Homeຂ່າວທ້ອງຖິ່ນວັງວຽງສ້າງຖະໜົນຄົນຍ່າງ ຕ້ອນຮັບປີທ່ອງທ່ຽວລາວ

ວັງວຽງສ້າງຖະໜົນຄົນຍ່າງ ຕ້ອນຮັບປີທ່ອງທ່ຽວລາວ

Published on

ແຫຼ່ງຂ່າວຈາກ ເມືອງວັງວຽງ ແຂວງວຽງຈັນ ລາຍງານວ່າ ຢູ່ວັງວຽງໄດ້ມີການສ້າງຖະໜົນຄົນຍ່າງຂຶ້ນມາ ເພື່ອຕ້ອນຮັບແຂກບ້ານແຂກເມືອງໃນໂອກາດປີທ່ອງທ່ຽວລາວ 2018.

ໂຄງການຕະຫຼາດກາງຄືນວັງວຽງ Vangvieng Walking Street ເປັນໂຄງການທຳອິດທີ່ໃຊ້ເວລາເກືອບ 2 ປີ ໃນການສຳຫລວດຊອກຫາເສັ້ນທາງໃນຂອບເຂດຕົວເມືອງວັງວຽງເພື່ອສ້າງ ແລະ ໄດ້ຮັບອະນຸຍາດຈາກອຳນາດການປົກຄອງເມືອງວັງວຽງ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງເຫັນດີພ້ອມດ້ວຍພໍ່ແມ່ພີ່ນ້ອງຈາກຮາກຖານເມືອງວັງວຽງໃນຂອບເຂດພື້ນທີ່ເສັ້ນທາງຕະຫຼາດດັ່ງກ່າວທີ່ພ້ອມພຽງຮ່ວມໃຈກັນສ້າງໂຄງການນີ້ຂຶ້ນເພື່ອເປັນຈຸດສູນລວມ ແລນມາກ ແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວມາຊື້ສິນຄ້າຫັດຖະກຳ ສິນຄ້າໂອດ໋ອບ ທີ່ເປັນການຜະລິດຈາກຄົນພື້ນບ້ານຮາກຖານ ແລະ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດພ້ອມກັບສິ່ງຂອງທີ່ລະນຶກໃຫ້ໄດ້ໄປຝາກໄປຕ້ອນຂອງນັກທ່ອງທ່ຽວທີ່ຈະເຂົ້າມາພັກຜ່ອນໃນຍາມຄຳ່ຄືນ ແລະ ເພື່ອຮອງຮັບການຂະຫຍາຍຕົວຂອງການພັດທະນາເສດຖະກິດຂອງປະເທດແບບຫັນປ່ຽນໃໝ່ໃຫ້ສາມາດຮັບເອົານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດທີ່ຈະມາພ້ອມກັບສານຕໍ່ນະໂຍບາຍຂອງລັດຖະບານໃຫ້ສອດຄ່ອງເສີມສ້າງລາຍຮັບແກ່ປະເທດຊາດຈາກການປະກາດໃຫ້ເປັນປີທ່ອງທ່ຽວລາວ 2018 ນີ້ ເຊິ່ງພິເສດໄປກວ່ານັ້ນໃນອີກບໍ່ດົນເມືອງວັງວຽງຈະມີການສ້າງສະຖານີພັກລົດໄຟຄວາມໄວສູງ ລາວ-ຈີນ ພ້ອມກັບການສ້າງທາງດ່ວນຈາກ ວຽງຈັນ-ວັງວຽງ ໄລຍະທຳອິດກໍ່ຈະໃຫ້ແລ້ວທັນໃນສອງສາມປີໃນຕໍ່ໜ້າຍິ່ງເຮັດໃຫ້ເປັນການສະດວກສະບາຍສຳລັບນັກທ່ອງທ່ຽວທີ່ມາຈາກທົ່ວທຸກມຸມໂລກເຂົ້າມາທີ່ວັງວຽງຈິ່ງຕ້ອງມີແຫຼ່ງທ່ອງທ່ຽວເພື່ອຮອງຮັບໃຫ້ພຽງພໍໃນຕໍ່ຫນ້ານີ້ເປັນໂຄງການໜຶ່ງທີ່ຢາກນຳສະເໜີໂຄງການຕະຫຼາດກາງຄືນຈະເປີດໃຫ້ຈັບຈອງໃຫ້ເຊົ່າພື້ນທີ່ທົດລອງຂາຍໃນວັນທີ່ 15-16 ທັນວາ 2017 ນີ້ ແລະ ຈະເປີດເປັນທາງການໃນວັນທີ່ 29 ທັນວາ 2017 ທີ່ຈະມາເຖິງພ້ອມກັບງານນາງສາວງາມໝາກກ້ຽງຫວານເມືອງວັງວຽງ ແລະ ເພື່ອເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ນີ້

https://youtu.be/DqIhCQv3zW4

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...