Home​ຂ່າວບັນເທິງສາວງາມຈາກອິນໂດເນເຊຍຄວ້າມົງກຸດ  Miss International 2017 ໄປຄອງ

ສາວງາມຈາກອິນໂດເນເຊຍຄວ້າມົງກຸດ  Miss International 2017 ໄປຄອງ

Published on

ຈົບລົງໄປແລ້ວກັບການປະກວດ Miss International 2017 ຫຼື ນາງງາມນານາຊາດ ໃນຄ່ຳຄືນຂອງວັນທີ 14 ພະຈິກ 2017 ທີ່ຜ່ານມາ ຂັດຂຶ້ນທີ່ນະຄອນຫຼວງໂຕກຽວ ປະເທດ ຍີ່ປຸນ, ເຊິ່ງງານນີ້ຈັດຂຶ້ນເປັນປີທີ 57 ແລ້ວ ແລະ ມີສາວງາມກວ່າ 71 ປະເທດຈາກທົ່ວໂລກທີ່ເຂົ້າຮວມປະກວດ ແລະ ສາວງາມຈາກອິນໂດເນເຊຍ ເຄວິນ ລິນເລຍນາ ເປັນຜູ້ຊະນະເລີດ ແລະ ໄດ້ຄອງມຸງກຸດ Miss International 2017 ສ່ວນຮອງອັບດັບ 01 ໄດ້ແກ່ ນາງງາມຈາກຄູລາເຊົາ, ຮອງອັນດັບ 02 ໄດ້ແກ່ ນາງງາມຈາກ ເວເນຊູເອລ່າ, ຮອງອັນດັບ 03 ໄດ້ແກ່ນາງງາມອັອສເຕເລຍ ແລະ ໄດ້ລາງວັນສາວຫຸ່ນດີ ແລະ ຮອງອັນດັບ 04 ນາງງາມຍີ່ປຸ່ນ ແລະ ໄດ້ລາງວັນຊະນະເລີດຊຸດແຕ່ງກາຍປະຈຳຊາດ.

ສ່ວນ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ເຮັດດີທີ່ສຸດແລ້ວ ສາມາດເຂົ້າໄປເລິກພຽງຮອບ 8 ຄົນສຸດທ້າຍ ນີ້ເປັນຄັ້ງທຳອິດທີ່ ສ ປ ປ ລາວ ສົ່ງນາງງາມເຂົ້າຮ່ວມເວທີລະດັບໂລກ ແລະ ນີ້ກໍ່ເປັນຄັ້ງປະຫວັດສາດທີ່ໜ້າຈົດຈຳ ນາງງາມຈາກປະເທດລາວສາມາດຜ່ານເຂົ້າຮອບ 8 ຄົນສຸດທ້າຍ

https://www.facebook.com/seua.panyasakssz/videos/1567700253337820/

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...