spot_img
Homeຂ່າວເຫດການນ.ວ ກຳນົດ 69 ຈຸດ ​ເພື່ອ​ແກ້​ໄຂ​ການ​ສັນຈອນ​ແອ​ອັດ​ໃນ​ໄລຍະ​ເປີດ​ສົກຮຽນ​ໃໝ່

ນ.ວ ກຳນົດ 69 ຈຸດ ​ເພື່ອ​ແກ້​ໄຂ​ການ​ສັນຈອນ​ແອ​ອັດ​ໃນ​ໄລຍະ​ເປີດ​ສົກຮຽນ​ໃໝ່

Published on

 

ຂປລ. ປັດຈຸບັນ ສະພາບ​ການ​ສັນຈອນ​ໃນ​ນະຄອນຫລວງ​ວຽງຈັນ ມີ​ຄວາມໜາ​ແໜ້ນຂຶ້ນຫລາຍ ຍ້ອນພາຫະນະ

​ມີ​ຈຳນວນ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​, ບວກ​ກັບ​ເສັ້ນທາງ​ຫລາຍ​ເສັ້ນ​ແມ່ນ​ຍັງ​ຢູ່​ໄລຍະ​ການ​ສ້ອມ​ແປງ​ຄືນ​ໃໝ່ ​ແລະ

​ເສັ້ນທາງ​ຈຳນວນໜຶ່ງຍັງ​​ເປ່​ເພ, ​ເປັນ​ບວກ, ​ເປັນ​ຂຸມ​ ​ໄດ້ສ້າງ​ຄວາມ​ສັບສົນ​​ໃຫ້​ແກ່​ການ​ສັນຈອນ. ດັ່ງນັ້ນພະ​ແນ​ກ

ຕຳຫລວດ​ຈາລະ​ຈອນ​ນະຄອນຫລວງ ຈຶ່ງ​ກຳນົດ 69 ຈຸດ ​ເພື່ອ​ແກ້​ໄຂ​ການ​ສັນຈອນ​ແອ​ອັດ​ ໂດຍ​ສະ​ເພາະໃນ​ໄລຍະ​

ເປີດ​ສົກຮຽນ​ໃໝ່.

 

ທ່ານ ພັຕ ຢຸດ​ຕະພົງ ຮອງ​ຫົວໜ້າຫ້ອງ​ຕຳຫລວດ, ຫົວໜ້າພະ​ແນ​ກຕຳຫລວດ​ຈະລາຈອນນະຄອນຫລວງ ​ໄດ້​ໃຫ້​

ຮູ້​​ເມື່ອ​ມໍ່ໆມານີ້ວ່າ: ໃນການປະຕິບັດ ໜ້າທີ່ແມ່ນມີຄວາມຫຍຸ້ງຍາກຫລາຍດ້ານ ໂດຍສະເພາະ ແມ່ນໂຮງຮຽນທີ່ຢູ່

ຕາມເສັ້ນທາງຫລວງ ແມ່ນຈະເຮັດໃຫ້ການສັນຈອນແອອັດ ຍ້ອນການຈອດລົດຂອງຜູ້ປົກຄອງທີ່ມາສົ່ງລູກຫລານ

ຈອດລົດບໍ່ເປັນລະບຽບ, ຜູ້ຂັບຂີ່ຍັງຂາດສະຕິ, ບໍ່ປະຕິບັດກົດລະບຽບການສັນຈອນ ແລະ ບໍ່ໃຫ້ກຽດກັນ. ​ ປັດຈຸບັນ

ໄດ້ວາງ​ແຜນ​ໃຫ້ໜ່ວຍງານ​ວິຊາ​ສະ​ເພາະ​ ຈັດຕັ້ງກຳລັງ​ຂອງ​ຕົນ​ລົງ​ແຕ່ລະ​ຈຸດ​ທີ່​ມີ​ຄວາມ​ສັບສົນ​ໃນ​ເວລາຮີບດ່ວນ​

ຢູ່ຕາມ​ສາມ​ແຍກ-ສີ່​ແຍກ ​ໃຫ້​ມີ​ຄວາມ​ຮັບປະກັນ​ຄວາມ​ສະດວກ​ສະບາຍ ແລະ ປອດ​ໄພ 100%.

 

ໃນໄລຍະ​​ເປີດ​ສົກຮຽນ​ໃໝ່ສະພາບ​ການ​ສັນຈອນ​ໂດຍ​ທົ່ວ​ໄປ​ແລ້ວຈະ​ມີ​ຄວາມ​ສັບສົນ​ ​ເປັນຕົ້ນແມ່ນ​ທາງ​ສາມ​ແຍກ

-ສີ່​ແຍກ ​ແລະ ໜ້າ​ໂຮງຮຽນ. ສະນັ້ນ, ການສັນຈອນແອອັດ ຈະໃຫ້ແຕ່ເຈົ້າໜ້າທີ່ເປັນຜູ້ແກ້ໄຂພຽງຝ່າຍດຽວ ແມ່ນ

ຍັງບໍ່ໄດ້ຮັບໝາກຜົນດີຕາມທີ່ຄວນ ແລະ ຢາກຝາກ ໃຫ້ຜູ້ຂັບຂີ່ທຸກຄົນຈົ່ງຊ່ວຍກັນປະຕິບັດກົດລະບຽບຈາລະຈອນ

ຢ່າງເຂັ້ມງວດ ແລະ ໃຫ້ກຽດກັນໃນການສັນຈອນ ເພື່ອຊ່ວຍກັນຫລຸດຜ່ອນຄວາມແອອັດ ແລະ ອຸບັດເຫດ.

ທ່ານ ພັຕ ຢຸດ​ຕະພົງ ກ່າວ​ຕື່ມ​ວ່າ:  ພະ​ແນ​ກຕຳຫລວດ​ຈະລາຈອນ​ນະຄອນຫລວງ ໄດ້​ວາງ​ແຜນ​ແບ່ງ​ກຳລັງ​ໃຫ້​ແຕ່

ລະ​ເມືອງ​ໃນ​ການ​ອຳນວຍ​ຄວາມສະດວກ​ໃນ​ມື້​ເປີດ​ສົກ​ຮຽນ​ໃໝ່ ຄື: ​ເມືອງ​ ສີ​ໂຄດ​ຕະບອງ​ 12 ຈຸດ ມີ​ເຈົ້າໜ້າທີ່ 30

ສະຫາຍ, ​ເມືອງ ສີ​ສັດຕະ​ນາກ 14 ຈຸດ ມີ​ເຈົ້າໜ້າທີ່ 34 ສະຫາຍ, ​ເມືອງ​ຈັນທະ​ບູລີ 17 ຈຸດ ​ມີເຈົ້າໜ້າທີ່ 34 ສະຫາຍ, ​

ເມືອງ ​ໄຊ​ເສດ​ຖາ  11​ ຈຸດ ​ມີເຈົ້າໜ້າທີ່ 26 ສະຫາຍ, ​ເມືອງ​ໄຊ​ທານີ 8 ຈຸດ ​ມີເຈົ້າ ໜ້າທີ່ 17 ສະຫາຍ, ​ເມືອງຫາດ​ຊາຍ​

ຟອງ 2ຈຸດ ມີ​ເຈົ້າໜ້າທີ່ 8 ສະຫາຍ ​ແລະ ​ເມືອງ​ນາ​ຊາຍ​ທອງ 5 ຈຸດ ມີ​ເຈົ້າໜ້າທີ 15 ສະຫາຍ. ​ເຊິ່ງລວມຈຸດ​ລະບາຍ​ທັງ

ໝົດ 69 ຈຸດ ​ແລະ ມີ​ກຳລັງ​ປະຈຳ​ປ້ອມ, ປະຈຳ​ຈຸດ​ລະບາຍ​ທັງໝົດ 370 ສະຫາຍ. ສ່ວນ​ທາງ​ພະ​ແນ​ກຈະລາຈອນ​ແມ່ນ​

ຈະ​ວາງ​ກຳລັງ​ເຈົ້າໜ້າທີ່ຢູ່ 10 ຈຸດ​ຄື: ໜ້າຄິວ​ລົດ​ສາຍ​ເໜືອ, ໜ້າຕະຫລາດ​ຂົວ​ດິນ, ວົງວຽນ 450 ປີ, ​ແຍກ​ກະຊວງ​

ປ້ອງ​ກັນ​ປະ​ເທດ, ຈຸດ​ລ້ຽວກັບໜ​້າວັດ​ໂພນ​ພະ​ເນົາ, ​ໂຮງຮຽນ ມ.ປາຍ ​ລາວ​-ຫວຽດ, ​ແຍກ​ຫລັກ 5, ​ໄຟອຳນາດ ມສ ​

ວຽງຈັນ, ​ແຍກ​ ມສ ວຽງຈັນ​ ດ້ານ​ຫລັງ ​ແລະ ​ແຍກໜອງສ້າງ​ທໍ່ ​ໂດຍ​ມີ​ກຳລັງ​ເຈົ້າໜ້າທີ່ 42 ສະຫາຍ. ​

 

ໄປ​ພ້ອມກັບການອຳນວຍຄວາມສະດວກປອດໄພແລ້ວ, ທາງເຈົ້າໜ້າທີ່ຕຳຫລວດຈະລາຈອນຍັງປະຕິບັດໜ້າ ທີ່ໃນ

ການໂຄສະນາສຶກສາ​ອົບຮົມ​ຜູ້ຂັບຂີ່ດ້ວຍການແນະນຳກ່ຽວກັບກົດລະບຽບຈະລາຈອນຕາມ​ສາມ​ແຍກ-ສີ່​ແຍກ, ​ໂຮງ

ຮຽນ ​ແລະ ສະຖານ​ທີ່​ຊຸມ​ຊົນ, ວຽກງານ​ປະຈຳ​ປ້ອມ ​ເພື່ອ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ຜູ້​ຂັບ​ຂີ່​ໃນ​ເວລາ​ຮີບດ່ວນ, ວຽກ

ງານ​ແກ້​ໄຂ​ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນຫລວງ ພ້ອມທັງຕິດຕັ້ງກ້ອງ​ວົງ​ຈອນ​ປິດ ​ເພື່ອ​ຕິດຕາມ​ການ​ແກ້​ໄຂ​ການ​ສັນ

ຈອນ​ຕາມ​ເສັ້ນທາງ​ບ່ອນ​ທີ່​​ແອ​ອັດ, ​​ຈັດ​ສັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຕາມ​ເສັ້ນທາງສາມ​ແຍກ-ສີ່​ແຍກ ​ແລະ ​

ກວດກາ​ພາຫະນະທີ່​ລະ​ເມີດ​ຕໍ່ກົດ​ລະບຽບຈະລາຈອນ ​ແລະ ກົດໝາຍ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...