Home​ຂ່າວທ່ອງທ່ຽວປີທ່ອງທ່ຽວລາວ 2018 ຫຼວງພະບາງຄຶກຄັກກັບຫຼາຍກິດຈະກຳ

ປີທ່ອງທ່ຽວລາວ 2018 ຫຼວງພະບາງຄຶກຄັກກັບຫຼາຍກິດຈະກຳ

Published on

ເພື່ອເປັນການຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຫຼວງພະບາງໃນໂອກາດທີ່ ສປປ ລາວ ຈັດປີທ່ອງທ່ຽວລາວປີ 2018 ແຂວງຫຼວງພະບາງໄດ້ຈັດງານຖະແຫຼງຂ່າວການຈັດ

ກິດຈະກຳປີທ່ອງທ່ຽວລາວທີ່ແຂວງຫຼວງພະບາງຂຶ້ນໃນວັນທີ 9 ທັນວາ ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງໂດຍໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງປະທານຈັດກິດຈະກຳປີທ່ອງທ່ຽວລາວທີ່ແຂວງຫຼວງພະບາງ,ມີການນຳຂອງພະແນກການກົມກອງ,ທູຕານຸທູດ,ຜູ້ຕາງໜ້າສະຖານກົງສູນໃຫຍ່ແຫ່ງ  ສສ ຫວຽດນາມ ແລະ ສປ ຈີນ,ຜູ້ປະກອບການທຸລະກິດ,ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ວົງສະຫວັນ ເທບພະຈັນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວລາວທີ່ ແຂວງຫຼວງພະບາງມີຄວາມຄຶກຄື້ນມ່ວນຊື່ນ ແລະ ເປັນພິເສດກ່ວາທຸກປີອົງການປົກຄອງ ແຂວງຫຼວງພະບາງ ໄດ້ ມີກິດຈະກຳຢ່າງຫຼາກຫຼາຍຢູ່ພາຍໃນແຂວງ ແລະບັນດາເມືອງມີທັງໝົດ 37 ກິດຈະກຳໂດຍຈະເລີ່ມແຕ່ເດືອນທັນວາປີ 2017 ຫາເດືອນທັນວາປີ 2018.ໃນນີ້ກິດຈະກຳຫຼັກແມ່ນມີ 7 ກິດຈະກຳເຊັ່ນ: ງານປະກວດຂັບລຳພື້ນເມືອງຫຼວງພະບາງ,ງານສະເຫຼີມສະຫຼອງປີທ່ອງທ່ຽວລາວປີ 2018 ຢ່າງເປັນທາງ ການ ແລະ ບຸນປີໃໝ່ລາວທີ່ຫຼວງພະບາງ,ຈັດງານແທ້ໂອ້ຫຼວງພະບາງທີ່ສະທ້ອນໃຫ້ເຫັນຄວາມເປັນຫຼວງພະບາງ,ງານສຳມະນາວ່າດ້ວຍການທ່ອງທ່ຽວແບບຍືນຍົງ,ກິດຈະກຳຖີບລົດ ແລະ ງານມະໂຫລານຮູບເງົາຫຼວງພະບາງ.ທ່ານຮອງເຈົ້າແຂວງຫຼວງພະບາງກ່າວຕື່ມວ່າ: ນອກຈາກກິດຈະກຳຫຼັກແລ້ວຢູ່ບັນດາເມືອງອ້ອມຂ້າງແຂວງຈະມີການຈັດງານບຸນປະເພນີຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວຢ່າງຄຶກຄື້ນ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ             

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...