Homeຂ່າວພາຍ​ໃນລາວ-ຈີນ ລົງນາມເອກະສານຮ່ວມມື 17 ສະບັບ ຄາດວ່າຈະສົ່ງຜົນຕໍ່ລາວຢ່າງແນ່ນອນ

ລາວ-ຈີນ ລົງນາມເອກະສານຮ່ວມມື 17 ສະບັບ ຄາດວ່າຈະສົ່ງຜົນຕໍ່ລາວຢ່າງແນ່ນອນ

Published on

ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ ແລະພົບປະສອງຝ່າຍ (ລາວ-ຈີນ) ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານການຮ່ວມມື ຈຳນວນ 17 ສະບັບຄື:

– ສັນຍາການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃຫມ່
– ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນກໍ່ສ້າງແລວທາງເສດຖະກິດລາວ-ຈີນ
-ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄຫມດີຈີຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ
-ສັນຍາ ວ່າດ້ວຍການຮ່ວມມືດ້ານວິິທະຍາສາດ ແລະ ເຕັກໂນໂລຊີ
-ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງປະຕິບັດຮ່ວມໂຄງການໂຕແບບ ໃນການສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ ແລະ ການສ້າງແຜນແມ່ບົດການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ
-ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກໍາຄົບວົງຈອນທີ່ທັນສະໄຫມ
– ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄ່ງລ່າງ
-ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຊ່ວຍເຫລືອໃນ 3 ປີຕໍ່ຫນ້າ
– ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ
-ສານແລກປ່ຽນວ່າດ້ວຍຝ່າຍຈີນເຫັນດີກໍານົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
– ສັນຍາຕອບ ສະຫນອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າຫ້ວຍປາກຫລາຍ
– ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມືຍຸດທະສາດ ດ້ານການຮ່ວມມືໄຟຟ້າ
-ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງໃນ ສປປ ລາວ
-ສັນຍາເງິນກູ້ພິເສດດອກເບ້ຍຕໍ່າໂຄງການເຂື່ອນໄຟຟ້າຫ້ວຍປາກຫລາຍ
-ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ
– ສັນຍາຮ່ວມທຶນສ້າງໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ ຫາບໍ່ເຕັນຕອນທີ I ນະຄອນຫລວງວຽງຈັນ ຫາວັງວຽງ
-ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫລວງວຽງຈັນ.

ຖ້າຫາກບັນດາເນື້ອໃນເອກະສານ 17 ສະບັບນີ້ ໄດ້ຖືກຈັດຕັ້ງປະຕິບັດສຳເລັດຜົນ ຈະສົ່ງຜົນຕໍ່ການພັດທະນາປະເທດລາວ ໃຫ້ກ້າວໜ້າຂຶ້ນອີກລະດັບໜຶ່ງຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...