Homeຂ່າວທ້ອງຖິ່ນປຊຊ ເມືອງໄກສອນຮ້ອງ ໃສ່ປຸ໋ຍແລ້ວເຂົ້າບໍ່ງາມ

ປຊຊ ເມືອງໄກສອນຮ້ອງ ໃສ່ປຸ໋ຍແລ້ວເຂົ້າບໍ່ງາມ

Published on

 

ທີມຂ່າວລາວໂພສຕ໌ໄດ້ຮັບການຮ້ອງຮຽນຈາກຊາວນາເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດວ່າ ຊາວໄຮ່ຊາວນາຫຼາຍຄອບຄົວປະສົບກັບບັນຫາເດືອນຮ້ອນຊື້ປຸ໋ຍມາໃສ່ນາແລ້ວເຂົ້າບໍ່ງາມເລີຍ ແຕ່ກົງກັນຂ້າມຖ້າຄອບຄົວໃດຂ້າມຂອງໄປຊື້ຝັ່ງມຸກດາຫານມາໃສ່ຈະເຮັດໃຫ້ເຂົ້າຂຽວງາມ ຕ່າງຈາກປຸ໋ຍທີ່ຊື້ຢູ່ພາຍໃນປະເທດທີ່ບາງຄອບຄົວໃສ່ໝົດໄປເຖິງ 8 ກະເປົາໃນນາ 1.5 ເຮັກຕາແລ້ວ ແຕ່ຕົ້ນເຂົ້າຍັງຄືເກົ່າບໍ່ມີການປ່ຽນແປງແຕ່ຢ່າງໃດເລີຍ ເຊິ່ງຕ່າງຈາກປີກາຍທີ່ໃສ່ປຸ໋ຍພຽງ 4 ກະເປົາເຂົ້າກໍຂຽວງາມແລ້ວ ໃນຂະນະທີ່ລາຄາປຸ໋ຍປີນີ້ກະເປົາລະ 240,000 ກີບ.

ຊາວນາທ່ານໜຶ່ງທີ່ໄດ້ຮັບຄວາມເດືອດຮ້ອນຕັ້ງຂໍ້ສົງໄສວ່າ: ຄົງຈະເປັນປຸ໋ຍປອມ ຫຼືບໍ່ກໍແມ່ນປຸ໋ຍເສຍຄຸນ ແຕ່ທີ່ໜ້າສັງເກດແມ່ນປຸ໋ຍທີ່ໃສ່ແລ້ວບໍ່ໄດ້ຜົນນັ້ນຈະມີຄວາມແຕກຕ່າງຢູ່ບ່ອນຫຍິບ ແລະນ້ຳໜັກປຸ໋ຍຈະໜັກກວ່າ. ຊາວນາທ່ານດັ່ງກ່າວກ່າວຕື່ມວ່າ: ຂ້ອຍສົງໄສວ່າເຂົາເຈົ້າໄປຊື້ເອົາກະສອບປຸ໋ຍເປົ່າທີ່ວາງຂາຍເພື່ອບັນຈຸເຂົ້າສານນັ້ນມາແລ້ວບັນຈຸປຸ໋ຍທີ່ບໍ່ມີຄຸນນະພາບຈຳໜ່າຍ ຈຶ່ງເຮັດໃຫ້ໃສ່ນາແລ້ວບໍ່ໄດ້ຜົນ ຫຼືບາງເທື່ອປຸ໋ຍອາດຈະໝົດອາຍຸກໍເປັນໄດ້. ດັ່ງນັ້ນ, ຈຶ່ງຢາກຮຽກຮ້ອງເຖິງຂັ້ນເທິງທີ່ກ່ຽວຂ້ອງ ລວມທັງເຈົ້າຂອງຜະລິດຕະພັນປຸ໋ຍດັ່ງກ່າວຮີບຮ້ອນລົງກວດກາ ແລະຫາວິທີຊ່ວຍເຫຼືອປະຊາຊົນໄວໆ ແດ່.

ປຸ໋ຍທີ່ມີວາງຂາຍຢູ່ສະຫວັນນະເຂດນັ້ນມີຢູ່ 2 ຍີ່ຫໍ້ ຄື ປຸ໋ຍກາກະຕ່າຍ ແລະກາຫົວງົວຄັນໄຖ ເປັນປຸຍທີ່ນຳເຂົ້າຈາກປະເທດໄທ ແລະກໍເປັນຄືກັນທັງສອງຍີ່ຫໍ້.

15_15_15_ 97

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...