Homeຂ່າວການພັດທະນາລັດຖະບານລາວ ເຊັນສັນຍາເງິນກູ້ດອກເບ້ຍຕ່ຳ ກັບທະນາຄານສົ່ງອອກ-ນຳເຂົ້າ ສ ເກົາຫລີ

ລັດຖະບານລາວ ເຊັນສັນຍາເງິນກູ້ດອກເບ້ຍຕ່ຳ ກັບທະນາຄານສົ່ງອອກ-ນຳເຂົ້າ ສ ເກົາຫລີ

Published on

ວັນທີ 28 ພະຈິກ 2017, ກະຊວງການເງິນ, ຕາງໜ້າລັດຖະບານແຫ່ງ ສປປ ລາວ ເຊັນສັນຍາເງິນກູ້ດອກ​ເບ້ຍ​ຕ່ຳ ກັບທະ ນາຄານສົ່ງອອກ-ນຳເຂົ້າ ສ ເກົາຫລີ ​ໂດຍ​ຜ່ານ​ກອງ​ທຶນ ກອງ​ທຶນຮ່ວມມືເພື່ອການພັດທະນາເສດຖະກິດ ຫລື EDCF ​ໃນມູນຄ່າ 122.605.000 ໂດລາສະຫະລັດ, ເພື່ອຈັດຕັ້ງປະຕິບັດ 2 ໂຄງການ ຄື: ໂຄງການກໍ່ສ້າງໂຮງໝໍທັນສະໄໝ 5 ເມສາ, ມູນຄ່າ 65 ລ້ານ ໂດລາສະຫະລັດ ​ແລະ ໂຄງການປ້ອງ​ກັນ​ຕະ​ຝັ່ງເຈື່ອນແມ່ນໍ້າຂອງ ຢູ່ນະຄອນ ຫລວງວຽງຈັນ ໄລຍະ 2 ມູນຄ່າ 57.605.000 ໂດລາສະຫະລັດ. ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຣີເທຢອງ ຫົວໜ້າຫ້ອງການ ຜູ້ຕາງໜ້າທະນາຄານ ສົ່ງອອກ-ນຳເຂົ້າ ສ ເກົາຫລີ ປະຈຳນະຄອນ ຫລວງຢາງກຸງ, ປະເທດມຽນມາ.

ຈຸດປະສົງຂອງໂຄງການ ກໍ່ສ້າງໂຮງໝໍທັນສະໄໝ ແມ່ນເພື່ອສ້າງ ແລະ ຂະຫຍາຍໂຮງໝໍ 5 ເມສາ ທີ່ມີຢູ່ໃນປັດຈຸບັນ ໃຫ້ເປັນໂຮງໝໍທີ່ສາມາດຮອງຮັບຄົນເຈັບໄດ້ 300 ຕຽງ, ມີລະບົບການຄຸ້ມຄອງດ້ານ ຂໍ້ມູນທີ່ ທັນສະໄໝ ເພື່ອຮັບປະກັນຍົກລະດັບ ການໃຫ້ບໍລິການທີ່ວ່ອງໄວດີຂຶ້ນ, ມີລະບົບເຄື່ອງມືການແພດທີ່ທັນສະໄໝ ຮັບປະກັນຮັບໃຊ້ ການກວດສຸຂະພາບ ແລະ ປິ່ນປົວພະນັກ ງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວໄປ. ພ້ອມນັ້ນ, ໂຄງການຍັງຈະສ້າງໂອ ກາດໃນການຍົກລະດັບ ການປິ່ນປົວໃຫ້ແພດໝໍ ແລະ ພະນັກງານບໍລິຫານຂອງໂຮງໝໍ ເພື່ອຮັບປະກັນການໃຫ້ ບໍລິການສາທາລະນະສຸກທີ່ດີຂຶ້ນ. ສ່ວນໂຄງການປ້ອງ​ກັນ​ຕະ​ຝັ່ງເຈື່ອນແມ່ ນໍ້າຂອງ ຢູ່ນະຄອນຫລວງວຽງຈັນ ໄລຍະ 2 ເປັນໂຄງການສືບຕໍ່ຂອງໂຄງການໄລຍະ 1 ທີ່ ສ ເກົາຫລີ ໄດ້ໃຫ້ການສະໜັບສະໜູນທຶນໃນການ ຈັດຕັ້ງແຕ່ປີ 2008 ເປັນຕົ້ນມາ. ​ເຊິ່ງ​ໂຄງການ​ໄລຍະ 2 ນີ້ ແມ່ນຈະສືບຕໍ່ ປ້ອງກັນນ້ຳຖ້ວມ, ດິນເຊາະເຈື່ອນ ແລະ ພັດທະນາພື້ນຖານໂຄງລ່າງ ບໍລິເວນລຽບແຄມແມ່ນໍ້າຂອງ, ໂດຍຈະກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແລະ ຕາຝັ່ງເຈື່ອນ ຄວາມຍາວ 8,36 ກິ​ໂລ​ແມັດ ແຕ່ເຂດຫລັກ 4 ໄປເຖິງຫາດ ດອກແກ້ວ,  ຈະກໍ່ສ້າງສວນສາທາລະນະເນື້ອທີ 4 ເຮັກຕາ ເພື່ອເປັນສະຖານທີ່ທ່ອງທ່ຽວ ແລະ ຈະກໍ່ສ້າງເສັ້ນທາງລຽບແຄມແມ່ນ້ຳຂອງຍາວ 4,4 ກິ​ໂລ​ແມັດ, ແຕ່ເຂດເກົ້າລ້ຽງ ຫາບ້ານຂຸນຕາທ່າ ເພື່ອລະບາຍການສັນຈອນ ຂອງລົດເຂດດັ່ງກ່າວ ທີ່ນັບມື້ນັບແອອັດ.

ສໍາລັບການຮ່ວມມື ລະຫວ່າງ ສປປ ລາວ ກັບ EDCF ໄລຍະ 2016-2019, ສ ເກົາຫລີ ຈະສະໜອງເງິນກູ້ດອກເບັ້ຍຕໍ່າ ​ໂດຍຜ່ານກອງທຶນ EDCF ໃຫ້ ສປປ ລາວ ມູນຄ່າ 300 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດບັນດາ ໂຄງການທີ່ມີຜົນຕອບ ແທນດ້ານເສດຖະກິດ ແລະ ປະກອບ ສ່ວນໃຫ້ການພັດທະນາເສດຖະກິດສັງຄົມ, ຫລຸດດຜ່ອນຄວາມທຸກຍາກ ຂອງປະຊາຊົນ,​ ເຊິ່ງໂຄງການກໍ່ສ້າງໂຮງໝໍທັນສະໄໝ ແລະ ໂຄງການປ້ອງ​ກັນ​ຕະ​ຝັ່ງເຈື່ອນແມ່ນໍ້າຂອງ ຢູ່ນະຄອນຫລວງວຽງຈັນ ໄລຍະ 2 ນີ້ ເປັນສອງໂຄງການທຳອິດ ທີ່ໄດຮັບການ ສະໜັບສະໜູນທຶນ ໃນໄລຍະການຮ່ວມມືດັ່ງ ກ່າວ.

 

ແຫລ່ງຂ່າວ : ຈັນທະ​ລອນ ແລະ ພາບ: ທະນູ​ທອງ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...