Homeຂ່າວຕ່າງປະເທດສານຈີນນຳນັກໂທດ 10 ຄົນມາມາຟັງການຕັດສິນໂທດປະຫານຊີວິດຕໍ່ໜ້າປະຊາຊົນ

ສານຈີນນຳນັກໂທດ 10 ຄົນມາມາຟັງການຕັດສິນໂທດປະຫານຊີວິດຕໍ່ໜ້າປະຊາຊົນ

Published on

ເມື່ອວັນທີ 18 ທັນວາ 2017 ເດິກາຣ໌ດຽນລາຍງານວ່າ ສານໃນເມືອງ ຫຼູ່ເຟິງ ມົນທົນກວາງຕຸ້ງຂອງຈີນ ນຳຕົວຜູ້ຖືກຫາ 10 ຄົນມາຟັງການຕັດສິນໂທດປະຫານຊີວິດຕໍ່ໜ້າປະຊາຊົນ ສ່ວນໃຫຍ່ກ່ຽວພັນກັບຄະດີຢາເສບຕິດ ຄາດຕະກຳ ແລະ ປົ້ນຊິງຊັບ ເມື່ອອ່ານຄຳພິພາກສາແລ້ວ ເຈົ້າໜ້າທີ່ຕຳຫຼວດໄດ້ນຳຕົວຈຳເລີຍທັງໝົດໄປທີ່ແດນປະຫານ ເຊິ່ງເວທີຕັດສິນຄະດີຕັ້ງຢູ່ສະໜາມກິລາແຫ່ງໜຶ່ງ ພ້ອມກັບການຮັກສາຄວາມປອດໄພຢ່າງເຂັ້ມງວດຂອງເຈົ້າໜ້າທີ່ຕຳຫຼວດ

ທັງນີ້ ການຕັດສິນໂທດປະຫານຊີວິດຕໍ່ໜ້າສາທາລະນະໃນຈີນເກີດຂຶ້ນໄດ້ຍາກຫຼາຍ ຫຼັງຈາກທີ່ຈີນໄດ້ປ່ຽນລະບອບການປົກຄອງ ຢ່າງໃດກໍ່ຕາມ ການທີ່ເມືອງ ຫຼູ່ເຟິງນຳກັບມາໃໍຊ້ອີກຄັ້ງ ຕັ້ງແຕ່ 5 ເດືອນກ່ອນ ໂດຍມີນັກໂທດ 8 ຄົນທີ່ຖືກຕັດສິນໂທດປະຫານຊີວິດຕໍ່ໜ້າປະຊາຊົນ ໃນຄະດີທີ່ກ່ຽວພັນກັບຂະບວນການຄ້າຢາເສບຕິດລາຍໃຫຍ່ ແລະ ຈັບຜູ້ຖືກຫາໄດ້ເຖິງ 182 ຄົນ ຮວມໄປເຖິງຍຶດຂອງກາງເປັນຢາໄອຊ໌ໄດ້ເຖິງ 3 ໂຕນ

ຈີນເປັນປະເທດທີ່ຕັດສິນປະຫານຊີວິດນັກໂທດທຸກປີ ໂດຍປີທີ່ຜ່ານມາມີຜູ້ຖືກຫາຄະດີຊາວຈີນຖືກຕັດສິນປະຫານຊີວິດໄປແລ້ວກວ່າ 2,000 ຄະດີ ຜູ້ຖືກຫາສ່ວນໃຫຍ່ທີ່ມີຄວາມຜິດກ່ຽວຂ້ອງກັບການຄ້າຢາເສບຕິດ ຫຼື ອະຊະຍາກຳທາງເສດຖະກິດມັກຈະລົງເອີຍດ້ວຍໂທດປະຫານ

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...