Homeຂ່າວຕ່າງປະເທດເຫດການຝົນຕົກຫນັກທີ່ປະເທດຊິເລ 17/12/2017

ເຫດການຝົນຕົກຫນັກທີ່ປະເທດຊິເລ 17/12/2017

Published on

ເກີດເຫດດິນເຈື່ອນທັບຖົມຫມູ່ບ້ານແຫ່ງຫນື່ງ ໃນພື້ນທີ່ຕອນໃຕ້ຂອງປະເທດຊິເລ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ສູນຫາຍອີກ 15 ຄົນ ລ່າສຸດ ທ່ານປະທານປະເທດ ແຫ່ງປະເທດຊິເລ ທ່ານ ມິດສ໌ເຊລ ບາເຊເລດທ໌ ໄດ້ປະກາດໃຫ້ພື້ນທີ່ດັ່ງກ່າວເປັນເຂດໄພພິບັດທາງທຳມະຊາດ ແລະ ໄດ້ສັ່ງລະດົມທຸກພາກສ່ວນເຂົ້າໃຫ້ການຊ່ວຍເຫລືອເປັນຢ່າງດ່ວນ. 

ອັນເນື່ອງຈາກການໄດ້ຮັບມໍລະສຸມຝົນຕົກຫນັກຕິດຕໍ່ກັນ 1 ມື້ເຕັມໆ ປະລິມານນໍ້າຝົນ 14 ມິນລິແມັດ ໃນເວລາ 24 ຊົ່ງໂມງ ໃນເມືອງ ຊານຕາລູເຊຍ ຂອງລັດ ຊາຍຝັ່ງປາຕາໂກເນຍ,  ມື້ວານນີ້ ຈື່ງເຮັດໃຫ້ເກີດດິນເຈື່ອນທັບຖົມຫມູ່ບ້ານແຫ່ງຫນື່ງ ທີ່ຢູ່ໃກ້ກັບ ສວນສາທາລະນະແຫ່ງຊາດ ຄອລໂຄວາໂດ ເຊີ່ງເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມກ່ຽວກັບເລື່ອງພູໄຟ ແລະ ປ່າໄມ້, ເປັນຜົນກະທົບເຮັດໃຫ້ອາຄານໂຮງຮຽນ, ບ້ານເຮືອນປະຊາຊົນ ຫລາຍຫລັງ ລວມໄປເຖີງຫນ່ວຍຄະນະເລືອກຕັ້ງປະທານປະເທດ ໃນຮອບທີສອງ ທີ່ຈະເປີດໃຫ້ຜູ້ຄົນໄດ້ໄປຊົມໃຊ້ສິດ ໄດ້ຮັບຄວາມເສຍຫາຍເປັນຢ່າງຫນັກ ມີລາຍງານຜູ້ເສຍຊີວິດແລ້ວ 5 ຄົນ ເຊີ່ງແມ່ນປະຊາຊົນປະເທດ ຊິເລ 4 ຄົນ ແລະ ນັກທ່ອງທ່ຽວຕ່າງຊາດອີກ 1 ຄົນ ແລະ ຍັງມີລາຍງານຜູ້ສູນຫາຍອີກ 15 ຄົນ.

ເຈົ້າຫນ້າທີ່ກູ້ໄພໃນປະຈຸບັນແມ່ນໄດ້ລະດົມກຳລັງໃນການຄົ້ນຫາຜູ້ທີ່ອາດລອດຊີວິດຢ່າງຕໍ່ເນື່ອງ. ສຳລັບການເລືອກຕັ້ງປະທານປະເທດແມ່ນຈະໄດ້ດຳເນີນເປັນຄັ້ງທີ ສາມ ໃນພາຍຫລັງ.

ແຫລ່ງຂ່າວ: ຕ່າງປະເທດ 3

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...