spot_img
Homeວັນນະກຳເລື່ອງສັ້ນຮັກໃສໃສ...ຫົວໃຈມັດທະຍົມ ຕອນທີ 6

ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 6

Published on

ຕອນທີ 6 ຄູ່ແຂ່ງຫົວໃຈ (ຕໍ່)

ມັງກອນຍ່າງດຸ່ງໆເຂົ້າມາຫາໂທນີທີ່ນັ່ງຢູ່ໃນຫ້ອງກັບສອນໄຊ ແລະ ສຸພາພອນ
ມັງກອນ: ເຮີ້ຍ! ອອກໄປລົມກັນນອກຫ້ອງ
ສອນໄຊ: ລົມໃນນີ້ບໍ່ໄດ້ຫວະ
ມັງກອນ: ຢ່າເຊືອກ
ສອນໄຊລຸກຂຶ່ນ: ເວົ້າແນວນີ້ຢາກມີເລື່ອງຫວະ
ໂທນີ: ໃຈເຢັນໝູ່
ສຸພາພອນ: ຄົນຫ້ອງ 5/6 ຢ່າມາຫາເລື່ອງໃນຫ້ອງນີ້ໃດ໋
ມັງກອນຂຶງຕາເບິ່ງໜ້າສຸພາພອນ, ໂທນີ ແລະ ສອນໄຊ ກ່ອນຈະຍ່າງອອກຫ້ອງໄປ ທ່າມກາງຄວາມແປກໃຈຂອງເພື່ອນນັກຮຽນໃນຫ້ອງ ແລ້ວໂທນີກໍ່ຍ່າງນຳຫຼັງມັງກອນໄປຫຼັງຫ້ອງ
ເຖິງແມ່ນວ່າ ໂທນີຈະຫ້າມສອນໄຊ ກັບ ສຸພາພອນບໍ່ໃຫ້ຕາມຕົນໄປ ແຕ່ຄົງຕ້ານທານຄວາມສອດຮູ້ສອດເຫັນບໍ່ໄດ້ ຂ່າວທີ່ໂທນີ ກັບ ມັງກອນໄປພົບກັນທີ່ຫຼັງຫ້ອງດັງໄປຮອດຫູຂອງມາລີກັບເກສອນກໍ່ຟ້າວມາທີ່ຫຼັງຫ້ອງທັນທີ
ໂທນີ: ມີຫຍັງເວົ້າມາ
ມັງກອນ: ເຊົາເອົາກ່ອງເຂົ້າໄປໃຫ້ມາລີໄດ້ແລ້ວ
ໂທນີ: ມາລີເລີກຮັບ ຂ້ອຍກໍ່ເລີກສົ່ງ
ມັງກອນເລືອດຮ້ອນຟ້າວດັນໂຕໂທນີເຂົ້າແນບຝາພ້ອມທັງເວົ້າຂູ່ດ້ວຍສີໜ້ານ້ຳສຽງຈິງຈັງ: ເວົ້າກວນປະສາດກູແທ້! ຖ້າມຶງບໍ່ຢາກເຈັບຕົວຢ່າໃຫ້ກູເຫັນກ່ອງເຂົ້ານັ້ນອີກຕໍ່ໄປ
ໂທນີຍູ້ມັງກອນອອກຈາກຕົວດ້ວຍສີໜ້ານ້ຳສຽງບໍ່ພໍໃຈ: ກູບໍ່ເຄີຍຢ້ານຄຳຂູ່ຂອງຄົນໄອຄິວບໍ່ເຖິງຮ້ອຍຄືມຶງ
ມັງກອນເຖິງຂັ້ນເດືອດເມື່ອໄດ້ຍິນຄຳທີ່ໂທນີເວົ້າວ່າຕົວເອງໂງ່ ຈິ່ງຈະຊົກຕ່ອຍໄປທີ່ໂທນີ ແຕ່ໂທນີລົບທັນ ໃນລະຫວ່າງທີ່ທັງສອງຕໍ່ສູ້ກັນ ເພື່ອນໆນັກຮຽນມາຫຸ້ມເບິ່ງ ແລ້ວທັງສອງຝ່າຍກໍ່ໄດ້ຖືກຈັບແຍກທາງມັງກອນກໍ່ມີມາລີ ກັບ ເກສອນພາກັນດຶງຕົວມັງກອນອອກ, ສ່ວນທາງໂທນີກໍ່ມີສອນໄຊກັບສຸພາພອນມາດຶງອອກ

ໂທນີ ແລະ ມັງກອນ ຖືກເອີ້ນຕົວຂຶ້ນຫ້ອງການ ເພື່ອຮັບການຕັກເຕືອນຈາກຄູ່ອາຈານ ທັງມັງກອນກັບໂທນີຖືກລົງວິໄນໂດຍການລ້າງຫ້ອງນ້ຳຄົນລະ 1 ເດືອນ ເພາະນີ້ຖືກເປັນການລົງໂທດຄັ້ງທຳອິດຂອງທັງຄູ່
ເຖິງເລື່ອງນີ້ຈະບໍ່ມີໃຜຮູ້ວ່າພວກເຂົາຜິດຖຽງກັນເລື່ອງຫຍັງ ແຕ່ມາລີກໍ່ຮູ້ສຶກຊືມກັບເຫດການທີ່ເກີດຂຶ້ນ ແລະ ເມື່ອຮູ້ວ່າໂທນີຖືກລົງໂທດໃຫ້ລ້າງຫ້ອງນ້ຳທັງເດືອນມາລີຈິ່ງຮູ້ສຶກຄຽດໃຫ້ມັງກອນ ມາລີບໍ່ຖາມອາການບາດເຈັບຂອງມັງກອນເລີຍຈັກຄຳ ແລະ ພະຍາຍາມຫຼີກໜ້າບໍ່ເວົ້ານຳມັງກອນ ເກສອນເອງກໍ່ກຸ້ມໄປນຳ ເພາະທັງສອງຕ່າງກໍ່ເປັນເພື່ອນຂອງຕົນ ມັງກອນກໍ່ພະຍາຍາມເຮັດໃຫ້ມາລີຮູ້ສຶກດີຂຶ້ນ ພະຍາຍາມງໍ້ ແຕ່ກໍ່ຍັງບໍ່ໄດ້ຜົນ
ມັງກອນໂທຫາມາລີຫຼາຍສາຍແຕ່ມາລີບໍ່ຍອມຮັບສາຍ ມັງກອນເລີຍສົ່ງຂໍ້ຄວາມໄປຫາ
ຂໍ້ຄວາມດັງມາລີເປີດອ່ານ “ມາລີ! ເຂົາບໍ່ຮູ້ວ່າເພິ່ນບໍ່ພໍໃຈຫຍັງໃຫ້ກັບເຂົາ! ເຮົາຕ້ອງການເຄຣຍອອກມາລົມກັນໄດ້ບໍ່ຕອນນີ້ເຂົາຢູ່ໜ້າບ້ານເພິ່ນ”
ຂໍ່ຄວາມໂທລະສັບມັງກອນດັງຂຶ້ນ: “ເຂົາອອກມາທາງນອກ”
ຂໍ້ຄວາມໂທລະສັບມາລີດັງຂຶ້ນ: “ຈັກໂມງສິມາ ເຂົາສິເຂົ້າໄປນັ່ງຖ້າ”
ຂໍ້ຄວາມມັງກອນດັງຂຶ້ນ: “ກັບໄປກ່ອນ”
ມັງກອນຮັບຮູ້ເຖິງອາລົມຂອງມາລີຕອນນີ້ ເລີຍຈຳໃຈກັບເຮືອນໄປກ່ອນລໍໃຫ້ມາລີອາລົມດີແລ້ວຈິ່ງຄ່ອຍລົມກັນ

ທີ່ໂຕະກິນເຂົ້າເຮືອນໂທນີ
ແມ່ເມສາ: ໂທນີໜ້າລູກໄປຖືກຫຍັງມາ
ໂທນີ: ຫຼິ້ນເຕະບານກັບໝູ່ເລີຍພາດລົ້ມ
ພໍ່ຈອນນີ: ພໍ່ວ່າມັນ…
ໂທນີເວົ້າຕັດ: ລູກບໍ່ເປັນຫຍັງຫຼາຍ ມັນໄກຫົວໃຈຢູ່! ເອີ້ແມ່! ຕໍ່ໄປບໍ່ຕ້ອງເຮັດກ່ອງເຂົ້າໃຫ້ລູກຖືໄປໂຮງຮຽນອີີກແລ້ວເດີ້
ແມ່ເມສາ: ເປັນຫຍັງ? ຫຼືວ່າອາຫານທີ່ແມ່ເຮັດມັນບໍ່ແຊບ ຫຼືວ່າລູກອາຍທີ່ຈະຖືກ່ອງເຂົ້າໄປໂຮງຮຽນ
ໂທນີຫງຸດງິດ: ເພາະກ່ອງເຂົ້າຂອງແມ່ມັນເຮັດໃຫ້ເລື່ອງວຸ້ນວາຍໄປໝົດ (ເວົ້າຈົບໂທນີກໍ່ລຸກຍ່າງໜີຈາກໂຕະກິນເຂົ້າມຸ້ງໜ້າເຂົ້າຫ້ອງນອນແບບງຽບໆ)
ພໍ່ກັບແມ່ຂອງໂທນີງົງ ເພາະບໍ່ເຄີຍເຫັນລູກຊາຍເປັນແບບນີ້ ຫຼັງຈາກກິນເຂົ້າແລ້ວ ພໍ່ກັບແມ່ໂທນີໄດ້ໄປເຄາະປະຕູຫ້ອງນອນ
ແມ່ເມສາເຄາະປະຕູພ້ອມຮຽກຊື່ລູກ ແຕ່ບໍ່ມີສຽງຕອບກັບມາ ແມ່ເມສາກໍ່ຖາມດ້ວຍຄວາມເປັນຫ່ວງແຕ່ບໍ່ມີການຕອບກັບມາ ພໍ່ຈອນນີເລີຍພາແມ່ເມສາໄປພັກຜ່ອນ

ເສົາ-ອາທິດນີ້ຊ່າງເປັນສອງວັນທີ່ໜ້າເບື່ອ ເພາະບໍໄດ້ເຫັນໜ້າໂທນີຄືແຕ່ເກົ່າ ໂທນີເອົາແຕ່ເກັບຕົວຢູ່ໃນຫ້ອງນອນມຸກມຸ້ນຢູ່ກັບການອ່ານໜັງສື ກັບ ຫຼິ້ນເກມ ມາລີໄປຫາທີ່ເຮືອນແຕ່ໂທນີກໍ່ບໍ່ຍອມອອກມາພົບໜ້າ
ມາລີລູບຫົວຫຼິວຫຼິວ (ໝາໂທນີ)ເບົາໆ: ອ້າຍເຈົ້າເກັບຕົວແຕ່ຢູ່ໃນຫ້ອງບໍ່ຍອມອອກມາພົບໃຜ ຄົງກຸ້ມໃຈກັບເລື່ອງທີ່ເກີດຂຶ້ນໃນໂຮງຮຽນ
ແມ່ເມສາອອກມາຫາມາລີພ້ອມຖ້ວຍຂະໜົມ: ມາລີ! ໄປນັ່ງຫຼິ້ນຂະໜົມກັບແມ່ທີ່ສວນດອກໄມ້ດີກວ່າ
ແມ່ເມສາ: ມາລີລອງຊິມຂະໜົມທີ່ແມ່ເຮັດວ່າແຊບບໍ່
ມາລີທັງກິນທັງເວົ້າ: ແມ່ເມສາເຮັດຫຍັງກໍ່ໜ້າກິນແຊບໄປໝົດ
ແມ່ເມສາ: ເອີ່ມາລີ ແມ່ເມສາມີເລື່ອງຖາມໜ້ອຍໜຶ່ງ ເພາະແມ່ເຫັນໂທນີມີອາການແປກໆໄປຕັ້ງແຕ່ງຕອນແລງວັນສຸກ ພໍແມ່ຖາມໂທນີກໍ່ມີແຕ່ມິດງຽບແມ່ເລີຍບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບໂທນີ ແມ່ລະຮູ້ສຶກເປັນຫ່ວງ! ເອີ້ແມ່ຄິດໄດ້ວ່າຕອນຢູ່ໃນໂຕະກິນເຂົ້າໂທນີມີທ່າທາງຫງຸດງິດ ແລະ ຍັງບອກວ່າເພາະກ່ອງເຂົ້າຂອງແມ່ເຮັດໃຫ້ເລື່ອງວຸ້ນວາຍໄປໝົດ ແມ່ບໍ່ເຂົ້າໃຈກ່ອງເຂົ້າຂອງແມ່ຜິດເລື່ອງໃດ
ມາລີຄິດໃນໃຈກ່ອນຕອບ “ຫ່ະ! ຫຼືວ່າທີ່ມັງກອນໄປຫາເລື່ອງໂທນີຮອດຫ້ອງ ແລະ ທີ່ພວກເຂົາຜິດຖຽງກັນສາເຫດມັນຈະມາຈາກກ່ອງເຂົ້າທີ່ໂທນີເອົາມາໃຫ້ເຮົາ! ໂຖ່ເອີ້ຍຍຍ ແຕ່ຖ້າບອກຄວາມຈິງເລື່ອງທີ່ເກີດຂຶ້ນກັບໂທນີທີ່ໂຮງຮຽນຄົງບໍ່ເປັນເລື່ອງດີແນ່ນອນ”: ຢູ່ໂຮງຮຽນກໍ່ປົກກະຕິດີ! ສົງໃສລາວຄົງມີເລື່ອງຄິດກ່ຽວກັບບົດຮຽນ ເພາະຊ່ວງນີ້ເຮົາມີວຽກບ້ານຫຼາຍວິຊາ
ແມ່ເມສາ: ແມ່ນຫວະ! ໂອ້ໂລ່ງໃຈ! ສົງໃສຕ້ອງແມ່ນຄວາມທີ່ລູກວ່າ ເພາະເວລາໃດທີ່ມີວຽກບ້ານ ຫຼື ໃກ້ເສັງໂທນີກໍ່ຈະເປັນອາການນີ້! ແມ່ລືມໄປນຶກເລື່ອງນີ້ໄປເລີຍ ແມ່ລະນຶກໃສ່ແຕ່ກ່ອງເຂົ້າຂອງແມ່ຊັ້ນດອກ! ເອີ້! ແລ້ວອາຫານທີ່ແມ່ເຮັດຝາກອ້າຍໂທນີໄປໃຫ້ເປັນແນວໃດຖືກໃຈເຈົ້າບໍ່
ມາລີ: ແຊບຫຼາຍແມ່ເມສາ! ຂອບໃຈຫຼາຍໆສຳລັບອາຫານ
ແມ່ເມສາ: ຊື່ນໃຈທີ່ຮູ້ວ່າເຈົ້າມັກ! ແມ່ຈະເຮັດໃຫ້ເຈົ້າກິນຈົນຈົບເລີຍດີ
ມາລີ: ຮູ້ສຶກເກງໃຈແມ່ເມສາເດະເນາະ
ແມ່ເມສາ: ບໍ່ຕ້ອງເກງໃຈ! ເລື່ອງນີ້ຂ້ອຍລົມກັບແມ່ເຈົ້າແລ້ວ ແລະ ແມ່ເຈົ້າກໍ່ເຫັນດີ
ມາລີເວົ້າຫຍັງບໍ່ໄດ້ມີແຕ່ອ້າປາກຄ້າງຮັບຄຳໄປດ້ວຍຄວາມຈຳໃຈ, ເດິກດື່ນແລ້ວທີ່ຫ້ອງນອນຂອງມາລີ ແຕ່ຄືນນີ້ຍາກທີ່ຈະຂົ່ມຕາໃຫ້ນອນຫຼັບມາລີຮູ້ສຶກຜິດ ແລະ ກັງວົນໃຈ ເພາະມັງກອນຫຶງຫວງກ່ອງເຂົ້ານັ້ນຈິ່ງເຮັດໃຫ້ເລື່ອງຫຍຸ້ງໆເກີດຂຶ້ນ ເຮັດໃຫ້ໂທນີຕ້ອງຖືກລົງໂທດດ້ວຍການລ້າງຫ້ອງນ້ຳຕັ້ງໜຶ່ງເດືອນ! ໂອ໊ຍຍຍຍ! ຈະເຮັດແນວໃດດີ

ວັນຕໍ່ມາມາລີໄປໂຮງຮຽນດ້ວຍໄປໜ້າສຸດໂສມຂອບຕາດຳ ເກສອນເຫັນແລ້ວເຖິງຂັ້ນຕົກໃຈ
ເກສອນ: ໂອ້ມາຍກ໊ອດດດ! ເພື່ອນຂ້ອຍໄປເຮັດຫຍັງມາໜ້າເຖິງໄປໂຊມຂອບຕາກໍ່ດຳປານໝີແຜນດ້າ
ມາລີ: ນອນບໍ່ຫຼັບທັງຄືນ
ເກສອນ: ຄິດເລື່ອງຫຍັງຈິ່ງນອນບໍ່ຫຼັບ
ສຽງກິ່ງເລີກຫຼິ້ນດັງຂຶ້ນມາລີຟ້າວລຸກຈາກຕັ່ງ ແລະ ແລ່ນອອກໄປນອກຫ້ອງເຫຼືອໄວ້ພຽງຄວາມມືນງົງຂອງເກສອນ ມາລີລວບລວມຄວາມກ້າຫານແບກໜ້າທີ່ສຸດໂຊມຍ່າງມຸ່ງໜ້າໄປຫາໂທນີທີ່ຫ້ອງໂດຍບໍ່ໄດ້ສົນໃຈຕາຂອງໃຜທີ່ແນມເບິ່ງ ເມື່ອໄປຮອດມາລີກໍຈັບມືໂທນີຍ່າງອອກໄປນອກຫ້ອງ
ໂທນີສະບັດມືມາລີອອກຈາກມືຕົນເອງ: ລາກເຂົາອອກມານີ້ມີຫຍັງ! (ໂທນີແນມເບິ່ງໜ້າມາລີດ້ວຍຄວາມແປກໃຈ)
ມາລີຍື່ນຈົດໝາຍໃຫ້ໂທນີກໍ່ຈັບເອົາມາຢັດໄວ້ຖົງໂສ້ງ: ມີທໍ່ນີ້ແມ່ນບໍ່
ຈາກນັ້ນໂທນີກໍ່ຢ່າງກັບຫ້ອງປ່ອຍໃຫ້ມາລີຢືນເກີ້ຫົວໃຈເຕັ້ນແຮງຄົນດຽວ ມາລີເອົາມືຕົບໜ້າຕົນເອງເບົາໆພ້ອມອຸທານ: ນີ້ເຮົາເຮັດຫຍັງລົງໄປ! ຊ່າງກ້າແທະ
ໃນຂະນະນັ້ນສຸພາພອນກໍ່ຍ່າງມາທີດ້ານຫຼັງມາລີພ້ອມເວົ້າຂຶ້ນ: ເຈົ້າເອົາຫຍັງໃຫ້ໂທນີ
ມາລີສະດຸ້ງຫັນກັບມາເບິ່ງສຸພາພອນ: ເລື່ອງຂອງຂ້ອຍ
ສຸພາພອນເວົ້າດ້ວຍນ້ຳສຽງຈິງຈັງ: ຖ້າເຈົ້າສະຫຼາດພໍຖອນຕົວຕອນນີ້ຍັງທັນ! ເພາະຂ້ອຍເບິ່ງສະພາບເຈົ້າແລ້ວຄືສິຍາກ! ຂ້ອຍໝັ້ນໃຈວ່າຜູ້ຊາຍທີ່ເພີເຟັກຢ່າງໂທນີຄົງຈະມີຣົດນິຍົມສູງພໍໃນການເລືອກຄູ່ຄອງ
ເມື່ອເວົ້າຈົບສຸພາພອນກໍ່ຟ້າວຍ່າງໝັ້ນໜ້າຈາກມາລີໄປ ມາລີແໜ້ນທັນທີທີ່ໄດ້ຍິນສຸພາພອນເວົ້າໃຫ້ຕົນແບບນັ້ນ: ເວົ້າແບບນີ້ມັນດູຖູກກັນເກີນໄປແລ້ວໃດ໋
ເກສອນຍັງເຫັນມາລີບໍ່ຍອມຄືນດີກັບມັງກອນ ຈິ່ງອາສາເປັນສື່ກາງໃນການສານສຳພັນຊ່ວຍມັງກອນ ທີ່ຂັນໄດຫຼັກທຸງ
ເກສອນ: ເຮີ້ຍ! ເປັນຫຍັງຄືບໍ່ເວົ້າກັບມັງກອນ
ມາລີ: ບໍ່ມີຫຍັງ
ເກສອນ: ບໍ່ແມ່ນແລ້ວແບບນີ້ ມັນຕ້ອງມີ
ມາລີ: ມັນບໍ່ກ່ຽວກັບເຈົ້າ
ເກສອນ: ຖ້າທັງສອງຄົນພວກເຈົ້າບໍ່ແມ່ນເພື່ອນຂ້ອຍ ຂ້ອຍຈະບໍ່ສົນໃຈເລີຍ! ກ່ອນທີ່ເຈົ້າຈະຕັດສິນໃຈຫຍັງລົງໄປໃຫ້ຄິດເຖິງມິດຕະພາບທີ່ຜ່ານມາ! ຂ້ອຍບໍ່ຮູ້ເຫດຜົນຫຍັງທີ່ເຮັດໃຫ້ເຈົ້າບໍ່ຢາກເວົ້າກັບມັງກອນ! ຄິດທົບທວນດີໆກ່ອນທຸກຢ່າງມັນຈະສາຍເກີນໄປ
ເມື່ອເວົ້າຈົບເກສອນກໍ່ຍ່າງໄປຈາກບ່ອນນັ້ນ ເພື່ອປ່ອຍໃຫ້ມາລີທົບທວນຄືນໃໝ່ອີກຄັ້ງພຽງລຳພັງ

ພັກກິນເຂົ້າສວຍມັງກອນໄດ້ມາຊວນມາລີໄປກິນເຂົ້າ
ມັງກອນ: ມາລີເຮົາໄປຫາຫຍັງແຊບກິນນອກໂຮງຮຽນບໍ່
ມາລີມິດ
ເກສອນ: ສິໄປບໍ່ໄປ
ມາລີ: ໂອ້ຍຍຍຍຍ! ຫິວຈະຕາຍຢູ່ແລ້ວ! ຟ້າວໆໄປເຖາະ
ມັງກອນດີໃຈທີ່ໄດ້ເຫັນມາລີກັບມາເປັນມາລີຄົນເກົ່າ: ມື້ນີ້ຂ້ອຍຂໍເປັນເຈົ້າມືລ້ຍງພວກເຈົ້າເອງ
ມາລີ: ສິສັ່ງກິນຈົນເພິ່ນໝົດໂຕໄປເລີຍ
ມັງກອນ: ບໍ່ໝົດໂຕດອກ ຊື້ທັງຮ້ານກໍ່ຍັງໄດ້
ເກສອນ: ເວີ້ໂພດລ່ະໝູ່ເຮົາເວົ້າລະວ່າຊື້ທັງຮ້ານກໍ່ໄດ້
ແລ້ວມາລີກັບເກສອນກໍ່ກັບມາຄືນດີກັບ ຊີວິດຂອງພວກເຂົາທັງສາມກັບເຂົ້າສູ່ໝວດປົກກະຕິ

ບົດຄວາມຫຼ້າສຸດ

ເຫດລົດບັນທຸກນ້ຳມັນພິກຄວ້ຳ ຊາວບ້ານພາກັນເອົາຖັງມາໂຕ່ງ ສຸດທ້າຍລະເບີດເສຍຊີວິດຈຳນວນຫຼາຍ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 19 ມັງກອນ 2025 ຜ່ານມາ, ເກີດເຫດລົດບັນທຸກນ້ຳມັນລະເບີດຫຼັງຈາກພິກຄວ້ຳ ໃນພຶ້ນທີ່ພາກເໜືອຂອງປະເທດໄນຈີເຣຍ ເຮັດໃຫ້ປະຊາຊົນເສຍຊີວິດເປັນຈຳນວນຫຼາຍ ຂະນະເອົາຖັງມາໂຕງເອົານ້ຳມັນທີ່ຮົ່ວໄຫຼອອກຈາກລົດບັນທຸກ. ຕາມການລາຍງານລົດບັນທຸກນ້ຳມັນຄັນດັ່ງກ່າວໄດ້ເກີດພິກຄວ້ຳຢູ່ຫົນທາງໃນ ເມືອງຊູເລຈາ ທາງພາກເໜືອຂອງໄນຈີເຣຍ ເຮັດໃຫ້ນ້ຳມັນຮົ່ວໄຫຼຈາກລົດບັນທຸກເປັນຈຳນວນຫຼາຍ ຊາວບ້ານໃນແຖວນັ້ນກໍຫິ້ວຖັງ ຫຼື...

ທັບ W.I.G NAGA ຢູ11 ຟອມໂຫດເກັບໄຊຊະນະ 4 ນັດລວດໃນຮອບແບ່ງກຸ່ມ ຍິງຄູ່ແຂ່ງລວມ 20 ປະຕູ

ຮ່ວມສົ່ງກຳລັງໃຈໃຫ້ຫຼານນ້ອຍ ສະໂມສອນ W.I.G NAGA ຢູ11 ກັບພາລະກິດປ້ອງແຊ້ມໃນລາຍການ PANYI ELITE CUP 2025 NEW YEAR CUP ຊິງໄຊກັບເຈົ້າພາບ...

ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

ໃນວັນທີ 20 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ...

ປະກາດແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວຢ່າງເປັນທາງການ

ໃນວັນທີ 17 ມັງກອນ 2025 ຜ່ານມາ, ທີ່ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດພິທີ ປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ໃຫ້ກຽດເຂົ້າຮ່ວມເປັນປະທານມີ ສະຫາຍ ນາງ...