Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຖິຕິອຸບັດເຫດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພຽງ 5 ວັນ! ຕາຍເກືອບ 30 ສົບ

ສະຖິຕິອຸບັດເຫດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພຽງ 5 ວັນ! ຕາຍເກືອບ 30 ສົບ

Published on

ເນື່ອງໃນໂອກາດສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2018 ຕາມ ການສະຫຼຸບຂອງເຈົ້າໜ້າທີ່ໃນ5 ວັນທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 179 ຄັ້ງ ແລະເສຍຊີວິດ 27 ຄົນ ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 9 ຄົນ ໂດຍສາເຫດສ່ວນໃຫຍ່ ເກີດຈາກດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ແຊງບໍ່ຮັບປະກັນ.

ອີງຕາມຂໍ້ມູນສະຖິຕິອຸບັດເຫດສົ່ງ ທ້າຍປີເກົ່າຕ້ອນຮັບປີໃໝ່ຈາກກະຊວງປ້ອງກັນຄວາມສະຫງົບກົມຕຳຫຼວດຈະ ລາຈອນໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 29 ທັນວາ 2017 ຫາ 2 ມັງກອນ 2018 ແມ່ນມີອຸບັດເຫດເກີດຂຶ້ນທັງໝົດ 179 ລາຍສົມທຽບປີຜ່ານມາ ເພີ່ມຂຶ້ນ 18 ລາຍ,ພາຫະນະເປ່ເພ 332 ຄັນ, ເພີ່ມຂຶ້ນ 27 ຄັນ, ຄົນຮັບບາດເຈັບ 280 ຄົນ ເພີ່ມຂຶ້ນ 12 ຄົນ ແລະຄົນເສຍຊີວິດ 27 ຄົນ ສົມທຽບປີຜ່ານມາ 18 ຄົນເພີ່ມຂຶ້ນ 9 ຄົນ.

ສຳລັບ 5 ແຂວງທີ່ເກີດອຸບັດເຫດຫຼາຍກ່່າວໝູ່ນະຄອນຫຼວງວຽງຈັນເກີດ 31 ຄັ້ງ, ສະຫວັນນະເຂດ 24 ຄັ້ງ, ອຸດົມໄຊ 20 ຄັ້ງ, ຈຳປາສັກ 20 ຄັ້ງ, ວຽງຈັນ 19 ຄັ້ງ ແລະໄຊຍະບູລີ 12 ຄັ້ງ ແລະ 5 ແຂວງທີ່ເສຍຊີວິດຫຼາຍແມ່ນອຸດົມໄຊ ເສຍຊີວິດ 5 ຄົນ, ໄຊຍະບູລີ 4 ຄົນ, ຈຳປາສັກ 4 ຄົນ, ວຽງຈັນ 3 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະບໍລິຄຳໄຊ 2 ຄົນ ແລະເຊກອງ 2 ຄົນ.

ແນວໃດກໍ່ຕາມສາເຫດທີ່ພາໃຫ້ເກີດ ອຸບັດເຫດຫຼັກໆແມ່ນ ບໍ່ປ່ອຍສິດ 62 ກໍລະນີ, ຂີ່ລົດຄວາມໄວ 54 ກໍລະນີ, ດື່ມສິ່ງມຶນເມົາ 36 ກໍລະນີ, ແຊງບໍ່ຮັບປະ ກັນ 22 ກໍລະນີ ແລະເຕັກນິກ 5 ກໍລະນີ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...