍັງ
ມັງກອນ: ຂ້ອຍຊື່ກ້ອງຖ່າຍຮູບມາໃໝ່ວ່າສິໄປລອງກ້ອງໃໝ່ເລີຍຢາກໃຫ້ເຈົ້າໄປເປັນໝູ່
ເກສອນ: ເຂົາວ່າງເສົານີ້ເຂົາບໍ່ໄດ້ໄປທາງໃດ
ມັງກອນ: ເຂົາຊວນມາລີ
ເກສອນຮູ້ສຶກເຈັບຈີ໋ດສຽບເຂົ້າໃນໃຈ
ຈາກນັ້ນຄູປະຈຳຫ້ອງກໍ່ຍ່າງເຂົ້າມາ
ໂທນີ: ນັກຮຽນທຳຄວາມເຄົາລົບ
ນັກຮຽນທຸກຄົນ: ສະບາຍດີອາຈານ
ຄູປະຈຳຫ້ອງ: ນັ່ງລົງ
ນັກຮຽນ: ຂອບໃຈອາຈານ
ຄູປະຈຳຫ້ອງ: ວັນນີ້ຄູມາແຈ້ງຂ່າວດີ! ຫ້ອງ 6/3 ຂອງເຮົາມີຕົວແທນນັກຮຽນເກັ່ງເຂົ້າຮ່ວມໃນສອບເສັັງນັກຮຽນເກັ່ງລະດັບຊັ້ນມັດທະຍົມປາຍ ວິຊາຄະນິດສາດ ນັ້ນກໍ່ຄື ໂທນີ! ຍິນດີນຳເດີ້ໂທນີ! ຕົບມືໃຫ້ໝູ່ແນ່
ນັກຮຽນທຸກຄົນໃນຫ້ອງພາກັນຈົບມືໃຫ້ກັບໂທນີມາລີຫັນໄປສົ່ງຍິ້ມພ້ອມທັງຍົກໂປ້ໃຫ້ ໃນເວລານັ້ນໂທນີເອງກໍ່ຮູ້ສຶກດີໃຈສຸດໆຈົນເກັບຮອຍຍິ້ມໄວ້ບໍ່ໄດ້
ຕອນແລງເລີກເມືອໃນຂະນະທີ່ມາລີຍ່າງນຳຫຼັງໂທນີໄປເອົາລົດທີ່ຄອກຝາກລົດຂອງໂຮງຮຽນມັງກອນກໍ່ແລ່ນມາແລ້ວເອົາແຂນເຕາະມາລີເບົາໆ
ມັງກອນ: ມາລີ! ວ່າແນວໃດວັນເສົາຫວ່າງໄປກັບຂ້ອຍບໍ່
ໂທນີເຖິງກັບຢຸດຟັງ
ມາລີ: ໂອເຄ!
ມັງກອນ: yeh!
ເມື່ອຮອດວັນເສົາວັນທີມາລີຕ້ອງໄປຖ່າຍຮູບກັບມັງກອນ ແຕ່ພໍດີວັນນັ້ນ (ຕີ໋ນ້ອຍ) ໝາຂອງມາລີຖືກລົດຕຳຂາຫັກ ມາລີຕ້ອງຟ້າວພາໝາໄປຮັກສາທີ່ຄຣີນິກ ມາລີກຳລັງຈະໂທເລື່ອນນັດກັບມັງກອນແຕ່ເກສອນໄດ້ໂທມາກ່ອນ
ມາລີ: ຮາໂຫຼ! ມີຫຍັງໝູ່
ເກສອນ: ເພິ່ນອອກໄປຫາມັງກອນແລ້ວບໍ່
ມາລີ: ຍັງເລີຍ ແລະ ຄືສິບໍ່ໄດ້ໄປແລ້ວລ່ະ ໝາເຂົາຖືກລົດຕຳຕອນນີ້ພາໝາມາປົວຢູ່ຄຣີນິກວ່າສິໂທຍົກເລີກນັດກັບມັງກອນຢູ່
ເກສອນໄດ້ຈັງຫວະພໍດີທີ່ຈະສວມຮອຍໄປຫາມັງກອນແທນມາລີ: ເພິ່ນບໍ່ຕ້ອງໂທໄປບອກມັງກອນກະໄດ້ ດຽວເຂົາໄປຮອດລະເຂົາສິບອກລາວໃຫ້
ມາລີ: ເອີ້!ແບບນັ້ນກະດີ ເຂົາຈິ່ງບໍ່ໄດ້ເປືອງເງິນໂທ! ຝາກແນ່ເດີ້ເຮີ້ຍ
ເກສອນ: ອຳບາຍ! ເອີ້! ວ່າແຕ່ເຮົາຕ້ອງໄປພົບມັງກອນຢູ່ໃສເກາະ ຂ້ອຍລືມບ່ອນທີ່ເຮົາຈະໄປ
ມາລີ: ເພິ່ນເປັນຄົນຄວາມຈຳສັ້ນຕັ້ງແຕ່ມື້ໃດຄົນງາມ! ມັງກອນໃຫ້ໄປພົບຢູ່ຮ້ານ ໂຈມາ! ລາວຈະໄປດື່ມນ້ຳຊາຢູ່ຫັ້ນຖ້າເຮົາ!
ເກສອນຍິ້ມດີໃຈເມື່ອຮູ້ສະຖານທີ່ຈະໄປພົບມັງກອນ: ໂອເຄຊັ້ນເທົ່ານີ້ກ່ອນເດີ້ ເຂົາສິຟ້າວອອກໄປຫາມັງກອນກ່ອນດຽວສິໄປຊ້າ
ມາລີ: ທ່ຽວໃຫ້ມ່ວນໆເດີ້ (ວາງສາຍ)
ທີ່ຮ້ານໂຈມາ ມັງກອນນັ່ງດື່ມນ້ຳຊາພ້ອມຂະໜົມເຄັກຖ້າ ແຕ່ກໍ່ຕ້ອງແປກໃຈເມື່ອເຫັນເກສອນມາບ່ອນນີ້
ມັງກອນ: ອ້າວ! ເກສອນເພິ່ນມາຫຍັງ
ເກສອນ: ມາລີຄາວຽກມາບໍ່ໄດ້ເລີຍໂທບອກໃຫ້ເຂົາໄປເລາະຖ່າຍຮູບເປັນໝູ່ເພິ່ນ!
ມັງກອນຈັບໂທລະສັບຂຶ້ນມາໂທຫາມາລີ
ມັງກອນ: ຮາໂຫຼ! ຢູ່ໃສ
ມາລີ: ຢູ່ຄຣີນິກສັດພາຕີ໋ນ້ອຍມາຮັກສາ!​ ຂໍໂທດເດີ້ມື້ນີ້ເຂົາໄປນຳເພິ່ນບໍ່ໄດ້! ຂໍໃຫ້ເພິ່ນກັບເກສອນທ່ຽວກັນໃຫ້ມ່ວນໆ! ບ່າຍໆ (ວາງສາຍ)
ເກສອນ: ເຂົາຂໍສັ່ງຂະໜົມກັບຊາມາກິນກ່ອນເດີ້! ຍັງບໍທັນໄດ້ກິນເຂົ້າເຊົ້າເທື່ອ
ມັງກອນຖອນຫາຍໃຈດ້ວຍສີໜ້າເຊັງໆ: ອືມ
ມັງກອນຮູ້ສຶກຜິດຫວັງຢ່າງແຮງ ເມື່ອຄົນທີ່ມາເປັນເກສອນແຜນທຸກຢ່າງເລີຍພັງ ເພາະແຜນທີ່ວາງໄວ້ທຳອິດນັ້ນແມ່ນຈະພາມາລີໄປເບິ່ງ, ກິນເຂົ້າ, ຍ່າງຊັອບປິ້ງ ສ່ວນການຖ່າຍຮູບລອງກ້ອງນັ້ນມັນເປັນພຽງສ່ວນປະກອບນ້ອຍໆໃນແຜນເທົ່ານັ້ນ ໃນເມື່ອທຸກຢ່າງເປັນແບບນີ້ມັງກອນເລີຍບໍ່ມີອາລົມທີ່ຈະໄປໃສຕໍ່ ໃນຂະນະທີ່ເກສອນກຳລັງກິນຂະໜົມ ມັງກອນເລີຍນຳກ້ອງອອກມາຈາກຖົງມາຖ່າຍຮູບວິວນອກຮ້ານ, ຖ່າຍທາງ, ຖ່າຍຄົນ, ຖ່າຍລົດ ແລະ ກໍ່ຖ່າຍເກສອນ 2-3 ທ່າ
ເກສອນຖາມມັງກອນດ້ວຍສີໜ້າຍິ້ມແຍ້ມ: ກິນແລ້ວໆ! ອອກຈາກຮ້ານແລ້ວເຮົາສິໄປໃສຕໍ່
ມັງກອນຕອບດ້ວຍສີໜ້າເສີຍໆ: ກັບບ້ານໃຜບ້ານມັນ
ເກສອນ: ອ້າວ! ຄືວ່າສິໄປເລາະຖ່າຍຮູບ
ມັງກອນ: ຂໍໂທດເດີ້! ມື້ນີ້ຂ້ອຍຮູ້ສຶກບໍ່ສະບາຍ! ຮູ້ສຶກເໝື່ອຍຢາກພັກຜ່ອນ
ເກສອນ: ເປັນໄປໄດ້ແນວໃດມື້ວານຍັງເຫັນເພິ່ນດີໆຢູ່
ມັງກອນ: ນັ້ນເລື່ອງຂອງມື້ວານ!
ເມື່ອເວົ້າຈົບມັງກອນກໍ່ລຸກຍ່າງອອກຈາກຮ້ານປ່ອຍເກສອນໃຫ້ຢູ່ກັບຄວາມຫົດຫູໃຈໃນຮ້ານພຽງລຳພັງ ເກສອນຫອບຄວາມເສຍໃຈແລະຜິດຫວັງສຸດໆຂັບລົດກັບບ້ານດ້ວຍນ້ຳຕານອງໜ້າເມື່ອໄປຮອດເຮືອນກໍ່ຟ້າວແລ່ນຂຶ້ນໄປໄຫ້ຕໍ່ໃນຫ້ອງນອນ

ມາລີເມື່ອກັບຈາກຄຣີນິກປົວສັດກໍ່ພາຕີ໋ນ້ອຍ (ໝາ) ໄປນອນພັກທີ່ເຮືອນໝາ ມາລີເອົາມືລູບຫົວຕີ໋ນ້ອຍເບົາໆ
ມາລີ: ຕີ໋ນ້ອຍ! ອົດທົນເຈັບໄປກ່ອນເດີ້! ອີກບໍ່ດົນໝໍບອກວ່າເຈົ້າຈະກັບມາຍ່າງໄດ້ຄືເກົ່າ
ທັນໃດນັ້ນໂທນີກໍ່ຈູງຫລິວຫລິວ (ໝາ)ຍ່າງມຸ່ງໜ້າມາຫາມາລີກັບຕີ໋ນ້ອຍ ຫຼິວຫຼິວໄດ້ແລ່ນໄປເລຍໃບຫູມາລີທີ່ກຳລັງນັ່ງລູບຫົວຕີ໋ນ້ອຍຢູ່ຈົນມາລີຕົກໃຈ
ມາລີ: ອ້າວ! ຫຼິວຫຼິວ ຕົກໃຈໝົດ
ໂທນີ: ຕີ໋ນ້ອຍເປັນແນວໃດໄດ້ຂ່າວວ່າເຊົ້ານີ້ຖືກລົດຕຳ
ມາລີລຸກຂຶ້ນຍືນລົມກັບໂທນີ: ຕີ໋ນ້ອຍຂາຫັກ ແຕ່ໝໍເຮັດການຜ່າຕັດໃຫ້ມັນແລ້ວ ແຕ່ກໍ່ຕ້ອງພາໄປຄຣີນິກຕະຫຼອດເພື່ອກວດເບິ່ງອາການຢ່າງໃກ້ຊິດ
ໂທນີນັ່ງລົງແລ້ວເອົາລູບຫົວຕີ໋ນ້ອຍເບົາໆ: ຄົງເຈັບແຮງແມ່ນບໍ່! ອີກດົນລະເນາະຈິ່ງຈະສາມາດມາແລ່ນຫຼິ້ນກັບອ້າຍຫຼິວຫຼິວໄດ້! ແລ້ວລົດທີ່ຕຳມັນເປັນແນວໃດ
ມາລີ: ຄົນບໍ່ບາດເຈັບຫຍັງ ມີແຕ່ລົດລົ້ມໂກບແຕກ ແມ່ໄດ້ຮັບຜິດຊອບປ່ຽນໂກບລົດໃໝ່ໃຫ້ເຂົາເຈົ້າແລ້ວ
ໂທນີ: ດີແລ້ວລ່ະທີ່ຄົນບໍ່ເຈັບ! ລ້ຽງໝາແຄມທາງຕ້ອງເອົາໃຈໃສ່ໃຫ້ຫຼາຍ ຢ່າປ່ອຍໃຫ້ມັນແລ່ນອອກໄປຫຼິ້ນນອກທາງ ເພາະມັນອັນຕລາຍ
ມາລີ: ແຕ່ລະມື້ມັນກໍ່ບໍ່ໄດ້ອອກໄປໃດ໋ ມື້ນີ້ສົງໃສມັນລັກອອກໄປນອກພ້ອມພໍ່​
ເວົ້າແລ້ວມາລີກໍ່ຄິດອອກວ່າມີຂອງຈະໃຫ້ກັບໂທນີ: ໂທນີຖ້າຂ້ອຍຢູ່ນີ້ແປັບໜຶ່ງເດີ້ ມີຂອງຈະໃຫ້
ມາລີຟ້າວແລ່ນເຂົ້າໄປໃນເຮືອນຂຶ້ນໄປທີ່ຫ້ອງນອນ ແລະ ຈັບເອົາສາຍແຂນທັກເຊືອກທີ່ວາງໄວ້ໜ້າໂຕະແຕ່ງໜ້າແລ້ວກໍ່ຟ້າວນຳມັນມາມອບໃຫ້ໂທນີ
ມາລີ: ຂໍມືຂໍແຂນແນ່
ໂທນີຍື່ນແຂນມາໃຫ້ມາລີດ້ວຍສີໜ້າງົງໆ ແລ້ວມາລີກໍ່ເອົາສາຍແຂນເຊືອກນັ້ນໃສ່ເຂົ້າໄປທີ່ແຂນຊ້າຍຂອງໂທນີ
ໂທນີ: ນີ້ມັນສາຍແຂນເຊືອກເພິ່ນໃຫ້ເຂົາເຮັດຫຍັງ
ມາລີ: ນີ້ມັນເປັນຂອງລາງນຳໂຊກ! ເຂົາຮູ້ວ່າເພິ່ນຈະໄດ້ເປັນຕົວແທນຂອງໂຮງຮຽນໄປສອບເສັງນັກຮຽນເກັ່ງ ເຂົາກໍ່ເລີຍຮຽນທັກມັນຂຶ້ນມາ! ອາດຈະບໍ່ງາມຄືຂອງທີ່ເຂົາວາງຂາຍ ແຕ່ເສັ້ນນີ້ຮັບຮອງວ່າພິເສດທີ່ສຸດ ມັນຈະຊ່ວຍໃຫ້ເພິ່ນໂຊກດີ ເຮັດຂໍ້ສອບໄດ້ທຸກຂໍ້
ໂທນີຍິ້ມເບົາໆ: ໃສ່ແລ້ວມັນສິບໍ່ຄັນເປັນຜື່ນຂຶ້ນເບາະ! ຕອນທັກມັນເຈົ້າກະລ້າງມືຢູ່ຕີ້
ມາລີເອົາມືຟາດແຂນໂທນີເບົາໆ: ບ້າ! ເຂົາບໍ່ສົກກະປົກປານນັ້ນ
ໂທນີ້ຍິ້ມຕະລົກ: ຈັ່ງໃດກໍ່…ຂອບໃຈເດິ

ໂທນີໄດ້ຜ່ານການສອບເສັງຂັ້ນເມືອງ, ຂັ້ນນະຄອນຫຼວງ ແລະ ຜ່ານເຂົ້າໄປຮອບຂັ້ນເປັນຕົວແທນສອບເສັງລະດັບປະເທດ ມີນັກຮຽນຈາກ 18 ແຂວງທົ່ວປະເທດລາວເຂົ້າຮ່ວມໃນການສອບເສັງນັກຮຽນເກັ່ງໃນລະດັບມັດທະຍົມຕອນປາຍ ໂທນີເອງແມ່ນໄດ້ເປັນຕົວແທນຂອງໂຮງຮຽນ ແລະ ຂອງນະຄອນຫຼວງເສັງໃນວິຊາຄະນິດສາດ

ກ່ອນຮອດມື້ທີ່ສອບເສັງນັກຮຽນເກັ່ງ 1 ມື້ ມາລີໄດ້ໄປບະໄວ້ທີ່ສານພະພູມໜ້າບ້ານຂອງນາງ
ມາລີ: ສາທູ! ປູ່ຍ່າສານພະພູມຂະນ້ອຍຂໍໃຫ້ໂທນີເສັງໄດ້ທີ 1 ລະດັບປະເທດ ຖ້າເປັນໄປຕາມທີ່ຂໍຂະນ້ອຍຈະຖວາຍຫົວໝູ, ເຫຼົ້າໄຫໄກ່ໂຕ ຄຳໝາກກອກຢາ ຂອງຄາວຫວານຄົບ ແລະ ຈະແຖມດ້ວຍການເຕັ້ນ k-pop ເກົາຫຼີໃຫ້ປູ່ກັບຍ່າສານພະພູມເບິ່ງພ້ອມ ຂໍໃຫ້ປູກັບຍ່າຊ່ວຍໂທນີດ້ວຍເຖີດ ສາທຸ

ເຊົ້າວັນສອບເສັງ ມາລີໄດ້ໄປຢືນຖ້າໂທນີທີ່ໜ້າເຮືອນຂອງໂທນີເພື່ອມາສົ່ງ ແລະ ອວຍພອນໃຫ້
ມາລີ: ສູ້ໆເດີ້! ຈະລໍຢູ່ເຮືອນຟັງຂ່າວດີ
ໂທນີ: ອື
ໃນຫ້ອງສອບເສັງບັນຍາກາດມິດຫງຽບ ນັກຮຽນທີ່ເຂົ້າເສັງຕັ້ງໃຈເຮັດຂໍສອບຢ່າງເຕັມທີ່

ວັນປະກາດຜົນໃນທີ່ສຸດຄຳຂໍຂອງມາລີກໍ່ເປັນຈິງ ໂທນີເສັງໄດ້ອັນດັບໜຶ່ງໃນສາຂາວິຊາຄະນິດສາດລະດັບປະເທດ ເພາະຍ້ອນຄວາມເກັ່ງຂອງໂທນີເອງ ຫຼື ຍ້ອນມີສິ່ງສັກສິດຊ່ວຍກໍຕາມ ເມື່ອໂທນີໄດ້ເປັນທີ 1 ມາລີກໍ່ຕ້ອງໄດ້ແກ້ບະຕາມທີ່ເຄີຍບະໄວ້, ຄັ້ງນີ້ມາລີຍອມທຸບກະປຸກໝູເພື່ອນຳເງິນທີ່ທ້ອນໄວ້ໄປຊື້ເຄື່ອງເສັ້ນໄຫວ້ປູ່ຍ່າສານພະພູມ ນອກຈາກນີ້ມາລີຍັງໄດ້ເຕັ້ນ k-pop ທີ່ໜ້າສານພະພູມດັ່ງທີ່ເຄີຍກ່າວໄວ້ ເຊິ່ງມັນໄດ້ສ້າງຄວາມແປກປະຫຼາດໃຈໃຫ້ແກ່ຜູ້ທີ່ພົບເຫັນບໍ່ວ່າຈະເປັນພໍ່ແມ່ຂອງມາລີເອງ ຫຼື ພໍ່ແມ່ຂອງໂທນີ ລວມທັງໂທນີເອງ.
ໂທນີເບິ່ງມາລີເຕັ້ນໄປຂຳໄປພ້ອມທັງຈົ່ມພຶມພຳ: ຄົນອິຫຍັງ! ຂະຫຍັນເຮັດແຕ່ເລື່ອງແປກໆບໍ່ຄືບ້ານບໍ່ຄືເມືອງເພິ່ນ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...