spot_img
Homeຄວາມງາມ7 ເຄັດ​ລັບ ເຜົາຜານ ສ່ວນ​ເກີນ

7 ເຄັດ​ລັບ ເຜົາຜານ ສ່ວນ​ເກີນ

Published on

index

ຖ້າ​ສາວໆ ຢາກ​ໄດ້​ຮູບ​ຮ່າງ​ງາມ​ ນອກ​ຈາກ​ຈະ​ຕ້ອງ​ເຮັດແທ້​ກັບ​ມັນ​ແລ້ວ ຍັງ​ຕ້ອງ​ມີ​ວິທີ​ລຸດ​ນ້ຳ​ໜັກໃຫ້ຖືກຕ້ອງນໍາອີກ

1. ງົດ​ອາຫານ​ທີ່​ມີ​ໄຂ​ມັນ​ຢ່າງ​ເດັດ​ຂາວິທີ​ນີ້​ຈະ​ຊ່ວຍ​ໃຫ້​ໜ້າ​ທ້ອງ​ລຸດລົງ​ໄດ້​ດີ​ທີ່ສຸດ ເພາະ​ໜ້າ​ທ້ອງ​ຂອງ​ເຮົາ​ຈະ​ເປັນ​ບ່ອນທໍາອິດ​ທີ່​ຮ່າງກາຍ​ຈະ​ເອົາ​ໄຂ​ມັນ ສ່ວນ​ເກີນ ມາ​ສະ​ສົມ​ໄວ້

2. ຈຳ​ກັດ​ປະລິມານ​ອາຫານ​ລຽງ​ກັນ​ໄປ​ໃນ​ແຕ່​ລະ​ຄາບ ກິນ​ຕອນເຊົ້າ​ໃຫ້​ຫລາຍ​ທີ່ສຸດ ຕອນສວາຍ​ຮອງ​ລົງ​ມາ ສ່ວນ​ຕອນຄໍ່າ​ຄວນ​ເປັນ​ຕອນທີ່​ກິນ​ນ້ອຍ​ທີ່ສຸດ ຫລື ​ກິນ​ພຽງແຕ່ຫມາກໄມ້ ​ຫລື ​ສະ​ຫລັດ​ຜັກ​​ຈານໜຶ່ງ​ກໍ່​ພໍ​ແລ້ວ

3. ອອກ​ກຳ​ລັງ​ກາຍ​ຢ່າງ​ນ້ອຍ 3 ຄັ້ງຕໍ່ອາທິດແຕ່​ລະ​ເທື່ອ​ບໍ່​ຕ່ຳ​ກວ່າ 30ນາ​ທີ ສາວໆ ​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ຢ່າ​ງສະໝໍ່າ​ສະເໝີ ເພື່ອ​ໃຫ້​ການ​ເຜົາ​ຜານ​ໄຂ​ມັນ​ສ່ວນ​ເກີນ​ເປັນ​ໄປ​ຢ່າງ​ຕໍ່​ເນື່ອງ ແລະ ​ເມື່ອ​ສະ​ຫລາຍ​ໄຂ​ມັນ​ໄດ້​ແລ້ວ ການ​ອອກ​ກຳ​ລັງ​ກາຍ​ຕໍ່ໄປ​ກໍ​ຈະ​ເຮັດໃຫ້​ກ້າມ​ເນື້ອ​ກະ​ຊັບ ​ແລະ ​ປ້ອງ​ກັນ​ບໍ່​ໃຫ້ໄຂ​ມັນ​ກັບ​ມາ​ອີກ

4. ສຳລັບ​ການ​ອອກ​ກຳ​ລັງ​ກາຍ​ເພື່ອ​ລຸດ​ນ້ຳ​ໜັກຈະ​ຕ້ອງ​ເນັ້ນ​ທີ່​ການ​ເຄື່ອນ​ໄຫວ​ເປັນ​ຈັງ​ຫວະ​ ຈຶ່ງ​ຈະ​ໄດ້​ຜົນດີີ ເຊັ່ນ ເຕັ້ນ​ແອ​ໂລ​ບິກ ແລ່ນ ແລະ ລອຍນ້ຳ

5. ຖ້າ​ສາວໆ ຢາກ​ຈະ​ອອກ​ກຳ​ລັງ​ກາຍ​ສະເພາະ​ສ່ວນ​ເພື່ອຫ​ລຸດ​ໜ້າ​ທ້ອຄວນ​ຈະ​ເຮັດ​ໃນ​ໄລຍະຕອນ​ເຊົ້າ​ຈະ​ໄດ້​ຜົນດີີ​ທີ່ສຸດ ເພາະ​ໃນ​ຕອນ​ເຊົ້າ​ເປັນ​ເວລາ​ທີ່​ລະບົບ​ຕ່າງໆ ໃນ​ລຳ​ໄສ້​ກຳ​ລັງ​ເຮັດວຽກ ຖ້າ​ໄດ້​ອອກ​ກຳ​ລັງ​ກາຍ​ກໍ່ຈະ​ຍິ່ງ​ເສີມ​ການ​ເຜົາ​ຜານ​ບໍລິເວນ​ນີ້​ໃຫ້​ຫລາຍ​ຂຶ້ນ

6. ສຳລັບ​ທ່າ​ບໍລິຫານຫ​ລຸດ​ໜ້າ​ທ້ອບໍ່​ວ່າ​ຈະ​ເລືອກ​ເຮັດ​ທ່າ​ໃດ​ກໍ​ຕາມ ຄວນ​ຈະ​ເຮັດ​ບໍ່​ຕ່ຳ​ກວ່າ ​ເຊັດ​ລະ 15ທີ ຈາກ​ນັ້ນ​ກໍ​ຄ່ອຍ​ໆ ເພີ່ມ​ຈຳນວນ​ເຊັດ​ຂຶ້ນ​ໄປ​ເລື່ອຍ​ໆ ຈົນ​ເຖິງ 3ເຊັດ​ໃນ 1ຄອດ

7. ຖ້າ​ຈະ​ຫລຸດ​ໜ້າ​ທ້ອງ​ໃຫ້​ໄດ້​ຜົນຫົວ​ໃຈ​ຫລັກ​ຢູ່​ທີ່​ການເຮັດໃຫ້​ກ້າມ​ເນື້ອ​ໜ້າ​ທ້ອງ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ ຖ້າ​ທ່າ​ຫລຸດ​ໜ້າ​ທ້ອງ​ທີ່​ສາວ​ເລືອກ​ໃຊ້​ເຮັດ​ບໍ່​ໄດ້​ຕາມ​ນີ້ ກໍ​ສະແດງ​ວ່າ​ທ່າ​ນັ້ນ​ເປັນ​ທ່າ​ທີ່​ບໍ່​ໄດ້​ຜົນ​ຫລື​ ຕໍ່​ໃຫ້​ອອກ​ກຳ​ລັງ​ກາຍ​ຢ່າງ​ຫັກ​ໂຫມ ແຕ່​ໜ້າ​ທ້ອງ​ບໍ່​ໄດ້​ເຄື່ອນ​ໄຫວ​ເລີຍ ກໍ​ເທົ່າ​ກັບ​ວ່າ​ເສຍ​ແຮງ​ລ້າໆ​ຢູ່ດີ

ບົດຄວາມຫຼ້າສຸດ

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...

ປະຊາຊົນຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ກວ່າ 50 ລັດ ປະທ້ວງຕໍ່ຕ້ານ ໂດນັລ ທຣຳ ຜູ້ນຳສະຫະລັດ

ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ:...