Homeຂ່າວຕ່າງປະເທດອີໂບລາຕ່າງສາຍພັນລະບາດໃນຄອງໂກ ເສຍຊີວິດແລ້ວ 31 ຄົນ

ອີໂບລາຕ່າງສາຍພັນລະບາດໃນຄອງໂກ ເສຍຊີວິດແລ້ວ 31 ຄົນ

Published on

 

ພະຍາດອີໂບລາຕ່າງສາຍພັນ ລະບາດໃນຄອງໂກ ເສຍຊີວິດແລ້ວ 31 ລາຍ WHO ຢືນຢັນ ບໍ່ກ່ຽວຂ້ອງກັບການລະບາດ

ໃນອາຟຣິກາຕາເວັນຕົກ.

 

ໃນວັນທີ 2 ກັນຍາ 2014 ຜ່ານມານີ້ ຕາມແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ປະຊາຊົນໃນສາທາລະນະລັດຄອງໂກ

ເສຍຊີວິດໄປແລ້ວ 31 ຄົນ ຫຼັງຈາກເກີດການລະບາດຂອງອີໂບລາຕ່າງສາຍພັນພາຍໃນປະເທດ ໂດຍຄັ້ງນີ້ເປັນການລະ

ບາດຄັ້ງທີ 7 ແລ້ວ ໃນຮອບ 38 ປີ.

 

ລາຍງານຂ່າວໄດ້ລະບຸວ່າ ການລະບາດຂອງເຊື້ອອີໂບລາຕ່າງສາຍພັນນີ້ ເລີ່ມຕົ້ນຂຶ້ນເມື່ອເດືອນສິງຫາທີ່ຜ່ານມາ ພາຍ

ໃນບໍລິເວນທີ່ຫ່າງໄກໃນແຂວງອີຄວາເຕີ້ ທາງຕອນເໜືອຂອງປະເທດ ໂດຍໃນວັນທີ 11 ສິງຫາ 2014 ຜ່ານມານີ້ ທາງ

ກະຊວງສາທາລະນະສຸກຂອງຄອງໂກ ໄດ້ຢືນຢັນຕົວເລກຜູ້ເສຍຊີວິດຢູ່ທີ່ 31 ຄົນ ກ່ອນທີ່ຈະເປີດເຜີຍໃນວັນທີ 25 ສິງຫາ

2014 ນີ້ວ່າ ການລະບາດຂອງເຊື້ອອີໂບລາໃນຄອງໂກນີ້ ເປັນການລະບາດຄັ້ງທີ 7 ແລ້ວ ນັບຕັ້ງແຕ່ກວດພົບເຊຶ້ອຄັ້ງທຳ

ອິດໃນປີ 1976 ຫຼື ເມື່ອ 38 ປີກ່ອນ ໂດຍບໍ່ມີຄວາມກ່ຽວຂ້ອງກັນກັບການລະບາດ ຂອງເຊຶ້ອອີໂບລາໃນອາຟຣິກາຕາເວັນ

ຕົກ ທີ່ໄດ້ພາກຊີວິດຜູ້ຕິດເຊື້ອໄປແລ້ວກ່ວາ 1,500​ ຄົນ.

 

ດ້ານອົງການອານາໄມໂລກ (WHO) ໄດ້ເປີດເຜີຍລ່າສຸດໂດຍຢືນຢັນວ່າ ເຊື້ອໄວຣັສອີໂບລາ ທີ່ລະບາດໃນຄອງໂກນັ້ນ

ບໍ່ແມ່ນເຊື້ອທີ່ລະບາດຈາກອາຟຣິກາຕາເວັນຕົກໃນຕອນນີ້ ແຕ່ເປັນເຊື້ອໄວຣັສທີ່ຕ່າງສາຍພັນກັນ, ແນວໃດກໍຕາມ

ເຊື້ອດັ່ງກ່າວ ຍັງຄົງຢູ່ໃນກຸ່ມອີໂບລາຊີອາຄືກັນ.

 

ສຳລັບການລະບາດຂອງເຊື້ອອີໂບລາ ໃນສາທາລະນະລັດຄອງໂກນັ້ນ ອົງການອານາໄມໂລກເປີດເຜີຍວ່າ ໃນຂະນະນີ້ມີ

ຜູ້ຕິດເຊື້ອແລ້ວ 53 ຄົນ, ເສຍຊີວິດແລ້ວ 31 ຄົນ ແລະ ນອກຈາກນີ້ ຍັງມີປະຊາຊົນອີກ 185 ຄົນ ທີ່ຢູ່ພາຍໃຕ້ການເຝົ້າ

ລະວັງຕິດຕາມຈາກແພດ ຫຼັງພົບວ່າເປັນຜູ້ໃກ້ຊິດ ແລະ ສຳຜັດກັບຄົນເຈັບ.

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...